ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ
ແລະຄູ່ຕຳແໜ່ງຈາກ Bulgaria ຄືລັດຖະມົນຕີຕ່າງປະເທດ
Daniel Mitov ໄດ້ຢືນຢັນການເປັນຄູ່ພາຄີດ້ານຍຸດທະສາດ
ທີ່ແຂງແຮງກັນ ລະຫວ່າງປະເທດຂອງພວກທ່ານ ຂະນະທີ່
ທ່ານ Kerry ເລີ້ມຕົ້ນການພົບປະກັນຫລາຍບັ້ນຕິດຕໍ່ກັນມາ
ກັບບັນດາເຈົ້າໜ້າທີ່ Bulgaria ກ່ຽວກັບເລື້ອງຕ່າງໆຮວມທັງ
ເລື້ອງຄວາມປອດໄພດ້ານພະລັງງານ ແລະຄວາມມັ່ງຄັ່ງສົມ
ບູນດ້ານເສດຖະກິດ.
ທ່ານ Kerry ແລະທ່ານ Mitov ໄດ້ພົບປະກັນໃນວັນພະຫັດມື້ນີ້ ທີ່ນະຄອນໂຊເຟຍ ກ່ຽວກັບການຢ້ຽມຢາມຂອງນັກການທູດຂອງສະຫະລັດຄັ້ງທຳອິດທີ່ Bulgaria ໃນຖານະເປັນລັດຖະມົນຕີການຕ່າງປະເທດ. ຖະແຫຼງການຂອງກະຊວງການຕ່າງປະເທດສະຫະລັດ ເວົ້າວ່າ ພວກລັດຖະມົນຕີທັງສອງ ໄດ້ໂອ້ລົມສົນທະນາກັນເລື້ອງສະຖານະການຕ່າງໆ
ຢ່າງກວ້າງຂວາງ ຮວມທັງເລື້ອງການເມືອງໃນພາກພື້ນແລະໃນໂລກ ການຮ່ວມມືກັນໃນດ້ານປ້ອງກັນປະເທດ ແລະຄວາມປອດໄພ ຄວາມຫຼາກຫຼາຍດ້ານພະລັງງານ ແລະການປະຕິຮູບຕ່າງໆທາງດ້ານກົດໝາຍທີ່ພວມດຳເນີນໄປຂອງ Bulgaria ນັ້ນ.
ມີການຄາດເຊັ່ນກັນວ່າ ທ່ານ Kerry ຈະພົບປະກັບປະທານາທິບໍດີ Rosen Plevneliev ແລະນາຍົກລັດຖະມົນຕີ Boyko Borissov ຂອງ Bulgaria ໃນຂະນະທີ່ທ່ານພັກຢູ່ໃນນະຄອນຫຼວງຂອງ Bulgaria ໃນວັນພະຫັດມື້ນີ້. ທ່ານຈະພົບປະກັນຕ່າງຫາກກັບທ່ານ Phillip Hammond ລັດຖະມົນຕີຕ່າງປະເທດອັງກິດ ທີ່ກຳລັງທຳການຢ້ຽມຢາມຢູ່ໃນ
ຂົງເຂດນັ້ນ.
ເຈົ້າໜ້າທີ່ຂັ້ນອາວຸໂສທ່ານນຶ່ງ ຂອງກະຊວງການຕ່າງປະເທດ ກ່າວມາກ່ອນໜ້ານີ້ ວ່າ ການກາງຕໍ່ອາໄສໃນດ້ານພະລັງງານ “ຢ່າງຫຼວງຫຼາຍ" ຂອງ Bulgaria ນັ້ນ ກໍຢູ່ໃນ
ລາຍການພົບປະກັນ ຫຼັງຈາກ ການລົບລ້າງໂຄງການວາງທໍ່ລຳລຽງນ້ຳມັນ South Stream ຂອງຣັດເຊຍໃນເດືອນແລ້ວນີ້.