ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍຄ້ານອີຈິບ ບາງຄົນ ກ່າວຫາ ສຫລ ວ່າ ເຂົ້າຂ້າງ ຝ່າຍລັດຖະບານ


ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດ
ສຫລ (ກາງ) ພົບກັບທ່ານ Mohamed Morsi (ຂວາ) ປະທານາທິບໍດີອີຈິບ ແລະ ທ່ານ Mohamed Kamel Amr (ຊ້າຍ) ລັດຖະມົນຕີການຕ່າງປະເທດອີຈິບ ຢູ່ທີ່ທໍານຽບ ປະທານາທິບໍດີ ໃນກຸງໄຄໂຣ ຂອງອີຈິບ ໃນວັນທີ 3 ມີນາ 2013.
ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດ ສຫລ (ກາງ) ພົບກັບທ່ານ Mohamed Morsi (ຂວາ) ປະທານາທິບໍດີອີຈິບ ແລະ ທ່ານ Mohamed Kamel Amr (ຊ້າຍ) ລັດຖະມົນຕີການຕ່າງປະເທດອີຈິບ ຢູ່ທີ່ທໍານຽບ ປະທານາທິບໍດີ ໃນກຸງໄຄໂຣ ຂອງອີຈິບ ໃນວັນທີ 3 ມີນາ 2013.
ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດ
ສະຫະລັດ ໄດ້ພົບປະກັບເຈົ້າໜ້າທີ່ລັດຖະບານອີຈິບ ແລະ
ພວກນັກການເມືອງຝ່າຍຄ້ານຈໍານວນນຶ່ງ ໃນການຢ້ຽມຢາມ ກຸງໄຄໂຣຄັ້ງທໍາອິດຂອງທ່ານ ໃນນາມລັດຖະມົນຕີການຕ່າງ
ປະເທດສະຫະລັດ.

ຜູ້ນໍາຝ່າຍຄ້ານຈໍານວນນຶ່ງ ປະຕິເສດທີ່ຈະພົບກັບທ່ານ Kerry
ໂດຍເວົ້າວ່າ ກຸງວໍຊິງຕັນເຂົ້າຂ້າງ ພັກພາລາດອນພາບມຸສລິມ
ຂອງລັດຖະບານ ໃນການຕໍ່ ສູ້ທາງການເມືອງ ທີ່ກໍາລັງດໍາເນີນ
ໄປຢູ່ນັ້ນ.

ທ່ານ Mohamed ElBaradei ທີ່ເປັນຫົວໜ້າ ແນວໂຮມກູ້
ຊາດຝ່າຍຄ້ານ ໄດ້ປະຕິເສດທີ່ຈະພົບກັບທ່ານ Kerry. ຜູ້ນໍາ
ອີກສອງຄົນ ຄືທ່ານ Hamdeen Sebahi ແລະທ່ານ Sayed
al Badawi ກໍປະຕິເສດເຊັ່ນກັນ. ແຕ່ຜູ້ນໍາອີກຝ່າຍຄ້ານອີກ ຫລາຍຄົນ ຊຶ່ງລວມທັງທ່ານ Amr Moussa ແລະທ່ານ Ayman Nour ແມ່ນໄດ້ພົບກັບລັດຖະມົນຕີ Kerry.

ແຕ່ວ່າ ຢູ່ໃນກອງປະຊຸມຖະແຫລງຂ່າວຮ່ວມກັບທ່ານ Mohamed Kamel Amr, ລັດ ຖະມົນຕີການຕ່າງປະເທດອີຈິບນັ້ນ ທ່ານ Kerry ເວົ້າວ່າ ທ່ານ ໄປທີ່ນັ້ນ ເພື່ອໃຫ້ການ ສະໜັບສະໜຸນແກ່ປະຊາຊົນອີຈິບ ບໍ່ແມ່ນເພື່ອເຂົ້າຂ້າງຝ່າຍໃດ ໃນການເມືອງຂອງ ປະເທດນັ້ນ.

ມີພວກປະທ້ວງຫລາຍສິບຄົນ ພາກັນໂຮມຊຸມນຸມຢູ່ນອກຕຶກໂຮງການກະຊວງການຕ່າງ
ປະເທດອີຈິບ ໃນຂະນະທີ່ທ່ານ Kerry ພົບປະກັບທ່ານ Amr ຢູ່ນັ້ນ.
XS
SM
MD
LG