ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລມຕ ຕ່າງປະເທດ Kerry ເດີນທາງໄປຮ່ວມ ກອງປະຊຸມ ສຸດຍອດເສດຖະກິດ ຢູ່ ອີຈິບ


ລມຕ ຕ່າງປະເທດ ສະຫະລັດ ທ່ານ John Kerry ເດີນທາງໄປ ເຖິງ ອີຈິບແລ້ວ ເພື່ອເຂົ້າຮ່ວມກອງປະຂຸມສຸດຍອດເສດຖະກິດ (13 ມີນາ 2015)
ລມຕ ຕ່າງປະເທດ ສະຫະລັດ ທ່ານ John Kerry ເດີນທາງໄປ ເຖິງ ອີຈິບແລ້ວ ເພື່ອເຂົ້າຮ່ວມກອງປະຂຸມສຸດຍອດເສດຖະກິດ (13 ມີນາ 2015)

ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ​ເດີນ
ທາງໄປຮອດ​ປະ​ເທດ​ອີ​ຈິບແລ້ວ ​ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອ​ເຂົ້າຮ່ວມ
ກອງປະຊຸມ​ສຸດ​ຍອດເສດຖະກິດ​ ທີ່​ແນ​ໃສ່​ເພື່ອ​ດຶງດູດ​ເອົາການ​
ລົງ​ທຶນຈາກ​ຕ່າງປະ​ເທດ​ຫລາຍ​ຂື້ນ​ໃຫ້ແກ່ອີຈິບ​ທີ່​ກຳລັງປະສົບ​
ບັນຫາ​ດ້ານ​ການ​ເມືອງ.

ກອງ​ປະຊຸມເປັນເວລາສາມ​ວັນ​ກຳລັງ​ຈັດ​ຂຶ້ນ ທ່າມ​ກາງ​ການ​ຮັກ
ສາຄວາມ​ປອດ​ໄພ​ຢ່າງ​ໜາ​ແໜ້ນທີ່ເມືອງ Sharm el-Sheik
​ບ່ອນ​ຕາກ​ອາກາດ​ແຄມ​ທະ​ເລ​ແດງ​ຢູ່​ໃນ​ແຫລມ Sinai. ຂົງ​ເຂດ
ດັ່ງກ່າວ​ແມ່ນເປັນ​ທີ່ຕັ້ງ​ຂອງ​ພວກກະບົດ​ທີ່​ໄດ້​ ​ເຮັດ​ໃຫ້​ເສດຖະ
ກິດ​ອີ​ຈິບ​ເປັນອຳມະພາດ.

​ພວກ​ຫົວ​ຮຸນ​ແຮງ ທີ່ມີຖານປະຕິບັດງານໃນແຫຼມ Sinai ຊຶ່ງໄດ້​ສະແດງຄວາມ ​ຈົງ​ຮັກ​ພັກ
ດີ​ຕໍ່​ກຸ່ມ​ລັດ​ອິສລາມ ​ໄດ້ທຳການ​ໂຈມ​ຕີເປັນລຳດັບມາ ນັບ​ແຕ່​ອະດີດ ປະທານາທິບໍດີ
Mohammed Morsi ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາ​ຕຳ​ແໜ່​ງໃນການ ກໍ່ລັດຖະປະຫານໂດຍ
ພວກທະຫານທີ່ໄດ້ຮັບການສະໜັບສະໜຸນຈາກປະຊາຊົນ ​ໃນ​ປີ 2013.

ປະທານ​າທິບໍດີອີ​ຈິບ ທ່ານ Abdel Fattah Al-Sisi ກຳລັງ​ພະຍາຍາມທີ່ຈະ​ສະ​ແດງ​ໃຫ້​
ເຫັນ​ວ່າ ທ່ານ​ສາມາດຈຳກັດ​ຄວາມ​ຮຸນ​ແຮງໄດ້ ​ແລະ​ດືງດູດ​ເອົາ​ບັນດາ​ນັກ​ລົງທືນຕ່າງປະ​
ເທດ ​ທີ່​ໄດ້​ຫັນ​ໜ້າ​ໜີ​ໄປຈາກ​ປະ​ເທດ ​ເພາະ​ຄວາມ​ບໍ່​ສະຫງົບ​ທາງ​ດ້ານການ​ເມືອງນັ້ນ.

ບັນ​ດາ​ຜູ້ນຳ​ທຸລະ​ກິດແລະ​ພວກ​ເຈົ້າ​ໜ້າ​ທີ່ຫລາຍ​ຮ້ອຍ​ຄົນ ກຳລັງ​ພາກັນ​ເຂົ້າ​ຮ່ວມ ກອງ​
ປະຊຸມ​ນາໆ​ຊາດ​ຢ່າງ​ຄຶກຄຶ້ນໃນຄັ້ງນີ້ຮວມທັງ​ບັນດາ​ນັກ​ການ​ທູດ​ຂັ້ນ​ສູງ​ຈາກ ສະຫະລັດ
​ແລະສະຫະພາບ​ຢູ​ໂຣບ ຕະຫລອດທັງ​ບັນດາ​ຜູ້ຕາງໜ້າ​ຈາກບໍລິສັດ ​ທີ່​ສຳຄັນ​ຕ່າງໆ ຮວມ
ທັງ​ບໍລິສັດນ້ຳມັນຂອງອັງກິດນຳດ້ວຍ.

XS
SM
MD
LG