ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ທ່ານ Kerry ພົບປະ ຄັ້ງປະຫວັດສາດ ກັບ ຄູ່ຕຳແໜ່ງ ຝ່າຍອີຣ່ານ (ວີດີໂອ)


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ແລະຄູ່ຕໍາແໜ່ງຝ່າຍອີຣ່ານ ທ່ານ Javad Zarif (ຂວາ)
ສະຫະລັດ ​ແລະ​ອີຣ່ານ ​ໄດ້ເປີດ​ການ​ເຈລະຈາໂດຍ​ກົງ ​ໃນ​ລະ
ດັບ​ສູງ​ສຸດ ໃນ​ຮອບ 30 ກວ່າປີ ຢູ່​ນອກ​ກອງ​ປະຊຸມ ທີ່​ນະຄອນ
​ນິວຢອກ ​ເພື່ອ​ແນໃສ່ແກ້​ໄຂ​ການ​ປະ​ເຊີນ​ໜ້າ ​ກ່ຽວ​ກັບ​ໂຄງການ​
ນິວ​ເຄລຍຂອງອີຣ່ານ.

ລຸນ​ຫລັງ​ການປະຊຸມ​ກັບ​ຫ້າ​ປະ​ເທດ​ມະຫາ​ອໍານາດຂອງ​ໂລ​ກ ​ໃນ
​ວັນ​ພະຫັດ​ວານ​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດທ່ານ
John Kerry ​ໄດ້ໂອ້​ລົມ​ເປັນ ພິ​ເສດຢ່າງ​ບໍ່​ຄາດ​ຝັນ​ກ່ຽວ​ກັບ​ເລື່ອງ
​ນິວ​ເຄລຍ ແບບ​ສອງ​ຕໍ່​ສອງ ​ເປັນ​ເວລາ​ປະ ມານ 30 ນາທີ ກັບ
ລັດຖະມົນຕີການ​ຕ່າງປະ​ເທດອີຣ່ານ ທ່ານ Javad Zarif.

ການພົບ​ປະດັ່ງກ່າວ ແມ່ນ​ເປັນ​ການ​ພົບ​ປະແບບເຊິ່ງໜ້າຢ່າງ
​ເປັນ​ທາງ​ການລະ ດັບສູງ​ສຸດ ລະຫວ່າງ​ເຈົ້າ​ໜ້າ​ທີ່ສະຫະລັດ
​ແລະ​ອີຣ່ານ ນັບ​ຕັ້ງ​ແຕ່ໄດ້ມີການປະ​ ຕິ​ວັດສາສະໜາ​ອິສລາມ
​ໃນ​ປີ 1979 ​ເວລາຊາວອາ​ເມຣິກັນໄດ້​ຖືກຈັບ​ເປັນ​ໂຕ​ປະກັນ
​ແລະ​ຄວາມສໍາພັນທາງ​ການ​ທູດ ​ໄດ້​ຢຸດຊະງັກລົງ.

Kerry Holds Historic Meeting with Iran's FM
please wait

No media source currently available

0:00 0:00:53 0:00
ລິງໂດຍກົງ


ທ່ານ Kerry ກ່າວ​ວ່າ ທ່ານ​ແລະ​ຄູ່​ຕໍາ​ແໜ່ງ​ຝ່າຍ​ອີຣ່ານ ໄດ້​ມີ “ການ​ປະ​ຊຸມແບບສ້າງສັນ”
ກັບ​ທ່ານ Zarif ໂດຍໃຫ້​ຂໍ້​ສັງ​ເກດ​ວ່າ “ມີ​ນໍ້າ​ສຽງທີ່​ແຕກຕ່າງໄປຫລາຍ” ຈາກອີຣ່ານ. ແຕ່
ທ່ານ​ກ່າວ​ວ່າ “ການ​ປະຊຸມພຽງ​ເທື່ອ​ດຽວ ​ແລະ​ການ​ປ່ຽນ​ແປງ​ນໍ້າ​ສຽງ” ນັ້ນ ບໍ່​ໄດ້​ໃຫ້​ຄໍາ
​ຕອບ​ຕໍ່ຄໍາ​ຖາມຕ່າງໆ ກ່ຽວ​ກັບ​ໂຄງ ການ​ນິວ​ເຄລຍຂອງ​ອີຣ່ານ​. ​

ສ່ວນທ່ານ Zarif ​ກ່າວ​ວ່າ ກອງ​ປະ​ຊຸມ​ຫ້າ​ປະ​ເທດ ສະມາ​ຊິກ​ຖາວອນຂອງສະພາ​ຄວາມ
ໝັ້ນຄົງສະຫະ​ປະຊາ​ຊາດ ​ແລະ​ເຢຍລະ​ມັນ ​ໄດ້​ຕົກລົງທີ່​ຈະ​ເລັ່ງລັດ​ການ​ເຈລະຈ​ານິວ​
ເຄລຍ ​ໂດຍໃຫ້​ຂໍ້​ສັງ​ເກ​ດວ່າ ອີຣ່ານ​ຫວັງ​ວ່າຈະ​ບັນລຸ​ພາຍ​ໃນ​ນຶ່ງ​ປີ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດໃຫ້ການ​ຢືນຢັນ​ວ່າ ອີຣ່ານ​ໄດ້​ໃຫ້ການ​ສະ​ເໜີ​ດັ່ງກ່າວ ​ແທ້. ​
ແຕ່​ເຂົາ​ເຈົ້າ​ໄດ້​ຊຸກຍູ້​ໃຫ້ອີຣ່ານ ​ໃຫ້ການສະ​ເໜີທີ່​ມີ​ລາຍ​ລະ​ອຽດ​ຫລາຍ​ຂື້ນ ​ເວລາ​ອັນ
​ທີ່​ຮ້ອງ​ວ່າ ການ​ເຈລະ​ຈາຂອງ​ກຸ່ມ P5+1 ​ມີ​ຂື້ນອີກໃນ​ເດືອນ​ໜ້ານີ້ທີ່ນະຄອນ​ ​Geneva ຕາມ​ທີ່​ໄດ້​ຕົກລົງ​ກັນ​ ​ໃນລະຫວ່າງ​ການ​ພົບ​ປະຄັ້ງນີ້. ​

New Approach Creates Optimism About Iran Talks
please wait

No media source currently available

0:00 0:03:13 0:00
ລິງໂດຍກົງ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG