ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ Kerry ເດີນທາງໄປ ຕ່າງປະເທດ ຄັ້ງທໍາອິດ ໃນຖານະ ລມຕ ຕ່າງປະເທດ ສຫລ (ວີດິໂອ)


ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ຖະແຫລງກ່ຽວກັບນະໂຍບາຍການຕ່າງປະເທດສະຫະລັດຄັ້ງທໍາອິດຂອງທ່ານ ໃນວັນທີ 20 ກຸມພາ 2013 ທີ່ມະຫາວິທະຍາໄລ Virginia ໃນເມືອງ Charlottesville ລັດເວີຈີເນຍ
ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ຖະແຫລງກ່ຽວກັບນະໂຍບາຍການຕ່າງປະເທດສະຫະລັດຄັ້ງທໍາອິດຂອງທ່ານ ໃນວັນທີ 20 ກຸມພາ 2013 ທີ່ມະຫາວິທະຍາໄລ Virginia ໃນເມືອງ Charlottesville ລັດເວີຈີເນຍ
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ John
Kerry ເດີນທາງໄປຕ່າງປະເທດເປັນເທື່ອທໍາອິດ ນັບແຕ່ໄດ້
ຂຶ້ນກໍາຕໍາແໜ່ງເປັນ ລັດຖະມົນຕີ ແທນທ່ານນາງ Hillary
Clinton ໃນຕົ້ນເດືອນນີ້ ເປັນຕົ້ນມາ.

ທ່ານ Kerry ອອກເດີນທາງອອກຈາກນະຄອນຫລວງວໍຊິງ
ຕັນ ໃນວັນອາທິດມື້ນີ້ ເພື່ອມຸ້ງໜ້າໄປຍັງນະຄອນລອນດອນຊຶ່ງເປັນບ່ອນແວ່ແຫ່ງທໍາ
ອິດ ໃນການເຄື່ອນໄຫວຢ້ຽມຢາມ 9 ປະເທດ ເປັນເວລາ 11 ວັນ.

ກະຊວງການຕ່າງປະເທດເວົ້າວ່າ ຊີເຣຍຈະເປັນຫົວຂໍ້ສໍາຄັນຂອງການສົນທະນາ ເວລາ
ທ່ານພົບປະກັບພວກເຈົ້າໜ້າທີ່ສາກົນຫລາຍໆທ່ານ. ທ່ານ Kerry ຍັງມີແຜນທີ່ຈະພົບ
ປະກັບ ຄະນະນໍາພາຂອງແນວໂຮມຝ່າຍຄ້ານຂອງຊີເຣຍນໍາ ໃນການເດີນທາງຄັ້ງນີ້.

ຈາກນະຄອນລອນດອນ ທ່ານຈະມຸ້ງໜ້າໄປຍັງເບີລິນ ປະເທດເຢຍລະມັນ ຈາກນັ້ນກໍຈະ
ໄປຍັງນະຄອນປາຣີ ຊຶ່ງຢູ່ທີ່ນັ້ນ ທ່ານຈະສົນທະນາເລື້ອງການຮ່ວມມື ທີ່ກໍາລັງດໍາເນີນໄປ
ລະຫວ່າງກຸງວໍຊິງຕັນ ກັບຝຣັ່ງແລະປະເທດອື່ນໆ ກ່ຽວກັບການສະໜັບສະໜຸນຕໍ່ປະເທດ
ມາລີ ທີ່ມີບັນຫາຢູ່ນັ້ນ.

ບ່ອນຢຸດແວ່ຕໍ່ໄປຂອງທ່ານ Kerry ຈະແມ່ນກຸງໂຣມ, ກຸງແອງກາຣາ ແລະ ກຸງໄຄໂຣ. ກະຊວງການຕ່າງປະເທດເວົ້າວ່າ ຢູ່ທີ່ນັ້ນ ທ່ານຈະຊຸກຍູ້ໃຫ້ມີຄວາມເປັນເອກະສັນກັນ ທາງການເມືອງຫລາຍຂຶ້ນ ແລະຈະພົບປະກັບພວກເຈົ້າໜ້າທີ່ຂອງສັນນິບາດຊາດອາຣັບ ເພື່ອປຶກສາຫາລືກ່ຽວກັບບັນຫາຫຍຸ້ງຍາກ ທີ່ປະເຊີນໜ້າຮ່ວມກັນ ຢູ່ໃນຂົງເຂດດັ່ງກ່າວ.

ຈາກນັ້ນ ທ່ານ Kerry ຈະເດີນທາງໄປຍັງກຸງ Riyadh ແລະ Abu Dhabi ກ່ອນຈະສິ້ນ
ສຸດການເດີນທາງຂອງທ່ານໃນຄັ້ງນີ້ ໂດຍການຢຸດແວ່ ທີ່ນະຄອນ Doha ປະເທດ
Qatar ເປັນບ່ອນສຸດທ້າຍ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

Syria Civil War Dominates Kerry's First Foreign Trip
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ
XS
SM
MD
LG