ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Kerry ປຶກສາຫາລື ກັບອາຊ່ຽນ ກ່ຽວກັບຂໍ້ຂັດແຍ້ງ ໃນທະເລຈີນໃຕ້ (ວີດີໂອ ພາສາລາວ)


ລັດຖະມົນຕີຕ່າງປະເທດ ທ່ານ John Kerry ໂອ້ລົມກັບ ບັນດາລັດຖະມົນຕີຕ່າງປະເທດ ຢູ່ທີ່ກອງປະຊຸມອາຊ່ຽນ ຄັ້ງທີ 47 ໃນ Naypyitaw ປະເທດ Myanmar, ເມື່ອວັນເສົາທີ 9 ສິງຫາ 2014.
ລັດຖະມົນຕີຕ່າງປະເທດ ທ່ານ John Kerry ໂອ້ລົມກັບ ບັນດາລັດຖະມົນຕີຕ່າງປະເທດ ຢູ່ທີ່ກອງປະຊຸມອາຊ່ຽນ ຄັ້ງທີ 47 ໃນ Naypyitaw ປະເທດ Myanmar, ເມື່ອວັນເສົາທີ 9 ສິງຫາ 2014.

ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ກຳລັງ
​ຢູ່​ທີ່ປະ​ເທດ ມຽນມາ ຫຼືພະ​ມ້າ ​ໃນ​ສະ​ໄໝ​ກ່ອນ ​ເພື່ອ​ເຂົ້າ​ຮ່ວມ
​ເຈລະຈາ ກັບ​ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ ​ຈາກ​ເອ​ເຊຍ​
ຕາເວັນ​ອອກສຽງ​ໃຕ້ ກ່ຽວ​ກັບຄວາມເຄັ່ງຕຶງ​ຢູ່​ ​ທະ​ເລ​ຈີນ​ໃຕ້
​ແລະ ບັນຫາ​ຫຼາຍຝ່າຍອື່ນໆນຳ.

ທ່ານ Kerry ​ໄດ້​ເລີ້ມຕົ້ນ ວັນ​ເສົາ​ມື້​ນີ້ ດ້ວຍ​ການ​ພົບ​ປະ​ກັບ
ນັກ​ການ​ທູດ​ລະດັບ​ສູງ​ ຈາກ​ບັນດາ​ສະມາຊິກ​ກຸ່ມ​ປະ​ເທດ​ໃນ
​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ກໍ​ຄື​ອາ​ຊ່ຽນ ທີ່​ໄດ້​ໄປ​ເຕົ້າ​ໂຮມ​ກັນ
​ ຢູ່​ໃນ​ນະຄອນຫລວງການ​ປົກຄອງ ​ເນ​ປີ​ຕໍ ​ເພື່ອ​ເຂົ້າ​ຮ່ວມ​ກອງ​
ປະຊຸມ​ຄວາມ​ໝັ້ນຄົງ​ປະຈຳ​ປີ.

ສະຫະລັດໄດ້​ຢື່ນຂໍ້ສະ​ເໜີ​ ​ໃຫ້​ໂຈະ​ໄວ້ການກະທຳ​ທີ່ເປັນ​ການເກາະ​ຜິດ​ຕ່າງໆ ​ໃນ
ຂົງເຂດ ​ທີ່​ມີການ​ຂັດ​ແຍ້​ງກັນ. ຫາກ​ແຕ່​ວ່າ ບັນດາສະມາຊິກ​ຂອງ​ອາຊ່ຽນ ກ່າວ​ວ່າ
ພວກ​ເຂົາເຈົ້າ​ຍັງບໍ່​ໄດ້​ປຶກສາ​ຫາ​ລືກັນ​ກ່ຽວ​ກັບ​ແຜນການ​ດັ່ງກ່າວ​ ຍ້ອນ​ພວກ​ເຂົາ​ເຈົ້າ
​ໄດ້​ລົງ​ນາມໃນຂໍ້​ຕົກລົງ​ກັບ​ຈີນ​ ວ່າ​ດ້ວຍ “ການ​ຍັບ​ຢັ້ງຕົນ​ເອງ” ​ ໃນ​ປີ 2002.

KERRY ASEAN VO
please wait
Embed

No media source currently available

0:00 0:00:32 0:00

ລັດຖະມົນຕີ​ຕ່າງປະ​ເທດ​ຈີນ ທ່ານ Wang Yi ​ກ່າວ​ຫາສະຫະລັດ ວ່າ​ເວົ້າ​ໂຍກ​ເກີນ​ໄປ
ກ່ຽວ​ກັບ​ຂໍ້​ຂັດ​ແຍ້​ງນີ້​ ​ແລະກ່າວ​ຢ້ຳວ່າ ​ຈີນ​ມີ​ສິດທີ່​ຈະ​ປົກ​ປ້ອງ​ອະທິປະ​ໄຕ​ຂອງ​ຕົນ.

ຈີນ​ໄດ້​ອ້າງເອົາອະທິປະ​ໄຕ ເໜືອ​ເກືອບວ່າ​ຂົງ​ເຂດ​ທັງ​ໝົດ​ຂອງ​ທະ​ເລ​ຈີນ​ໃຕ້. ແຕ່​ວ່າ
ສະມາຊິກ​ອາ​ຊ່ຽນຫຼາຍປະ​ເທດ ​ເຊັ່ນ​ ບຣູ​ໄນ ມາ​ເລ​ເຊຍ ຟີ​ລິບ​ປິນ ​ແລະ ​ຫວຽດນາມ
ໄດ້​ອ້າງ​ເອົາ​ກຳມະສິດໃນບາງ​ເຂດຂອງ​ທະ​ເລນັ້ນ​ເຊັ່ນ​ກັນ. ​ໄຕ້​ຫວັນ ກໍ​ຍັງ​ອ້າງເອົາ​
ກຳມະສິດ​ໃນ​ບໍລິ​ເວນ​ນັ້ນ ອີກ​ດ້ວຍ.

ຄະນະ​ຜູ້ແທນ​ໄປ​ຮ່ວມ​ກອງ​ປະຊຸມ ກ່າວ​ວ່າ ມັນ​ຂຶ້ນກັບ​ອາ​ຊ່ຽນ​ ທີ່​ຈະ​ແກ້​ໄຂ​ກັບ​ຈີນ​
ໂດຍ​ກົງ ​ກ່ຽວ​ກັບ​ຂໍ້​ຂັດ​ແຍ້​ງດ້ານອະທິປະ​ໄຕ​ໃດໆນັ້ນ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບກອງປະຊຸມ ອາຊ່ຽນ ທີ່ມຽນມາ:

XS
SM
MD
LG