ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ພົບປະກັບ ຄູ່ຕໍາແໜ່ງ ຝ່າຍເຢຍຣະມັນ ແລະຣັດເຊຍ (ວີດິໂອແລະສະໄລດ໌)


ທ່ານ John Kerry (ຂວາ) ລັດຖະມົນຕີກະຊວງການຕ່າງປະເທດ ສຫລ ຖືກຕ້ອນຮັບໂດຍ ເອກອັກຄະລັດຖະທູດ ສຫລ ປະຈໍາ ເຢຍຣະມັນ ທ່ານ Philip Murphy (ກາງ) ໃນໂອກາດທີ່ໄປເຖິງ ສະໜາມບິນສາກົນ Tegel ໃນ ກຸງເບີລິນ ໃນວັນທີ 25 ກຸມພາ 2013
ທ່ານ John Kerry (ຂວາ) ລັດຖະມົນຕີກະຊວງການຕ່າງປະເທດ ສຫລ ຖືກຕ້ອນຮັບໂດຍ ເອກອັກຄະລັດຖະທູດ ສຫລ ປະຈໍາ ເຢຍຣະມັນ ທ່ານ Philip Murphy (ກາງ) ໃນໂອກາດທີ່ໄປເຖິງ ສະໜາມບິນສາກົນ Tegel ໃນ ກຸງເບີລິນ ໃນວັນທີ 25 ກຸມພາ 2013
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ John
Kerry ໄດ້ໄປເຖິງນະຄອນເບີລິນ ເພື່ອພົບປະເຈລະຈາກັບ
ທ່ານ Guido Westerwelle ແລະທ່ານ Sergei Lavrov
ຄູ່ຕໍາແໜ່ງເຢຍຣະມັນ ແລະຣັດເຊຍ ຂອງທ່ານ.

ທ່ານ Kerry ໄປເຖິງເຢຍຣະມັນໃນຕອນແລງວັນຈັນວານນີ້
ໂດຍໄດ້ບິນອອກຈາກນະຄອນລອນດອນ ບ່ອນທີ່ທ່ານໄດ້ສົນ
ທະນາກັບ ພວກເຈົ້າໜ້າທີ່ອັງກິດ ຊຶ່ງສ່ວນໃຫຍ່ ໄດ້ເພັ່ງເລັງ
ໃສ່ເລື້ອງອີຣ່ານ ແລະຊີເຣຍ.

ທີ່ກອງປະຊຸມຖະແຫລງຂ່າວຮ່ວມກັບລັດຖະມົນຕີການຕ່າງ
ປະເທດ ອັງກິດ ທ່ານ William Hague ນັ້ນ ທ່ານ Kerry ໄດ້
ເຕືອນທັງ ລັດຖະບານອີຣ່ານ ແລະຊີເຣຍວ່າ ພວກເຂົາເຈົ້າ
ຕ້ອງຮັບເອົາການປ່ຽນແປງ ຖ້າບໍ່ດັ່ງນັ້ນກໍຈະໄດ້ປະເຊີນກັບຜົນຮ້າຍທີ່ຕາມມາ. ທ່ານ ເຕືອນໃຫ້ອີຣ່ານຮູ້ວ່າ ສະຫະລັດຈະບໍ່ອະນຸຍາດໃຫ້ອີຣ່ານ ມີອາວຸດນີວເຄລຍ ຢູ່ໃນ ຄວາມຄອບຄອງແລະທ່ານກໍໄດ້ເຕືອນອີກວ່າ ເວລາແຫ່ງການໃຊ້ການແກ້ໄຂທາງການ ທູດກໍາລັງຈະສິ້ນສຸດລົງແລ້ວ.

ທ່ານ Kerry ກ່າວວ່າ: “ໂອກາດແຫ່ງການແກ້ໄຂບັນຫາໂດຍໃຊ້ວິທີການທູດ, ຕາມນິ ຍາມແລ້ວ, ແມ່ນວ່າ ບໍ່ສາມາດເປີດໃຫ້ມີຕະຫລອດໄປໄດ້. ແຕ່ວ່າມັນຍັງເປີດຢູ່ໃນມື້ນີ້. ແລະມັນຍັງມີເວລາຢູ່ ຖ້າຫາກອີຣ່ານຕັດສິນໃຈມານັ່ງໂຕະເຈລະຈາ ແລະທຳການເຈລະ
ຈາກັນດ້ວຍຄວາມສຸດຈະລິດໃຈ.”

ເບິ່ງວີດິໂອການຢ້ຽມຢາມນະຄອນເບີລິນຂອງທ່ານ Kerry:



ທ່ານ Kerry ຍັງໄດ້ປະນາມການຖິ້ມລະເບີດໃສ່ເມືອງ Aleppo ໂດຍລັດຖະບານຊີເຣຍ
ເມື່ອມໍ່ໆມານີ້ ໂດຍເວົ້າວ່າ ປະຊາຊົນຊີເຣຍມີສິດ ທີ່ຈະໄດ້ຮັບສິ່ງທີ່ດີໄປກວ່າການກໍ່ຄວາມ
ຮຸນແຮງທີ່ໜ້າສະຫຍອງ ຂວັນ ທີ່ພວກເຂົາເຈົ້າຕ້ອງໄດ້ປະເຊີນຢູ່ພາຍໃຕ້ການປົກຄອງ
ຂອງລັດຖະບານປະທານາທິບໍດີ Bashar al-Assad ນັ້ນ.

ການຢ້ຽມຢາມຕ່າງປະເທດຄັ້ງທໍາອິດຂອງທ່ານ Kerry ໃນນາມ ລມຕ ການຕ່າງປະເທດ:

XS
SM
MD
LG