ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານແຄຣີ ມຸ້ງໜ້າໄປຍັງ ຕາເວັນອອກກາງ ເພື່ອຫວັງ ທີ່ຈະ ຫຼຸດຜ່ອນ ຄວາມຮຸນແຮງລົງ


US Israel Palestinians
please wait

No media source currently available

0:00 0:03:35 0:00

ຊົມວີດີໂອ ລາຍງານນີ້

ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກຳລັງ
​ເດີນ​ທາງ​ໄປ​ຍັງ​ຢູ​ໂຣບ ​ແລະ ພາກຕາ​ເວັນ​ອອກ​ກາງ ​ໃນ​ຄວາມ​
ພະຍາຍາມ​ ເພື່ອ​ຊ່ວຍ​ຫລຸດຜ່ອນ ຄວາມ​ຮຸນ​ແຮງລະຫວ່າງ ຊາວ
ອິສຣາ​ແອ​ລ ​ແລະ ຊາວ​ປາ​ແລັສ​ໄຕ​ນ໌ ​ທີ່ເພີ້ມທະວີ​ຂຶ້ນ​ ຊຶ່ງ​ໄດ້​ເຮັດ
ໃຫ້ ຫຼາຍກວ່າ 50 ຄົນ​ເສຍ​ຊີວິດ​ແລ້ວນັ້ນ.

ກະຊວງ​ການ​ຕ່າງປະ​ເທດ ກ່າວ​ວ່າ ທ່ານ Kerry ຈະ​ເລີ້ມ​ຕົ້ນ
ການ​ເດີນທາງ​ໃນ​ວັນ​ພຸດ​ມື້​ນີ້ ​ແລະ ຍັງ​ຈະ​ປຶກສາ​ຫາລືກັບບັນດາ
ພາຄີ ແລະ ພັນທະ​ມິດ ຂອງ​ສະຫະລັດກ່ຽວກັບ ​ບັນຫາ​ຄວາມ
​ໝັ້ນຄົງ ​ໄພຂົ່ມ​ຂູ່ຕ່າງໆ​ ຈາກ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ແລະ
ຄວາມ​ວຸ້ນວາຍທີ່​ຍັງ​ດຳເນີນ​ຕໍ່ ​ມາໃນ​ຊີ​ເຣຍ ​ແລະ ຢູ​ເຄຣນ.
ທ່ານ​ Kerry ຄາດ​ວ່າ ຈະ​ພົບ​ປະ​ກັບ ບັນດາຄູ່​ຕຳ​ແໜ່​ງຂອງ​ທ່ານ ຈາກ ຊາ​ອຸ​ດີ ອາຣາ​ເບຍ
​ເທີ​ກີ ຣັດ​ເຊຍ ​ແລະ ຈໍ​ແດນ.

ຕຳຫຼວດຊາຍແດນ ອິສຣາແອລ ສັ່ງໃຫ້ ຊາຍປາແລັສໄຕນ໌ ຄົນນຶ່ງ ຍົກເສື້ອຂອງລາວຂຶ້ນ ຢູ່ທີ່ດ່ານກວດກາ ແຫ່ງນຶ່ງ ກ່ອນທີ່ລາວຈະ ໄດ້ຮັບອະນຸຍາດ ໃຫ້ອອກຈາກ ຄຸ້ມ Issawiyeh ຂອງຊາວອາຣັບ ໃນນະຄອນ Jerusalem, ວັນທີ 20 ຕຸລາ 2015.
ຕຳຫຼວດຊາຍແດນ ອິສຣາແອລ ສັ່ງໃຫ້ ຊາຍປາແລັສໄຕນ໌ ຄົນນຶ່ງ ຍົກເສື້ອຂອງລາວຂຶ້ນ ຢູ່ທີ່ດ່ານກວດກາ ແຫ່ງນຶ່ງ ກ່ອນທີ່ລາວຈະ ໄດ້ຮັບອະນຸຍາດ ໃຫ້ອອກຈາກ ຄຸ້ມ Issawiyeh ຂອງຊາວອາຣັບ ໃນນະຄອນ Jerusalem, ວັນທີ 20 ຕຸລາ 2015.

ຈຸດ​ສຳຄັນ ຂອງ​ການ​ເດີນທາງ​ໃນ​ຄັ້ງ​ນີ້ ຈະ​ເປັນ​ການ​ເຈລະຈາ
ກັບ ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin
Netanyahu ​ແລະ ຜູ້ນຳ ປາ​ແລັສ​ໄຕ​ນ໌ ທ່ານ Mahmoud
Abbas.

​ໃນ​ສອງ​ສາມ​ອາທິດ ຜ່ານມາ​ນີ້ ຄວາມ​ເຄັ່ງ​ຕຶງ ​ໄດ້​ເພີ້​ມຂຶ້ນ
ລະຫວ່າງ ຊາວ​ອິສຣາ​ແອ​ລ ​ແລະ ຊາວ​ປາ​ແລັສ​ໄຕ​ນ໌ ສ່ວນ​ນຶ່ງ
ກໍ​ເປັນ​ຜົນ​ຈາກອັນ​ທີ່​ຊາວ​ປາ​ແລັສ​ໄຕ​ນ໌ ມອງ​ເຫັນ​ວ່າ ​ເປັນການ
ລ່ວງ​ລ້ຳ ຕໍ່ວັດ​ສັກສິດ al-Aqsa ຂອງອິສລາມ ໂດຍ​ຊາວ​ຢິວ ​
ໃນ​ນະຄອນ Jerusalem. ສະຖາ​ນທີ່​ດັ່ງກ່າວ ຍັງເປັນທີ່​ຮູ້ຈັກ​ກັນ
​ ໃນນາມວັດ Temple Mount.

ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ ລວມມີ ການ​ໂຈມ​ຕີ​ດ້ວຍ​ມີດ ຫຼາຍໆ​ຄັ້ງຕິດ​ຕໍ່​ກັນ ໂດຍ​ຊາວ
​ປາ​ແລັສ​ໄຕ​ນ໌ ​ແລະ ການ​ຖືກ​ຍິງ​ຕາຍ ​ໂດຍ​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ອິສຣາ​ແອ​ລ.

ທ່ານ Kerry ​ກ່າວ​ໃນ​ລະຫວ່າງ ກອງ​ປະຊຸມ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ເມື່ອ​ວັນ​
ອັງຄານ​ວານ​ນີ້ ວ່າ “ຂ້າພະ​ເຈົ້າ ຄິດ​ວ່າ ພວກ​ເຮົາ​ຕ້ອງ​ຮັບ​ຮູ້​ ​ເຖິງເລື້ອງ​ຄວາມ​
ລະອຽດ​ອ່ອນຕ່າງໆ ທີ່​ໄດ້​ເກີດ​ຂຶ້ນຢູ່​ໃນ​ທຸກ​ຫົນ​ແຫ່ງ ​ແລະ ດັ່ງນັ້ນ ພວກ​ເຮົາ​
ຕ້ອງ​ເຄື່ອນ​ໄຫວ​ ຢ່າງ​ລະມັດລະວັງ.”

ທ່ານ​ກ່າວ​ອີກ​ວ່າ ການ​ເຈລະຈາ ກັບ​ຜູ້ນຳ​ອິສຣາ​ແອ​ລ ​ແລະ ປາ​ແລັສ​ໄຕ​ນ໌ ນັ້ນ ຈະ​ສະໜອງ ​ໂອກາດ​ທີ່​ຈະ “ດຶງ​ເອົາ​ປະຊາຊົນ​ເຫຼົ່ານັ້ນ ອອກ​ມາ​ຈາກໜ້າຜາ.”

US Seeks to Defuse Israeli-Palestinian Tensions
please wait

No media source currently available

0:00 0:01:52 0:00
XS
SM
MD
LG