ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ຍົກເລີກ ຂໍ້ຈຳກັດ ເຂົ້າໄປສູດມົນ ຢູ່ວັດໃຫຍ່ ເຈຣູຊາແລັມ


Kerry: 'Firm Commitments' to Restoring Status Quo at Al-Aqsa Mosque
please wait

No media source currently available

0:00 0:02:46 0:00

ລັດຖະມົນຕີ ຕ່າງປະເທດ ທ່ານ John Kerry ກ່າວວ່າ ບັນດາ ຜຸ້ນຳ ອິສຣາແອລ ປາແລສໄຕນ໌ ແລະຈໍແດນ ເຫັນດີຫລຸດຜ່ອນ ຄວາມເຄັ່ງຕືງ ຢູ່ວັດ ໃນນະຄອນເຈລູຊາແລັມ

ຊາວ​ມຸສລິ​ມ ນ້ອຍໃຫຍ່ທຸກໆຄົນ ​ໄດ້​ຮັບອະນຸຍາດ​ໃຫ້​ເຂົ້າໄປສູດ
ມົນພາວະນາ ໃນ​ວັນສຸກ​ມື້​ນີ້ ຢູ່​ທີ່​ວັດໃຫຍ່ Temple Mount ຊຶ່ງ
​ເປັນສະຖານທີ່​ສັກສິດຢູ່​ໃນ ນະຄອນ​ເຈ​ຣູຊາ​ແລັມ ທີ່​ຊາວມຸສລິມ
ຮ້ອງ​ວ່າ ວັດ al-Aqsa.

ອິສຣາ​ແອ​ລ ​ໄດ້​ຈຳກັດກ່ຽວກັບການເຂົ້າໄປສູດມົນພາວະນາ​ ຢູ່
ທີ່​ວັດດັ່ງກ່າວ ຫວ່າງ​ມໍ່ໆ​ມາ​ນີ້ ໂດຍອະນຸຍາດໃຫ້ແຕ່​ພວກ​ຜູ້ຍິງ
ແລະ​ຜູ້​ຊາຍ ທີ່ມີອາຍຸ 35 ປິ ​ຂຶ້ນໄປ ເພາະ​ຢ້ານ​ກົວ​ວ່າ ພວກຊາວ
ໜຸ່ມ​ອາດ​ຈະ​ກໍ່ຄວາມຮຸນ​ແຮງຂຶ້ນ.

​ໂຄສົກຕຳຫຼວດ ອິສຣາ​ແອ​ລ ທ່ານ Mickey Rosenfeld ກ່າວ
​ວ່າ ອິສຣາ​ແອ​ລ “ຫວັງ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ ຈະ​ງຽບແລະ​ສະຫງົບ ໃນມື້​ນີ້​.”

ທ່ານ Rosenfeld ກ່າວ​ວ່າ ມີການສົ່ງຕຳຫລວດ​ເພີ້​ມ​ເຕີມ​ໄປ​ຍັງ ນະຄອນ​ເຈ​ຣູຊາ​ແລັມ
​ເພື່ອ​ປ້ອງ​ກັນ​ບໍ່ໃຫ້ເກີດເຫດຮ້າຍໃດໆ ທັງຢູ່​ໃນແລະອ້ອ​ມ​ແອ້ມເຂດ ​ເມືອງ​ເກົ່າ ບ່ອນທີ່
ວັດ Temple Mount ຕັ້ງຢູ່ນັ້ນ.

ການ​ຕັດສິນ​ໃຈ​ຍົ​ກ​ເລີກ​ຂໍ້ຈຳກັດໃນເລື່ອງອາຍຸ ​ໄດ້​ປະກາດ​ໃຫ້ຊາບຫລັງ​ຈາກການເຈ ລະຈາໃນ​ວັນ​ພະຫັດ​ວານ​ນີ້ ລະຫວ່າງລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John
Kerry ກັບ​ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin Netanyahu ປະທານາ
ທິບໍດີປາ​ແລ​ສ​ໄຕ​ນ໌ ທ່ານ Mahmound Abbas ແລະກະ​ສັດ Abdullah ​ແຫ່ງ​ຈໍ​ແດນ.

ທ່ານ Kerry ກ່າວ​ວ່າ ທຸກ​ຝ່າ​ຍ​ໃຫ້ການ​ຄໍ້າ​ປະກັນແກ່ທ່ານ​ວ່າ ​ເຂົາ​ເຈົ້າ​ໝາຍ​ໝັ້ນ​ທີ່​ຈະຟື້ນ
ຟູຄວາມ​ສະຫງົບ ​ແລະ​ເອົາໃນ​ອັນ​ທີ່ທ່ານ​ຮ້ອງ​ວ່າ “ບາດກ້າວ​ອັນ​ແທ້​ຈິງ” ​ແທນ​ທີ່​ຈະເປັນ
​ພຽງ​ແຕ່ສຳນວນໂວຫານເທົ່ານັ້ນ. ທ່ານບໍ່​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວກັບ​ບາດກ້າວ​ເຫລົ່າ​ນັ້ນ.

ໃນການໃຫ້ຄວາມເຫັນ ກ່ຽວ​ກັບໂອກາດທີ່ຈະ​ຟຶ້ນຟູການ​ເຈລະ​ຈາ​ສັນຕິພາບໃນ ພາກຕາ​
ເວັນ​ອອກ​ກາງນັ້ນ ທ່ານ Kerry ກ່າວ​ວ່າ ນີ້​ບໍ່​ແມ່ນ​ເວລາ​ອັນ​ເໝາະ​ສົມ​ທີ່​ຜູ້ນຳ ອິສຣາ​ແອ​ລ ​ແລະ​ປາແລສ​ໄຕ​ນ໌ ​ຈະ​ຈັດ​ໃຫ້​ມີ​ການພົບປະ​ແບບເຊິ່ງໜ້າ.

ພາຍ​ໃຕ້​ຂໍ້ຕົກລົງ ທີ່ມີມາເປັນເວລາດົນ​ນານແລ້ວນັ້ນ ຊາວ​ຢີວສາມາດເຂົ້າໄປຢ້​ຽມຢາມ
ວັດ Temple Mount ໄດ້ ​ແຕ່​ບໍ່​ໃຫ້​ສູດມົນພາວະນາ​ຢ່າງ​ເປີດ​ເຜີຍ​ຢູ່​ທີ່​ນັ້ນເພື່ອ​ຫລີກ​ລ້ຽງ​
ຕໍ່ການສ້າງຄວາມບໍ່ພໍໃຈໃຫ້ແກ່ຊາວ​ອາຣັບ. ຊາວ​ຢິວຈຳນວນ​ນຶ່ງ ຊຸກຍູ້​ໃຫ້​ຂະຫຍາຍ​ສິດ
ທິ ໃນການສູດມົນພາວະນາຂອງເຂົາເຈົ້າ​ ຢູ່່​ສະຖານທີ່​ດັ່ງ​ກ່າວ.

​ໃນ​ຕອນ​ຕົ້ນ​ເດືອນ​ນີ້ມື​ປືນ​ປາ​ແລ​ສ​ໄຕ​ນ໌ຄົນ​ນຶ່ງ​ ໄດ້​ຍິງນັກສອນສາສະໜາຊາວຢິວ ທີ່​ເກີດ​ຢູ່​ໃນສະຫະລັດ ບາດເຈັບສາຫັດ ຫລັງ​ຈາກ​ໄດ້ປະຊຸມ​ຮຽກຮ້ອງໃຫ້ຊາວ ຢິວມີ​ສິດເພີ້ມຂຶ້ນ
ໃນການສູດມົນພາວະນາຢູ່​ທີ່​ວັດ Temple Mount. ຕຳຫຼວດ​ ອິສຣາ​ແອ​ລ ​ໄດ້​ຍິງ​ສັງຫານ​ມື​ປືນມືປືນຄົນນັ້ນ.

ISRAEL PALESTINIANS CNPK
please wait

No media source currently available

0:00 0:01:24 0:00

XS
SM
MD
LG