ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ໜັ້ນໃຈວ່າ ຝ່າຍຄ້ານ ຊີເຣຍ ຈະເຂົ້າຮ່ວມ ກອງປະຊຸມສັນຕິພາບ (ວີດີໂອ)


ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ມີ​ຄວາມ​ໝັ້ນ​ໃຈວ່າ ຝ່າຍ​ຄ້ານ​ຊີ​ເຣຍ ຈະ​ເຂົ້າ​ຮ່ວມ​ກອງປະຊຸມ​ສັນຕິພາບ
ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ມີ​ຄວາມ​ໝັ້ນ​ໃຈວ່າ ຝ່າຍ​ຄ້ານ​ຊີ​ເຣຍ ຈະ​ເຂົ້າ​ຮ່ວມ​ກອງປະຊຸມ​ສັນຕິພາບ
ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກ່າວ
​ວ່າ ທ່ານ ມີ​ຄວາມ​ໝັ້ນ​ໃຈວ່າ ຝ່າຍ​ຄ້ານ​ຊີ​ເຣຍ ຈະ​ເຂົ້າ​ຮ່ວມ​ກອງ
​ປະຊຸມ​ສັນຕິພາບ ​ໃນ​ເດືອນ​ນີ້ ທີ່​ນະຄອນ​ເຈ​ນີວາ.

ທ່ານ Kerry ​ໄດ້ກ່າວ​ ຫລັງ​ຈາກກອງ​ປະຊຸມ​ຂອງ​ບັນດາ​ລັດຖະ
ມົນຕີ ຕ່າງປ​ະ​ເທດ ​ ​ທີ່ນະຄອນ​ຫລວງປາຣີ ​ໃນ​ວັນ​ອາທິດ​ວານ​ນີ້
ວ່າ ​ການ​ໄປ​ຮ່ວມການ​ເຈລະຈາດັ່ງກ່າວ​ນັ້ນ ຈະ​ເປັນ​ການ​ທົດ​ສອບ
ຄວາມ​ໜ້າ​ເຊື່ອ​ຖື ຂອງພັກຝ່າຍ​ທັງ​ໝົດ.

ກຸ່ມປະສົມ​ແຫ່ງ​ຊາດຊີ​ເຣຍ ທີ່​ໄດ້​ຮັບ​ການໜຸນຫລັງ ​ຈາກ​ຝ່າຍ​ຕາ​
ເວັນ​ຕົກນັ້ນ​ ໄດ້​ກ່າວວ່າຕົນ​ຈະ​ຕັດສິນ​ໃຈ​ພາຍໃນ​ທ້າຍ​ອາທິດ​ນີ້
ວ່າ ຈະ​ເຂົ້າ​ຮ່ວມ​ການ​ເຈລະຈາ ​ໃນ​ວັນ​ທີ 22 ເດືອນ​ມັງກອນ​ນີ້ ​ຫລື​ບໍ່.

ບັນດາ​ຜູ້​ນໍາ​ຝ່າຍ​ຄ້ານ ​ໄດ້​ສະ​ແດງ​ຄວາມບໍ່​ເຕັມ​ໃຈ ​ໃນການທີ່​ຈະ​ໄປ​ນັ່ງ​ຢູ່​ຄົນ​ລະຟາກ​ໂຕະ​ເຈລະຈາສັນຕິພາບ ກັ​ບ​ຄະນະ​ຜູ້​ແທນລັດຖະບານຂອງທ່ານ Bashar al-Assad ນັ້ນ.

ທ່ານ Assad ​ໄດ້​ກ່າວ​ວ່າ ລັດຖະບານຊີ​ເຣຍ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຈລະ​ຈາ ​ແຕ່ ທ່ານ
​ກໍ​ໄດ້​ກ່າວ​ເຊັ່ນ​ກັນ​ວ່າ ມີ​ແຕ່​ປະຊາຊົນ​ຊີ​ເຣຍ ​ເທົ່າ​ນັ້ນ ທີ່​ຈະສາມາດ​ຕັດ​ສິນ​ໃຈ​ ອານາ​ຄົດ
ຂອງ​ປະ​ເທດ​ໄດ້.

ລັດຖະມົນຕີ ຕ່າງປະ​ເທດ​ຝຣັ່ງ ທ່ານ Laurent Fabius ​ໄດ້ກ່າວ​ຢູ່​ໃນ ກອງ​ປະຊຸມ​ຂອງ
ເພື່ອນ​ມິ​ດຂອງ​ຊີ​ເຣຍ ​ໃນ​ວັນ​ອາທິ​ດວານ​ນີ້​ວ່າ ​ເປົ້າໝາຍ​ຂອງ​ການ​ເຈລະຈາ ​ກໍເພື່ອ​ຈັດ​ຕັ້ງ​ລັດຖະບານ​ໄລຍະ​ຂ້າມ​ຜ່ານ​ຂຶ້ນ​ໃນຊີ​ເຣຍ “ທີ່ມີ​ອໍານາດ​ບໍລິຫານໂດຍເຕັມ.”


Friends of Syria Pushing Opposition Toward Geneva Talks
please wait

No media source currently available

0:00 0:02:46 0:00
ລິງໂດຍກົງ
XS
SM
MD
LG