ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Kerry ຈະແນໃສ່ ເລື້ອງຄວາມໝັ້ນຄົງ ໃນການພົບພໍ້ ທີ່ອີຈິບ


Kerry Five-Nation Tour to Cover Security, Iran Nuclear Deal
please wait

No media source currently available

0:00 0:01:41 0:00

ບັນຫາດ້ານຄວາມປອດໄພຈະເປັນຈຸດເພັ່ງເລັງຂອງທ່ານ John
Kerry ລັດຖະມົນຕີການຕ່າງປະເທດສະຫະລັດ ເວລາທ່ານພົບ
ປະກັບເຈົ້າໜ້າທີ່ອີຈິບທີ່ນະຄອນຫຼວງໄຄໂຣໃນທ້າຍສັບປະດາ
ນີ້ຊຶ່ງເປັນບ່ອນຢຸດແວ່ແຫ່ງທຳອິດໃນການຢ້ຽມຢາມ 5 ປະເທດ
ໃນພາກຕາເວັນອອກກາງ ແລະ ເອເຊຍຕາເວັນອອກສຽງໃຕ້.

ເຈົ້າໜ້າທີ່ອະວຸໂສຄົນນຶ່ງ ຂອງກະຊວງຕ່າງປະເທດກ່າວວ່າ ສະ
ຫະລັດມີຄວາມວິຕົກເປັນຫ່ວງຢ່າງຍິ່ງກ່ຽວກັບຄວາມວຸ້ນວາຍຢູ່ ໃນເຂດແຫຼມໄຊນາຍຂອງອີຈິບບ່ອນທີ່ພວກຫົວຮຸນແຮງທີ່ເປັນ
ເຄືອຂ່າຍ ຂອງກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຮ້າຍແຮງເປັນລຳດັບມາ.

ໃນການຖະແຫຼງຂ່າວເມື່ອວັນສຸກວານນີ້ ເຈົ້າໜ້າທີ່ຄົນດັ່ງກ່າວເວົ້າວ່າ ອີຈິບກຳລັງປະເຊີນ ໜ້າກັບໄພຂົ່ມຂູ່ຮ້າຍແຮງຈາກເຄືອຂ່າຍຂອງກຸ່ມລັດອິສລາມແລະສະຫະລັດຈຳເປັນຕ້ອງ ໄດ້ໃຫ້ການສະໜັບສະໜຸນ ຕໍ່ການດຳເນີນຄວາມພະຍາຍາມຂອງອີຈິບເພື່ອໃຫ້ມີສະຖຽນ ລະພາບຢູ່ໃນປະເທດດັ່ງກ່າວ.

ເຈົ້າໜ້າທີ່ເວົ້າວ່າເລື້ອງຄວາມປອດໄພຈະຮວມຢູ່ໃນບັນຫາຕ່າງໆທີ່ທ່ານ Kerry ຈະຫາລື ກັນໃນມື້ວັນອາທິດມື້ອື່ນນີ້ ເວລາທ່ານໂອ້ລົມກັບລັດຖະມົນຕີການຕ່າງປະເທດອີຈິບທ່ານ Sameh Soukry. ນອກນັ້ນທ່ານຍັງຈະໄດ້ພົບປະກັບປະທານາທິບໍດີ Abdel Fattah el-
Sisi ນຳດ້ວຍ.

ເຮືອບິນ F16
ເຮືອບິນ F16

ທ່ານນາງ Michele Dunne ນັກວິເຄາະກ່ຽວກັບພາກຕາເວັນອອກກາງທີ່ອົງການກອງ ທຶນສະໜັບສະໜຸນສັນຕິພາບນາໆຊາດ Carnegie ກ່າວວ່າ “ບັນຫາທ້າທາຍທີ່ແທ້ຈິງ
ສຳລັບລັດຖະມົນຕີ Kerry ໃນການພົບປະຢູ່ທີ່ປະເທດອີຈັບກໍແມ່ນວ່າ ຈະຫາລືກ່ຽວກັບ ພາບພົດຂອງຂົງເຂດແບບໃດ ການຕໍ່ສູ້ຂອງຂົງເຂດ ຕ້ານພວກກໍ່ການຮ້າຍ ແລະສະຖາ ນະການພາຍໃນປະເທດຂອງອີຈິບເອງ ແລະປະເທດທັງສອງຈະຕໍ່ສູ້ຮ່ວມກັນແບບໃດ.”

ນອກນັ້ນສະຫະລັດແລະເຈົ້າໜ້າທີ່ອີຈິບຍັງຈະຫາລືກັນກ່ຽວກັບເລື້ອງການເມືອງສິດທິມະ
ນຸດ ແລະເສດຖະກິດ.

ກ່ອນໜ້າການເດີນທາງໄປຢ້ຽມຢາມໃນຄັ້ງນີ້ ສະຖານທູດສະຫະລັດ ທີ່ນະຄອນຫຼວງໄຄ ໂຣໄດ້ປະກາດ ກ່ຽວກັບການຈັດສົ່ງເຮືອບິນລົບອາຍພົ່ນແອັຟ 16 ລຳ 8 ລຳ ຂອງສະຫະ
ລັດ ໄປໃຫ້ອີຈິບ ໃນຖານະທີ່ເປັນພາກສ່ວນນຶ່ງຂອງການດຳເນີນຄວາມພະຍາຍາມເພື່ອ ສະໜັບສະໜຸນອີຈິບແລະຂົງເຂດດັ່ງກ່າວ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG