ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ພົບປະກັບ ລມຕ ການຕ່າງປະເທດ ຣັດເຊຍ (ວີດິໂອ ແລະສະໄລດ໌)


ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ແລະທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດຣັດເຊຍ ໄດ້ພົບປະກັນຢ່າງຍືດຍາວໃນວັນອັງຄານ ທີ 26 ກຸມພາ 2013 ຢູ່ນະຄອນເບີລິນ
ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ແລະທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດຣັດເຊຍ ໄດ້ພົບປະກັນຢ່າງຍືດຍາວໃນວັນອັງຄານ ທີ 26 ກຸມພາ 2013 ຢູ່ນະຄອນເບີລິນ
ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດ
ສະຫະລັດ ແລະທ່ານ Sergei Lavrov ລັດຖະມົນຕີການ
ຕ່າງປະເທດຣັດເຊຍ ໄດ້ພົບປະກັນຢ່າງຍືດຍາວໃນວັນອັງ
ຄານວານນີ້ຢູ່ນະຄອນເບີລິນ ເພື່ອຊອກຫາພື້ນຖານຮ່ວມກັນ
ກ່ຽວກັບວ່າ ຈະຮັບມືກັບສົງຄາມກາງເມືອງຢູ່ໃນຊີເຣຍ ແລະ
ບັນຫາຂັດແຍ້ງອື່ນໆ ແບບໃດ.

ທ່ານ Lavrov ໄດ້ຂໍໃຫ້ສະຫະລັດ ກົດດັນຝ່າຍຄ້ານຂອງຊີເຣຍ
ໃຫ້ເປີດ ການເຈລະຈາໂດຍກົງ ກັບລັດຖະບານກຸງດາມັສກັສ
ໂດຍເວົ້າວ່າ ຊາວຊີເຣຍຈະຕ້ອງແກ້ໄຂບັນຫາຂອງເຂົາເຈົ້າ
ດ້ວຍຕົນເອງ.

ທ່ານ Kerry ເວົ້າໃນຕອນເຊົ້າວັນຈັນຜ່ານມາ ຢູ່ນະຄອນລອນ
ດອນວ່າ ຝ່າຍຄ້ານຂອງຊີເຣຍ ທີ່ກໍາລັງຊອກຫາການສະໜັບສະ
ໜຸນເພີ້ມຂຶ້ນຈາກສາກົນຢູ່ນັ້ນ ຈະບໍ່ຖືກປ່ອຍປະໃຫ້ກະແສລົມພັດ
ເອົາໄປແຕ່ປະການໃດ. ລອນດອນແມ່ນບ່ອນຢຸດແວ່ແຫ່ງທໍາອິດ
ໃນການເດີນທາງໄປ ຢ້ຽມຢາມຢູໂຣບ ແລະພາກຕາເວັນອອກ
ກາງຂອງທ່ານຄັ້ງນີ້ ຊຶ່ງເປັນການເດີນທາງໄປຕ່າງປະເທດເທື່ອ
ທໍາອິດ ນັບແຕ່ທ່ານໄດ້ຂຶ້ນກໍາຕໍາແໜ່ງເປັນລັດຖະມົນຕີແທນ ທ່ານນາງ Hillary Clinton ເມື່ອມໍ່ໆມານີ້.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

CN- KERRY BERLIN
please wait
Embed

No media source currently available

0:00 0:02:53 0:00
ລິງໂດຍກົງ

ທ່ານ Lavrov ໄດ້ກ່າວເຖິງການພົບປະກັບທ່ານ Kerry ວ່າເປັນການສົນທະນາ ທີ່ມີ
ລັກສະນະສ້າງສັນ. ທ່ານກ່າວອີກວ່າ ນອກຈາກເລື້ອງຊີເຣຍແລ້ວ ທັງສອງຝ່າຍຍັງໄດ້
ຫາລືກັນກ່ຽວກັບເຫດການຕ່າງໆ ທີ່ເກີດຂຶ້ນຢູ່ໃນບັນດາປະເທດອາຣັບອື່ນໆ, ໃນພາກ ຕາເວັນອອກກາງ ແລະອັຟການິສຖານ, ຕະຫລອດທັງການຮ່ວມມືໃນເລື້ອງໂຄງການ
ນີວເຄລຍຂອງອີຣ່ານ ແລະເກົາຫລີເໜືອ ນຳດ້ວຍ.

ພາບຫລ້າສຸດກ່ຽວກັບ ການຢ້ຽມຢາມຕ່າງປະເທດ ຂອງທ່ານ Kerry:

XS
SM
MD
LG