ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ ແຄຣີ ມຸ້ງໜ້າໄປຮ່ວມ ກອງປະຊຸມ ສຸດຍອດ ຕ້ານການສໍ້ລາດບັງຫຼວງ ທີ່ຢູໂຣບ


ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ຂຶ້ນເຮືອບິນປະຈຳຕຳແໜ່ງ. ທ່ານ Kerry ຈະພົບປະກັບ ບັນດາເຈົ້າໜ້າທີ່ ຈາກຫຼາຍໆ ປະເທດ ແລະ ເຂົ້າຮ່ວມໃນ
ກອງປະຊຸມສຸດຍອດ ຕ້ານການສໍ້ລາດບັງຫຼວງ ໃນລະຫວ່າງການເດີນທາງໄປ ຢູໂຣບ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ຂຶ້ນເຮືອບິນປະຈຳຕຳແໜ່ງ. ທ່ານ Kerry ຈະພົບປະກັບ ບັນດາເຈົ້າໜ້າທີ່ ຈາກຫຼາຍໆ ປະເທດ ແລະ ເຂົ້າຮ່ວມໃນ ກອງປະຊຸມສຸດຍອດ ຕ້ານການສໍ້ລາດບັງຫຼວງ ໃນລະຫວ່າງການເດີນທາງໄປ ຢູໂຣບ.

ທ່ານ ຈອນ ແຄຣີ ຣມຕ ຕ່າງປະເທດ ສຫລເລີ້ມ ພາລະກິດທາງການທູດ 4 ມື້ຂອງທ່ານ ທີ່ຢູຣົບໃນວັນຈັນມື້ນີ້ ບ່ອນທີ່ທ່ານຈະພົບພໍ້ກັບພວກເຈົ້າທີ່ ຈາກຫຼາຍໆ ປະເທດ ແລະ ເຂົ້າຮ່ວມໃນກອງປະຊຸມສຸດຍອດ ຕ້ານການສໍ້ລາດບັງຫຼວງ.

ກອງປະຊຸມຕ້ານການສໍ້ລາດບັງຫຼວງທີ່ຈະມີຂຶ້ນໃນວັນພະຫັດນີ້ ແມ່ນ ນຍ ອັງກິດ ທ່ານ David Cameronເປັນເຈົ້າພາບ ແລະຈະປະກອບສ່ວນໂດຍຜູ້ນຳຈາກອັຟການິສຖານ ໂກລົມເບຍ ໄນຈິເຣຍ ແລະປະເທດອື່ນໆ.

ນາຍົກຂອງອັງກິດ ທ່ານ David Cameron ເດີນທາງອອກຈາກ ບ້ານເລກທີ 10 ຖະໜົນ Downing ນະຄອນ ລອນດອນ, ປະເທດອັງກິດ, ວັນທີ 11 ເມສາ 2016.
ນາຍົກຂອງອັງກິດ ທ່ານ David Cameron ເດີນທາງອອກຈາກ ບ້ານເລກທີ 10 ຖະໜົນ Downing ນະຄອນ ລອນດອນ, ປະເທດອັງກິດ, ວັນທີ 11 ເມສາ 2016.

ກອງປະຊຸມສຸດຍອດຂອງທ່ານ Cameronມີເປົ້າໝາຍແນໃສ່ແກ້ໄຂບັນຫາການສໍ້ລາດ ບັງຫຼວງໃນທົ່ວໂລກ ແລະ ມີຂຶ້ນ ພຽງສອງສາມອາທິດ ລຸນຫຼັງ ທີ່ທ່ານຖືກເຜີຍແບຢູ່ໃນ ການຮົ່ວໄຫຼຂອງອັນທີ່ເອີ້ນວ່າ ເອກະສານ ປານາມາ ເລື້ອງເງິນທຶນຝາກທະນາຄານ ນອກປະເທດ ທີ່ພໍ່ຂອງທ່ານເປັນຜູ້ຈັດຕັ້ງຂຶ້ນມາ. ທ່ານ Cameronກ່າວວ່າ ທ່ານເອງ ບໍ່ໄດ້ເຮັດຫຽັງຜິດ. ສາທາລະນະຊົນ ຈະສາມາດຊອກຮູ້ໄດ້ ກ່ຽວກັບ ເອກະສານປານາມາ ນີ້ ຊຶ່ງມີຊື່ຜູ້ນຳໂລກຫຼາຍຄົນ ພ້ອມດ້ວຍ ບັນດາທ່ານຜູ້ມີກຽດຕ່າງໆ ຊຶ່ງຈະເລີ້ມຂຶ້ນ ໃນ ວັນຈັນມື້ນີ້.

ທ່ານ Cameronກ່າວວ່າ ຄໍຣັບຊັນ “ເປັນຮາກເຫງົ້າ ຂອງບັນຫາຫຼາຍຢ່າງຂອງໂລກ ທັງເປັນສັດຕູຂອງຄວາມກ້າວໜ້ານຳດ້ວຍ.”

ທ່ານກ່າວຕ່ືມວ່າ “ບັນຫານີ້ ເປັນສິ່ງທີ່ຕ້ອງຫ້າມໃນການແກ້ໄຂມານານເກີນໄປ. ກອງ ປະຊຸມສຸດຍອດນີ້ ຈະປ່ຽນແປງແນວຄິດດັ່ງກ່າວ. ພວກເຮົາຈະຊ່ອຍກັນຕໍ່ສູ້ກັບການ ຄໍຣັບຊັນ ນີ້ ຈົນເຖິງທີ່ສຸດໃນວົງການວຽກງານບຸລິມະສິດສາກົນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG