ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຟື້ນຟູສັນຕິພາບ ຢູ່ພາກຕາເວັນອອກກາງ ຍັງປະສົບບັນຫາ


ລມຕ ຕ່າງປະເທດ ສະຫະລັດ ທ່ານJohn Kerry (ຊ້າຍ) ຍ່າງກັບທູດພິເສດ ຕາງໜ້າອິສຣາແອລແລະປາແລສໄຕນ໌.
ລມຕ ຕ່າງປະເທດ ສະຫະລັດ ທ່ານJohn Kerry (ຊ້າຍ) ຍ່າງກັບທູດພິເສດ ຕາງໜ້າອິສຣາແອລແລະປາແລສໄຕນ໌.

ລັດຖະມົນຕີ ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ວ່າ ​ແນວ​ຄິດ​ທີ່ “ສ້າງ​ສັນ” ແມ່ນ​ຈຳ​ເປັນ ​ເພື່ອ​ຊ​ອກຫາ​ທາງ​ແກ້​ໄຂບັນຫາ​ຂັດ​ແຍ້​ງ ລະຫວ່າງອິສ ຣາ​ແອ​ລ​ແລະປາ​ ແລ​ສ​ໄຕ​ນ໌.

ທ່ານ Kerry ​ໄດ້ໃຫ້​ຄວາມ​ເຫັນດັ່ງກ່າວ ໃນ​ເຊົ້າ​ວັນ​ເສົາມື້​ນີ້ ຫລັງ​ຈາກ​ໄດ້​ພົບ​ປະທີ່​ ນະຄອນຫລວງ​ປາຣີ ​ກັບ​ລັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງ ທ່ານ Jean-Marc Ayrault ​ແລະ​ກ່ອນ​ທີ່​ນັກ​ການ​ທູດ​ສູງ​ສຸດ​ຂອງ​ສະຫະລັດ ​ເດີນທາ​ງ​ໄປ​ Mongolia.

ລັດຖະມົນຕີ ຕ່່າງປະເທດຝຣັ່ງ ທ່ານ Jean-Marc Ayrault, ຊ້າຍ, ຕ້ອນຮັບ ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ທີ່ທຳນຽບ Quai d'Orsay.
ລັດຖະມົນຕີ ຕ່່າງປະເທດຝຣັ່ງ ທ່ານ Jean-Marc Ayrault, ຊ້າຍ, ຕ້ອນຮັບ ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ທີ່ທຳນຽບ Quai d'Orsay.

ທ່ານ Kerry ​ໄດ້ເດີນທາງ​ໄປ​ນະຄອນຫລວງ​ຝຣັ່ງພ້ອມກັບ​ບັນດາ​ລັດຖະມົນຕີ​ຈາກ ​20 ກວ່າປະ​ເທດ ​ທີ່​ໄດ້​ຮັບເອົາການສະ​ເໜີ​ຂອງຝຣັ່ງ​ໃຫ້​ປະສານ​ງານກ່ຽວ​ກັບ​ແລະເຮັດວຽກ ກ່ຽວ​ກັບ​ໂອກາດ ​ທີ່​ຈະ​ເປີດ​ກອງ​ປະ​ຊຸ່ມນາ​ໆຊາດໃນ​ທ້າຍປີ​ນີ້ ທີ່​ແນ​ໃສ່​ຫາ​ທາງ​ແກ້​ໄຂ ​ບັນຫາ​ຂັດ​ແຍ້​ງທີ່​ຍັງ​ດຳ​ເນີນ​ຢູ່ຕໍ່​ມາ​. ອິສຣາ​ແອ​ລແລະປາ ​ແລ​ສ​ໄຕ​ນ໌ ຕ່າງ​ກໍ​ບໍ່​ໄດ້​ໄປ​ຮ່ວມ ກອງປະ​ຊຸ​ມ​ທີ່ປາຣີດັ່ງກ່າວ.

ໃນ​ວັນ​ສຸກ​ວານ​ນີ້ ທ່ານ Kerry ກ່າວ​ວ່າ ທັງ​ສອງຝ່າຍ ອິສຣາ​ແອ​ລ ​ແລະ​ປາແລ​ສ​ໄຕ​ນ໌ຈຳ ​ເປັນ​ຕ້ອງ​ໄດ້​ເອົາບາດກ້າວໃນທັນທີ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມເຕັມ​ໃຈ​ເພື່ອ​ກ້າວ​ໄປ ​ສູ່ການ​ມີ​ສັນຕິພາບອັນ​ຖາວອນ.

ທ່ານ Kerry ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ໄດ້​ຊອກ​ຫາບາດກ້າວ​ອັນ ​ຮີບ​ດ່ວນ​ຢ່າງໃດ​ຢ່າງ​ນຶ່ງຢູ່ໃນ​ພື້ນຖານ ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ແຕກ​ຕ່າງ. ທຸກໆ​ຄົນ​ເຫັນ​ດີ​ໃນ​ມື້​ນີ້ວ່າ ທ່ານ​ບໍ່​ສາມາດບັງຄັບ​ໃຫ້​ຮັບ​ເອົາ​ຂໍ້ແກ້​ໄຂ​ຈາກ​ພາຍ​ນອກ ​ແລະ​ທ່ານ​ຕ້ອງ ການຢາກ​ໃຫ້​ມີ​ການ​ເຈລະຈາ​ໂດຍ​ກົງ.”

ບັນດາ​ຜູ້​ເຂົ້າ​ຮ່​ວ​ມກອງ​ປະຊຸມ​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ຮ່ວມ​ວ່າ “ການ​ເຈລະຈາແກ້​ໄຂ ​ແບບ​ມີ​ສອງ​ລັດ​ສອງ​ປະ​ເທດ ​ເປັນ​ທາງ​ດຽວ​ເທົ່າ​ນັ້ນທີ່ຈະ​ບັນລຸການ​ມີ​ສັນ ຕິພາບອັນ​ຖາ ວອນ ​ໂດຍ​ມີ​ສອງ​ປະ​ເທດ ອິ​ສຣາ​ແອ​ລ ​ແລະ​ປາ​ແລ​ສ​ໄຕ​ນ໌ ຢູ່ຄຽງ ຂ້າງ​ດ້ວຍ​ຄວາມ​ສ​ະ ຫງົບ ​ແລະ​ປອດ​ໄພ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG