ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ສືບຕໍ່ ຊຸກຍູ້ ການເຈລະຈາ ສັນຕິພາບ Israel ​- ປາ​ແລ​ສ​ໄຕ (ວີດີໂອ)


Kerry: 'Good Faith' Needed for Middle East Peace
please wait

No media source currently available

0:00 0:01:19 0:00
ລິງໂດຍກົງ

ທ່ານ Kerry ລມຕ ການຕ່າງປະເທດສະຫະລັດ.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ພະຍາ
ຍາມຊຸກຍູ້​ເພື່ອໃຫ້ມີ​ການ​ເດີນ​ໜ້າ ກ່ຽວ​ກັບການ​ເຈລະຈາ​ສັນຕິ
ພາບ​ທີ່​ຍັງ​ມີ​ບັນຫາລະຫວ່າງ Israel ​ແລະປາ​ແລ​ສ​ໄຕ ​ໂດຍ​
ຍ້າຍ​ໄປຍັງ​ປະ​ເທດ Jordan ​ໃນ​ວັນ​ພະຫັດ​ມື້​ນີ້ ​ທ່າມກາງ​
ທີ່​ມີ​ການຕໍ່​ວ່າ​ຕໍ່​ຂານ ​ຈາກ​ທັງ​ສອງ​ຝ່າຍວ່າ ອີກ​ຝ່າຍ​ນຶ່ງ​ໄດ້
ສ້າງ​ຄວາມ​ເສຍ​ຫາຍ ​ໃຫ້​ແກ່ການ​ເຈລະຈາ​ສັນຕິພາບທີ່ໄດ້
​ເລີ້ມມາ​ເປັນ​ເວລາ​ 3 ​ເດືອນແລ້ວນັ້ນ.

ທ່ານ Kerry ​ພົບ​ປະ​ກັບປະທານາທິບໍດີ​ປາ​ແລ​ສ​ໄຕ ທ່ານ
Mahmoud Abbas ​ທີ່​ນະຄອນຫຼວງ Amman ​ເປັນ​ຄັ້ງ​ທີ
2 ເພື່ອ​ສົນທະນາ​ຫາລືກັນໃນ​ໄລຍະ​ສອງ​ມື້ຜ່ານ​ມາ. ນອກ​ນັ້ນ
ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ຍັງໄດ້​ພົບ​ປະກັນ 2 ຄັ້ງ​ແລ້ວ ໃນ​ວັນ​ພຸດ​ວານ​ນີ້
ກັບ​ນາ ຍົກ​ລັດຖະມົນຕີ Israel ທ່ານ Benjamin Netanyahu ​ແລະມີໝາຍ​ກໍານົດ​
ທີ່​ຈະ​ໂອ້​ລົມ​ສົນ ທະນາ​ກັນ​ອີກ ​ເປັນ​ຄັ້ງ​ທີ 3 ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້ ​ທີ່ກຸງ Jerusalem.

​ບັນດາເຈົ້າ​ໜ້າ​ທີ່ປາ​ແລ​ສ​ໄຕ​ໄດ້​ຕໍ່​ວ່າ​ຕໍ່​ຂານ​ ກ່ຽວ​ກັບການ​ສ້າງ​ບ້ານ​ເຮືອນ​ໃໝ່​ຂອງ​ຊາວ
Israel ໃສ່​ບໍລິ​ເວນທີ່​ຝ່າຍປາ​ແລ​ສ​ໄຕ ​ຕ້ອງການຢາກ​ຈະ​ໃຫ້​ເປັນ​ເມືອງ​ຫຼວງ​ຂອງ​ຕົນ ​
ໃນ​ອານາ​ຄົດນັ້ນ.

ສ່ວນທ່ານ Netanyahu ​ໄດ້​ສະ​ແດງ​ອອກ​ເຖິງ​ຄວາມເປັນ​ຫ່ວງ​ເປັນ​ໃຍ ກ່ຽວ​ກັບ​ການ​
ເຈລະຈາ​ດັ່ງກ່າວ​ ​ໃນ​ວັນ​ພຸດ​ວານ​ນີ້ ​ແລະ​ກ່າວ​ຫາ​ຝ່າຍປາ​ແລ​ສ​ໄຕ ​ໄດ້​ສ້າງ​ວິ​ກິດ​ການ
​ອັນ​ຈອມ​ປອມ​ຂຶ້ນ.

ທ່ານ Kerry ຜູ້ຊຶ່ງ​ໄດ້ກ່າວຢໍ້າ​ວ່າ ສະຫະລັດຖື​ວ່າ ການ​ສ້າງ​ຕັ້ງຖິ່ນ​ຖານ​ໃໝ່​ດັ່ງກ່າວ ​
ເປັນ​ການ ກະທຳ​ທີ່​ຜິດ​ກົດໝາຍ ​ໂດຍ​ເວົ້າວ່າ ທ່ານມີ​ຄວາມ​ຕັ້ງ​ໃຈ​ທີ່​ສືບ​ຕໍ່​ດຳ​ເນີນ​ການ
ເພື່ອ​ໃຫ້​ໂອກາດ​ແກ່ ສັນຕິພາບ.
XS
SM
MD
LG