ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Kerry ເດີນທາງ ໄປຢ້ຽມຢາມ ຕາເວັນອອກກາງ ແລະເອເຊຍ (ວີດີໂອ)


ລັດຖະມົນ​ຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ກໍາລັງເດີນທາງຢ້ຽມຢາມ ຕາເວັນອອກກາງ ແລະເອເຊຍ.
ລັດຖະມົນ​ຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ກໍາລັງເດີນທາງຢ້ຽມຢາມ ຕາເວັນອອກກາງ ແລະເອເຊຍ.
ລັດຖະມົນ​ຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry
ກໍາລັງ​ເດີນ​ທາງ​ໄປ​ຍັງພາກຕາ​ເວັນ​ອອກ​ກາງ​ໃນ​ວັນ​ເສົາ​ມື້​ນີ້ ​
ເພື່ອ​ຊຸກ​ຍູ້​ໃຫ້​ມີ​ຄວາມ​ຄືບ​ໜ້າ ​ກ່ຽວ​ກັບບັນຫາຊີ​ເຣຍ ​ແລະ
ການ​ຂັດ​ແຍ້​ງລະ​ຫວ່າງອິສ ຣາ​ແອລກັບປາ​ແລ​ສໄຕ.

ມີ​ກຳນົດ​ວ່າ ທີ່​ນະຄອນອິສ​ແຕນ​ບຸນ ທ່າ​ນຈະ​ພົບ​ປະ​ກັບ​ບັນ
ດາ​ເຈົ້າ​ໜ້າ​ທີ່​ເທີ​ກີຮວມ​ທັງ​ນາຍົກລັດຖະມົນ​ຕີ Recep
Tayyip Erdogan ​ເພື່ອ ​ສົນທະນາ​ຫາລື​ກ່ຽວ​ກັບ​ການ​ດຳ​
ເນີນ​ຄວາມ​ພະຍາຍາມ ຫາ​ທາງ​ຍຸຕິ​ສົງ ຄາມ​ກາງ​ເມືອງ​ໃນ
ຊີ​ເຣຍ ທີ່​ໄດ້​ດໍາ​ເນີນ​ມາ​ເປັນ​ເວລາ​ສອງ​ປີ​ແລ້ວນັ້ນ.

ກະ​ຊວງ​ການ​ຕ່າງປະ​ເທດສະຫະລັດກ່າວ​ວ່າ ນອກ​ນັ້ນທ່ານຍັງ​ຈະ​ຊຸ​ກຍູ້ໃຫ້​ມີ​ການ​ເອົາ​ມາດ​ຕະການ ​ເສີມສ້າງຄວາມໄວ້​ເນື້ອ​ເຊື່ອ​ໃຈ ລະຫວ່າງ ອິສຣາ​ແອ​ລກັບປາ​ແລ​ສ​ໄຕ ​ແລະ​ສໍາລັບ​ເທີ​ກີ​ແລ້ວ​ແມ່ນ​ຫາ​ທາງ​ປັບປຸງ ຄວາມສໍາພັນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ໃນ​ເວ​ລາທີ່ອິສຣາ​ແອ​ລ ໄດ້​ຂັດ ຂວາງ​ບໍ່​ໃຫ້ຂະ​ບວນ​ເຮືອຂອງເທີ​ກີ ລຳລຽງ​ການ​ຊ່ວຍ​ເຫ​ລື​ອໄປໃຫ້​ແ​ຫຼມ ກາຊາ ​ໃນ​ປີ 2010. ມີຊາວ​ເທີ​ກີ ​8 ຄົນແລະຄົນອາ​ເມຣິກັນ​ເຊື້ອສາຍ ​ເທີ​ກີ​ຄົນນຶ່ງເສຍ​ຊີວິດ​ຢູ່ ​ໃນ​ເຫດ​ຮ້າຍ​ດັ່ງກ່າວ.

ຫລັງ​ຈາກ​ນັ້ນທ່ານ Kerry ກໍຈະໄປ​ຢ້ຽມຢາມປະ​ເທດອັງກິດ ​ເກົາຫລີ​ໃຕ້ ຈີນ ​ແລະ​ຍີ່​ປຸ່ນ. ​ມີ​ທ່າ​ທາງ​ວ່າການ​ປຶກສາ​ຫາລື​ຈຳນວນ​ນຶ່ງໃນ​ເຂດ ​ເອ​ເຊຍ​ຕາ​ເວັນ​ອອກຈະມີເປົ້າໝາຍ​ແນ​ໃສ່​ໂຄງການ​ນິວ​ເຄລຍຂອງເກົາ ຫລີ​ເໜືອ ​ແລະການ​ຂົ່ມຂູ່​ທີ່​ເພີ້ມທະວີ​ຂຶ້ນຂອງ​ປະ​ເທດ​ດັ່ງກ່າວ​ຕໍ່ເກົາຫລີ​ໃຕ້ແລະສະຫະລັດ.

ລັດຖະມົນຕີ​ກາ​ນຕ່າງປະ​ເທດສະຫະລັດຈະ​ເດີນທາງ​ອອກ​ຈາ​ກນະຄອນ ໂຕ​ກຽວ ກັບ​ຄືນ​ສູ່ກຸງວໍ​ຊິງ​ຕັນ ​ໃນ​ວັນ​ທີ 15 ​ເມສາ.

ກ່ຽວຂ້ອງກັນ

XS
SM
MD
LG