ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມີນາ ໒໐໒໓

ທ່ານ Kerry ສົນທະນາກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ກ່ຽວກັບ ເກົາຫລີເໜືອ


ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Kerry ພົບປະກັບ ທ່ານ Abe ນາຍົກລັດຖະມົນຕີ ບີ່ປຸ່ນ ກ່ຽວກັບວິກິດການ ເກົາຫລີເໜືອ
ລັດ​ຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ໄດ້​
ພົບ​ປະ​ກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ​ໃນ​
ວັນ​ສຸດ​ທ້າຍ​ຂອງການ​ຢ້ຽມຢາມ​ສາມ​ປະ​ເທດເອ​ເຊຍ ທີ່​ເນັ້ນ​
ໜັກ​ໃສ່ ​ເກົາຫລີ​ເໜືອ.

ທ່ານ Kerry ກ່າວໃນ​ວັນ​ຈັນ​ມື້​ນີ້​ວ່າ ພວກ​ທ່ານທັງ​ສອງ ​ໄດ້​
ທໍາ​ຄວາມ​ກ້າວໜ້າ​ຢ່າງ​ສໍາຄັນ​ ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ
​ອິນ​ເຕີແນັດ ການ​ປ່ຽນ​ແປງຂອງ​ດີ​ນຟ້າ​ອາ​ກາດ ​ແລະ​ຄວາມ
ເປັນ​ນໍ້າ​ນຶ່ງ​ໃຈ​ດຽວກັນກ່ຽວ​ກັບການ​ຂົ່ມ​ຂູ່​ຈາກ​ເກົາ​ຫລີ​ເໜືອ
ຢູ່​ແຫລມ​ເກົາຫລີ.

ນັກ​ການ​ທູດສູງ​ສຸດ​ຂອງສະຫະລັດ ​ໄດ້​ພົບ​ປະ​ກັບຜູ້​ນໍາ​ຍີ່ປຸ່ນ
ຫລັງ​ຈາກ​ໄດ້ໂອ້​ລົມ​ສົນທະນາກັບ​ບັນດາ​ນັກ​ສຶກສາທີ່ ສະ​ຖາ
​ບັນ​ເທັກ​ໂນ​ໂລ​ຈີໂຕ​ກຽວ ຊຶ່ງ​ທ່ານ​ໄດ້​ບອກ​ເຂົາ​ເຈົ້າວ່າ ພາລະ
​ແມ່ນ​ຕົກ​ເປັນ​ຂອງ​ພຽງ​ຢາງ ທີ່​ຈະເອົາ​ບາດກ້າວອັນ ມີ​ຄວາມ​
ໝາຍ ​ເພື່ອປະຕິບັດ​ຕາ​ມຄໍາ​ໝັ້ນ​ໝາຍ​ທີ່​ຕົນ​ໄດ້​ໃຫ້​ໄວ້​ແລ້ວ​ນັ້ນ.
ທ່ານ​Kerry ກ່າວຕື່ມອີກ​ວ່າ ​ເກົາຫລີ​ເໜືອ ຕ້ອງເຄົາລົບ​ກົດໝາຍ ​ແລະມາດຕະຖານ​ການ​ປະພຶດ​ຂອງ​ນາໆ​ຊາດ ນໍາ​ດ້ວຍ.

ຫລັງ​ຈາກ​ໄດ້​ພົບ​ປະໃນ​ວັນ​ອາທິດ​ ກັບລັດ​ຖຸະມົນ​ຕີ​ຕ່າງປະ​ເທດ Fumio Kishida ທ່ານ Kerry ​ໄດ້​ກ່າວ​ຕໍ່​ກອງ​ປະຊຸມ​ຖະ​ແຫລ​ງ​ຂ່າວຮ່ວມ​ກັນວ່າ ວໍ​ຊິງ​ຕັນ​ເຕັມ​ໃຈ​ທີ່​ຈະເຈລະ​ຈາ​ກັບ ​ເກົາຫລີ​ເໜືອ ​ເພື່ອ​ຫາ​ທາງແກ້​ໄຂ​ໂດຍ​ສັນຕິວິທີ ​ບັນຫາຄວາມ​ເຄັ່ງ​ຕືງຢູ່​ໃນແຫລມ​ເກົາຫລີນັ້ນ ຖ້າ​ຫາກ​ວ່າ ​ເກົາຫລີ​ເໜືອເອົາ​ບາດ​ກ້າວ​ໄປສູ່​ການປະລະ​ອາວຸດ​ນິວ​ເຄລຍ.

ທ່ານ Kerry ກ່າວ​ວ່າ ພຽງ​ຢາງ ມີ “​ແນວທາງປະຕິບັດອັນ​ແຈ່ມ​ແຈ້ງ ທີ່​ເປີດ​ໃຫ້​ແກ່​ຕົນ” ​ແລະ​ຈະພົບ “​ເພື່ອນ​ທີ່​ພ້ອມ​ແລ້ວ” ສໍາ​ລັບການ​ເຈລະຈາ ​ຢູ່​ໃນ​ໂຕ ສະຫະລັດນັ້ນ. ​

ແຕ່​ວ່າໃນ​ຄໍາ​ຖະ​ແຫລ​ງບັ້ນ​ນຶ່ງອີກຕ່າງຫາກ​ ທ່ານ Kerry ກ່າວ​ວ່າ ທ່ານຈະ​ຕ້ອງ​ໄດ້ປຶກສາ
​ຫາ​ລື​ກັບ​ເພື່ອ​ນຮ່ວມ​ງານ ​ໃນ​ກຸງ​ວໍ​ຊິງ​ຕັນ​ເສຍ​ກ່ອນ ​ກ່ຽວ​ກັບ​ວ່າ ມີ​ບາດກ້າວ​ສະ​ເພາະ​ແນວ​
ໃດແດ່ ທີ່​ເຂົາ​ເຈົ້າ​ເຊື່ອ​ວ່າ ພຽງ​ຢາງຕ້ອງໄດ້​ເອົາ​ນັ້ນ.

ທ່ານ Kerry ຍັງ​ໄດ້​ກ່າວ​ຢໍ້າ​ເຖິງ​ຄວາມ​ມຸ້ງໝັ້ນຂອງວໍ​ຊິງ​ຕັນ ທີ່​ຈະ​ປ້ອງ​ກັນຍີ່​ປຸ່ນ ພັນທະ​ມິດ
​ທີ່ສໍາຄັນ​ຂອງສະຫະລັດ. ​ເກົາຫລີ​ເໜືອໄ​ດ້ຂົ່ມຂູ່​ຊໍ້າ​ແລ້ວ​ຊໍ້າ​ອີກ ທີ່​ຈະ​ໂຈມຕີສະຫະລັດ ​ແລະ
ບັນດາພັນ​ທະ​ມິດຂອງສະຫະລັດ ຢູ່​ໃນ​ຂົງ​ເຂດ ຮ່ວມ​ທັງຍີ່​ປຸ່ນ ​ແລະ​ເກົາຫລີໃຕ້.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG