ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານແຄຣີ ພົບປະກັບ ລມຕ ຕ່າງປະເທດອິຣ່ານ ເປັນເທື່ອທໍາອິດ (ວີດີໂອ)


ລັດຖະມົນຕີຕ່າງປະເທດອິຣ່ານ ທ່ານ Mohammad Javad Zarif
ລັດຖະມົນຕີຕ່າງປະເທດອິຣ່ານ ທ່ານ Mohammad Javad Zarif
ທ່ານ​ຈອນ ​ແຄຣີ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້ທໍາ​ການ​ພົບ​ປະ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ກັບ​ທ່ານ Mohammad Javad Zarif ລັດຖະມົນຕີ​ຕ່າງປະ​ເທດ​ອິຣ່ານ ຢູ່​ນອກ ​ກອງ​ປະຊຸມ​ຄວາມ​ໝັ້ນ
ຄົງ Munich ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ປຶກສາ​ຫາລືບັນຫາ​ກ່ຽວ​ກັບ​ໂຄງການ​ນີວ​ເຄຼຍຂອງ​ອິຣ່ານ ນັ້ນ.

​ເຈົ້າໜ້າ​ທີ່​ອາວຸ​ໂສ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ທ່ານ​ນຶ່ງ​ເວົ້າ​
ວ່າ ທ່ານ​ແຄຣີ ​ໄດ້​ເນ້ນຢໍ້າຕໍ່​ທ່ານ Zarif ​ເຖິງ​ຄວາມ​ສໍາຄັນ​ທີ່​ທັງ
​ສອງ​ຝ່າຍ​ຕ້ອງ​ເຈລະຈາ​ຕໍ່​ລອງ​ກັນ ດ້ວຍ​ເຈດ​ຕະນາ​ອັນ​ດີ ​ແລະ
​ອິຣ່ານຕ້ອງ​ປະຕິບັດ​ຕາມ​ພັນທະ​ຂອງ​ຕົນ ພາຍ​ໃຕ້​ແຜນ​ປະຕິບັດ​ງານ​ຮ່ວ​ມ ທີ່​ອອກ​ມາ​ຈາກ​ກອງ​ປະຊຸມ​ນາໆ​ຊາດ ​ເມື່ອ​ເດືອນ​ພະ
ຈິກ​ປີ​ກາຍ​ນີ້. ນອກ​ນັ້ນ ທ່ານ​ແຄຣີຍັງ​ກ່າວ​ໃຫ້​ເປັນ​ທີ່​ຈະ​ແຈ້​ງອີກ​ວ່າ ສະຫະລັດ​ຈະ​ສືບ​ຕໍ່ບັງ
ຄັບ​ໃຊ້ມາດຕາ​ການລົງ​ໂທດ​ຕໍ່ອິຣ່ານ ທີ່​ມີ​ຢູ່​ແລ້ວ​ນັ້ນ.

ຫົວໜ້າ​ນະ​ໂຍບາຍ​ຕ່າງປະ​ເທດ​ຂອງ​ອີ​ຢູ ທ່ານ​ນາງ Catherine Ashton ກ່າວ​ວ່າ ການ​ພົບ​ປະກັນ​ແບ​ບສອງ​ຕໍ່​ສອງ ລະຫວ່າງ​ທ່ານ​ແຄຣີ ກັບ​ທ່ານZarif ນັ້ນ ​ແມ່ນ​ສໍາຄັນ ​ຢ່າງ​ບໍ່​ໜ້​າ​ເຊື່ອ ​ໃນ​ຂະນະ​ທີ່​ປະຊາ​ຄົມ​ໂລກ​ກຽມ​ຕົວ ສໍາລັບ​ການ​ເຈລະຈາ​ຮອບດ້ານ​ກັບ​ອິຣ່ານ ຕື່ມອີກ.

ມະຫາ​ອໍານາດ​ໂລກ​ມີ​ກໍານົດ​ຈະ​ເລີ້ມ​ຕົ້ນ​ການ​ເຈລະຈາ​ຮອບ​ໃໝ່​ກັບ​ອິຣ່ານ ຢູ່​ກຸງ​ວຽນ​ນາ ​
ໃນ​ວັນ​ທີ 18 ກຸມພາ​ນີ້ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ໃຫ້​ບັນລຸ ຂໍ້​ຕົກລົງ​ຮອບດ້ານ​ກັບ​ອິຣ່ານ ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ​ອິຣ່ານນັ້ນ.

ສະຫະລັດ​ໄດ້​ກ່າວ​ຫາ​ອິຣ່ານວ່າ ພະ​ບາ​ບາ​ມຈະ​ສ້າງ​ລະ​ເບີດ​ນິວ​ເຄລຍ ​ແຕ່​ອິຣ່ານຢືນ​ຢັດ​
ວ່າ ​ໂຄງການ​ນິວ​ເຄລຍຂອງ​ຕົນແມ່ນ​ເພື່ອ​ຈຸດປະສົງ​ທາງ​ພົນລະ​ເຮືອນ​ທີ່​ສັນຕິ​ເທົ່າ​ນັ້ນ.

ອິຣ່ານ​ໄດ້​ບັນລຸ​ຂໍ້​ຕົກລົງ​ຂັ້ນ​ຕົ້ນ ກັບ​ຫົກ​ປະ​ເທດ​ມະຫາ​ອໍານາດ​ໂລກ ​ໃນເດືອນພະຈິກຜ່ານ
​ມາ ທີ່ຢ່າງ​ໜ້ອຍ​ກໍໄດ້ຍຸຕິ​ໄວ້​ຊົ່ວຄາວ ໂຄງການ​ນີວ​ເຄຼຍຂອງ​ອິຣ່ານ ທີ່​ເປັນ​ຫົວ​ຂໍ້​ຂັດ​ແຍ້​ງ
ກັນ​ມາ​ຕະຫຼອດນັ້ນ ​ແລະ​ຜ່ອນຜັນ​ການ​ລົງ​ໂທດ​ດ້ານ​ເສດຖະກິດ​ຕໍ່​ອິຣ່ານ. ຂໍ້​ຕົກລົງ​ຫົກ​ເດືອນ​ທີ່​ບັນລຸ​ກັນໃນ​ເດືອນ​ພະ​ຈິກ​ນັ້ນ ​ເປັນ​ການ​ໃຫ້​ໂອກາດ​ແກ່​ພວກ​ເຈລະຈາ​ຕໍ່​ຮອງ ມີ​ເວລາ​ເພື່ອ​ອອກ​ແບບ​ວິທີ​ການ​ແກ້​ໄຂທີ່​ຄົບ​ຖ້ວນ​ສົມບູນ​ຮອບດ້ານ ຕໍ່​ບັນຫາ​ການ​ປະ​ເຊີນ​ໜ້າ​ກັນ ທີ່​ມີມາ​ໄດ້​ສິບ​ປີ ລະຫວ່າງເຕຫະຣ່ານກັບບັນດາ​ປະ​ເທດ​ຕາ​ເວັນ​ຕົກ ກ່ຽວ​ກັບໂຄງ
ການ​ນີວ​ເຄຼຍຂອງ​ອິຣ່ານ​ນັ້ນ.

ວີດີໂອ: ການເຈລະຈາເລື້ອງໂຄງການນິວເຄລຍຂອງອິຣ່ານ ແມ່ນສ່ວນນຶ່ງຂອງ
ການໄປຮ່ວມ ກອງປະຊຸມຄວາມໝັ້ນຄົງມິວນິກ ຂອງທ່ານແຄຣີ:


Kerry's Security Talks in Europe to Include Iran Nuclear Accord
please wait

No media source currently available

0:00 0:02:56 0:00
ລິງໂດຍກົງ
XS
SM
MD
LG