ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ໄດ້ທຳການໂອ້ລົມ ໃນທາງເສີມສ້າງ ກັບ ປ. Mansour ແຫ່ງເຢເມັນ ຢູ່ຊາອຸດີ ອາເຣເບຍ


ລມຕ ຕ່າງປະເທດສະຫະລັດ John Kerry(ຊ້າຍ)ພົບປະ
ກັບທ່ານ Adel al-Jubeir ລມຕ ຕ່າງປະເທດ
ອາຊອຸອາເຣເບຍ(ຂວາ) ທີ່ນະຄອນຫຼວງ Riyadh, ວັນທີ 7 ພຶດສະພາ 2015.
ລມຕ ຕ່າງປະເທດສະຫະລັດ John Kerry(ຊ້າຍ)ພົບປະ ກັບທ່ານ Adel al-Jubeir ລມຕ ຕ່າງປະເທດ ອາຊອຸອາເຣເບຍ(ຂວາ) ທີ່ນະຄອນຫຼວງ Riyadh, ວັນທີ 7 ພຶດສະພາ 2015.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
​ໄດ້​ທຳ​ການ​ພົບ​ປະ​ຫາລື​ ໃນ​ອັນ​ທີ່​ທ່ານ​ບັນ​ລະ​ຍາຍ​ວ່າ ​ເປັນ
“ການ​ໂອ້​ລົມ​ສົນທະນາ​ໃນ​ທາງ​ເສີມ​ສ້າງ” ໃນວັນພະຫັດ
ມື້ນີ້ ກັບປະທານາທິບໍດີ Abdu Rabu Mansour Hadi ແຫ່ງ
ເຢເມັນ ໃນຂະນະທີ່ທ່ານທຳການຢ້ຽມຢາມ ຊາອຸດີອາເຣເບຍ
​ເພື່ອ​ຫາລື​ກ່ຽວກັບການຢຸດຊົ່ວ​ຄາວເພື່ອມະນຸດສະທຳ ໃນການ
ໂຈມຕີທາງອາກາດ ພາຍໃຕ້ການນຳພາຂອງຊາອຸດີ ອາເຣເບຍ
ຢູ່ໃນເຢເມັນນັ້ນ.

ທ່ານ Hadi ໄດ້ຫລົບໜີໄປອາໄສ ຢູ່ໃນຊາອຸດີ ອາເຣເບຍ ໃນ
ທ້າຍເດືອນມີນາຜ່ານມາ ຂະນະທີ່ພວກນັກຕໍ່ສູ້ເຜົ່າ Houthi
ບຸກຄືບໜ້າມາ ຈາກນະຄອນຫຼວງ Sana’a ໄປສູ່ຝັ່ງທະເລທາງພາກໃຕ້ຂອງປະເທດ ທີ່ກະຕຸ້ນໃຫ້ພວກເຮືອບິນຂອງຊາອຸດີອາເຣເບຍ ໄປຖິ້ມລະເບີດໃສ່ ພວກກະບົດນັ້ນ. ແຕ່ບັນດາກຸ່ມຊ່ອຍເຫຼືອບັນເທົາທຸກ ໄດ້ຮ້ອງທຸກກ່ຽວກັບຄວາມຫຍຸ້ງຍາກໃນການລຳລຽງ
ເຂົ້າປາອາຫານ ແລະສິ່ງທີ່ຕ້ອງການອື່ນໆໄປໃຫ້ພວກພົນລະເຮືອນໃນເຢເມັນ.

Kerry, Al-Jubeir Discuss Yemen Cease-fire in Saudi Arabia
please wait

No media source currently available

0:00 0:03:17 0:00

ທ່ານ Kerry ກ່າວໃນວັນພຸດວານນີ້ວ່າ ການຢຸດພັກໃດໆໃນການໂຈມຕີທາງອາກາດ ຈະ
ຕ້ອງດຳເນີນໄປ ໃນທາງທີ່ບໍ່ປ່ອຍໃຫ້ຜູ້ໃດຍຶດເອົາ ດິນແດນຕື່ມ​ອີກ ຫລື ໂຈມຕີພວກທີ່
ວາງອາວຸດຂອງພວກເຂົາເຈົ້າ ເປັນການຊົ່ວຄາວນັ້ນ.

ທ່ານ Kerry ກ່າວວ່າ “ພວກເຮົາຮຽກຮ້ອງໃຫ້ໝົດທຸກຝ່າຍຜູ້ໃດກໍຕາມທີ່ມີສ່ວນ
ພົວພັນນຳ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍມະນຸດສະທຳ ແລະໃຫ້ທຳການ
ລະມັດລະວັງທຸກຢ່າງ ເພື່ອຮັກສາບໍ່ໃຫ້ພວກພົນລະເຮືອນຕົກຢູ່ໃນເຂດສູ້ລົບ
ໃຫ້ຢູ່ນອກເຂດອັນຕະລາຍ ຕະຫຼອດທັງອຳນວຍໂອກາດໃຫ້ສາມາດສົ່ງການ
ຊ່ອຍເຫຼືອດ້ານມະນຸດສະທຳ ໄປ​ໃຫ້​ເຂົາ​ເຈົ້າ.”

​ໃນ​ວັນ​ພະຫັດ​ມື້​ນີ້ ທ່ານ Kerry ຍັງ​ໄດ້ພົບປະກັບທ່ານ Adel al-Jubeir ລັດຖະມົນຕີ​ຕ່າງປະ​ເທດຄົນ​ໃໝ່ ​ແລະ​ມີ​ກຳນົດ​ຈະ​ພົບ​ປະ​ຫາລື​ກັບ​ກະສັດ Salman ​ແຫ່ງ​ຊາ​ອຸ​ດີອາ​ເຣເບຍ ນຳເຊັ່ນກັນ.

Kerry Saudi Arabia
please wait
Embed

No media source currently available

0:00 0:01:09 0:00

Kerry Holds 'Constructive' Talks with Yemen's President

U.S. Secretary of State John Kerry held what he described as "constructive" talks Thursday with Yemen's President Abdu Rabu Mansour Hadi, as he visits Saudi Arabia for talks on a proposed humanitarian pause in the Saudi-led airstrikes in Yemen.

Mr. Hadi fled to Saudi Arabia in late March as Houthi fighters advanced from the capital, Sana'a, to the southern coast in an offensive that prompted Saudi warplanes to bomb the rebels. But aid groups have complained about difficulties in getting food and other needed items to civilians in Yemen.

Kerry said Wednesday that any pause in the air campaign must be carried out in a way that does not allow anyone to try to grab more territory or attack those who have temporarily put down their weapons.

"We have urged all sides, anybody involved, to comply with humanitarian law and to take every precaution to keep civilians out of the line of fire, out of harm's way as well as to provide the opportunity for humanitarian assistance to be able to be delivered," Kerry said.

He also met Thursday with new Saudi Foreign Minister Adel al-Jubeir and was due to hold talks with King Salman.

XS
SM
MD
LG