ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ເດີນທາງກັບບ້ານ ຫຼັງຈາກປະສົບ ອຸບັດເຫດ ລົດຖີບລົ້ມ


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John kerry ກ່າວຄຳປາໄສຕໍ່ນັກຂ່າວໃນລະຫວ່າງການຖະແຫຼງຂ່າວເລື້ອງ
ກອງປະຊຸມລັດຖະມົນຕີຕ່າງປະເທດຂອງ NATO
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John kerry ກ່າວຄຳປາໄສຕໍ່ນັກຂ່າວໃນລະຫວ່າງການຖະແຫຼງຂ່າວເລື້ອງ ກອງປະຊຸມລັດຖະມົນຕີຕ່າງປະເທດຂອງ NATO

ທ່ານ ລັດຖະມົນ​ຕີການ​ຕ່າງປະ​ເທດ ສະຫະລັດ John Kerry ​ໄດ້​ກັບຄືນ​ມາ​ບ້ານ​ຂອງ​ທ່ານ​ໃນ​ວັນ​ຈັນ​ມື້​ນີ້ ຫຼັງ​ຈາກ​ທີ່​ຂາ​ຂອງ​ທ່ານ​ໄດ້​ຫັກ​ຈາກ​ການປະສົບ​ອຸບັດ​ເຫດ​ລົດຖີບ​ລົ້ມ.

ທ່ານ Kerry ​ໄດ້​ຖືກ​ນຳ​ສົ່ງ​ໄປ​ເຂົ້າ​ໂຮ​ງໝໍ​ທີ່​ນະ​ຄອນ ​ເຈ​ນີວາ ປະ​ເທດ​ສະ​ວິດ​ເຊີແລ​ນ ດ້ວຍອາການ​ຄົງ​ຕົວ​ ຫຼັງ​ຈາກ​ອຸ​ບັດ​ເ​ຫດ​ໃນ​ວັນ​ອາທິດ​ວານ​ນີ້​ຢູ່​ໃກ້​ກັບ​ Scionzier ປະ​ເທດ ຝຣັ່ງ ປະມານ 40 ​ກິ​ໂລ​ແມັດ​ຫ່າງຈາກ​ຊາຍ​ແດ​ນປະ​ເທດ ສະ​ວິດເຊີ​ແລ​ນ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ທ່ານ John Kirby ​ໄດ້​ກ່າ​ວ​ໃນ​ວັນ​ອາທິດ​ວານ​ນີ້ວ່າ ທ່ານ Kerry ມີ​ແຜ​ນທີ່​ຈະ​ບິນ​ກັບ​ມາສະ​ຫະລັດ​ໃຫ້​ຕອນ​ແລງ​ຂອງ​ວັນ​ອາທິດ​ວານ​ນີ້.“​ແຕ່​ວ່າ​ຫຼັງ​ຈາກ​ທີ່​ໄດ້​ປຶກ​ສາ​ຫາລື​ກັນ​ເພີ່ມ​ເຕີ​ມ​ແລ້ວ ມັນ​ເປັນ​ການ​ດີ​ສຳລັບ​ທ່ານ​ທີ່​ຈະຕ້ອງ​ຢູ່ໂຮງໝໍ​ເພື່ອສັງ​ເກດ​ອາການ​ຂ້າມ​ຄືນ​ເພື່ອປ້ອງ​ກັນ​ອາການ​ອື່ນ​ໆ​ທີ່​ອາດ​ຈະ​ເກີດຕາມ​ມາ.” ທ່ານ Kirby ​ໄດ້​ກ່າວ​ວ່າ ທ່ານ​ລັດຖະມົນຕີ​ ມີ​ກຳລັງ​ໃຈດີ ​ແລະ ​ແຂງ​ແຮງ” ​ແລະ ທ່ານ​ກໍ​ໄດ້​ໂທລະ​ສັບ​ກັບ​ຫຼາຍ​ຄົນ​ລວ​ມທັງ ການ​ໂທ​ລົມ​ກັບ​ປະທານາທິບໍດີ Barack Obama.

ທ່ານ Kerry ​ເຊິ່ງກະດູກກົກ​ຂາ​ຫັກ, ຈະ​ໄດ້​ຮັບ​ການ​ປິ່ນປົວ​ຢູ່​ໂຮງໝໍ​ໃນ​ນະ​ຄອນ Boston. ​ທ່ານ​ໂຄສົກ​ໄດ້​ກ່າວ​ແນວ​ນັ້ນ​ຍ້ອນ​ວ່າ​ອາການ​ບາດ​ເຈັບ​ແມ່ນ​ຢູ່​ໃກ້​ກັບ​ບ່ອນ​ທີ່​ທ່ານເຄີຍ​ໄດ້​ຮັບ​ການ​ຜ່າ​ຕັດກະ​ໂພ​ກມາ​ກ່ອນ, ທ່ານ Kerry ຈະ​ໄດ້​ຖືກປິ່ນປົວ​ໂດຍແພດ​ໝໍຜູ້​ທີ່​ເຄີ​ຍທຳ​ການ​ຜ່າຕັດ​ທ່ານ​ກ່ອນ​ໜ້າ​ນີ້.

ທ່ານ Kerry ​ໄດ້​ໄປ​ປະ​ເທດ ສະ​ວິ​ດ​ເຊີ​ແລນ​ເພື່ອ​ເຈລະຈາ​ກັບ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ ອີຣ່ານ Javad Zarif ​ໃນ​ຫົວ​ຂໍ້​ການ​ຕົກລົງ​ກ່ຽວ​ກັບ​ນິວ​ເຄຼຍກ່ອນ​ມື້​ຂີດ​ເສັ້ນ​ຕາຍ ​ໃນວັນ​ທີ 30 ​ເດືອນ ​ມິຖຸນາ.​

XS
SM
MD
LG