ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ແຄຣີ ວ່າ ການນຳໃຊ້ຖ່ານຫີນຂອງຈີນ ອາດ 'ຕ່າວປີ້ນ' ສັກກະຍະພາບຂອງໂລກ ທີ່ຈະບັນລຸເປົ້າໝາຍ ດ້ານດິນຟ້າອາກາດ


ທູດພິເສດດ້ານດິນຟ້າອາກາດຂອງສະຫະລັດ ທ່ານຈອນ ແຄຣີ, ຂວາ, ພົບປະກັບ ລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ໂດຍຜ່ານທາງວີດີໂອ ໃນລະຫວ່າງ ການເດີນທາງຢ້ຽມຢາມໃນເຂດທຽນຈິນ (Tianjin) ຂອງທ່ານແຄຣີ, ວັນທີ 1 ກັນຍາ 2021. (Photo by Handout / US Department of State / AFP)
ທູດພິເສດດ້ານດິນຟ້າອາກາດຂອງສະຫະລັດ ທ່ານຈອນ ແຄຣີ, ຂວາ, ພົບປະກັບ ລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ໂດຍຜ່ານທາງວີດີໂອ ໃນລະຫວ່າງ ການເດີນທາງຢ້ຽມຢາມໃນເຂດທຽນຈິນ (Tianjin) ຂອງທ່ານແຄຣີ, ວັນທີ 1 ກັນຍາ 2021. (Photo by Handout / US Department of State / AFP)

ທູດພິເສດດ້ານດິນຟ້າອາກາດຂອງສະຫະລັດ ທ່ານຈອນ ແຄຣີ ໄດ້ກ່າວເຕືອນໃນວັນພະຫັດວານນີ້ ວ່າ ການກໍ່ສ້າງໂຮງງານໃຊ້ຖ່ານຫີນເພີ້ມຂຶ້ນເລື້ອຍໆຂອງປັກກິ່ງ ສາມາດ “ຕ່າວປີ້ນ” ສັກກະຍະພາບຂອງໂລກທີ່ຈະບັນລຸເປົ້າໝາຍດ້ານສະພາບແວດລ້ອມໄດ້ ຫຼັງຈາກທີ່ໄດ້ຈັດການເຈລະຈາ ກັບບັນດາເຈົ້າໜ້າທີ່ຂັ້ນສູງໃນຈີນ ອີງຕາມລາຍງານຂອງອົງການຂ່າວ ເອແອັຟພີ.

ຄວາມເຄັ່ງຕຶງລະຫວ່າງປັກກິ່ງແລະວໍຊິງຕັນ ໄດ້ເພີ້ມສູງຂຶ້ນໃນບໍ່ເທົ່າໃດເດືອນຜ່ານມານີ້ ໂດຍທັງສອງຝ່າຍຕອບໂຕ້ກັນໃນເລື້ອງປະຫວັດການປະຕິບັດສິດທິມະນຸດ ແລະການຮັບມືກັບໄວຣັສໂຄໂຣນາ ໃນເບື້ອງຕົ້ນຂອງຈີນ.

ການແກ້ໄຂກັບການປ່ຽນແປງຂອງດິນຟ້ອາກາດແມ່ນລວມຢູ່ໃນບັນຫາຕ່າງໆຈຳ ນວນບໍ່ໜ້ອຍ ທີ່ທັງສອງຝ່າຍໄດ້ຕົກລົງເຫັນດີນຳກັນຢ່າງເປັນເອກະພາບ.

ແຕ່ປັກກິ່ງ ໃນສອງສາມເດືອນມໍ່ໆມານີ້ໄດ້ເນັ້ນຢ້ຳເຖິງການຮ່ວມມືດ້ານສະພາບແວດລ້ອມ ອາດຈະໄດ້ຮັບຄວາມເສຍຫາຍ ຍ້ອນສາຍສຳພັນລະຫວ່າງຈີນແລະສະຫະລັດຊຸດໂຊມລົງ.

ທ່ານແຄຣີ ໄດ້ກ່າວຕໍ່ບັນດານັກຂ່າວໃນຕອນແລງວັນພະຫັດວານນີ້ ວ່າ ສະຫະ ລັດ ໄດ້ເຮັດໃຫ້ເປັນທີ່ “ແຈ່ມແຈ້ງວ່າ ໂຮງງານທີ່ໃຊ້ຖ່ານຫີນຫຼາຍຂຶ້ນຕື່ມນັ້ນ ເທົ່າກັບເປັນຄວາມທ້າທາຍທີ່ສຳຄັນຕໍ່ຄວາມພະຍາຍາມຂອງໂລກໃນການຮັບມືກັບວິດກິດການດ້ານດິນຟ້າອາກາດ.”

ທ່ານແຄຣີ ໄດ້ກ່າວ ແຜນການຂອງຈີນສຳລັບໂຮງງານໃຊ້ຖ່ານຫີນໃໝ່ທັງຫຼາຍອາດ “ຕ່າວປີ້ນສັກກະຍະພາບຂອງໂລກ ທີ່ຈະບັນລຸການປ່ອຍແກັສສຸດທິ ໃນລະດັບສູນ ຫຼື net-zero ພາຍໃນປີ 2050” ໂດຍກ່າວຕື່ມອີກວ່າ ໃນຂະນະດຽວກັນ ພວກເຂົາໄດ້ມີການເຈລະຈາ “ທີ່ສ້າງສັນຫຼາຍ” ທ່ານຍັງກ່າວ “ຢ່າງກົງໄປກົງມາ” ກ່ຽວກັບເລື້ອງນີ້.

ເຖິງແມ່ນຈະໃຫ້ຄ້ຳໝັ້ນສັນຍາ ທີ່ຈະນຳໃຊ້ຖ່ານຫີນ ເຖິງລະດັບສູງສຸດກ່ອນປີ 2030 ກໍຕາມ ຈີນໄດ້ຊື້ເອົາພະລັງງານ ຈາກການເຜົາຖ່ານຫີນໃໝ່ ຈໍານວນ 38.4 ກິກາວັດສ໌ ມາໃຊ້ງານໃນປີກາຍນີ້ ຊຶ່ງຫຼາຍກວ່າເຖິງ 3 ເທົ່າໃນອັນທີ່ໄດ້ຊື້ເຂົ້າມາທາງອອນໄລນ໌ໃນທົ່ວໂລກ.

ຈີນໄດ້ທ້າທາຍຕໍ່ສະຫະລັດ ໃຫ້ແກ້ໄຂສາຍສຳພັນກັບປັກກິ່ງເສຍກ່ອນ ເພື່ອທີ່ຈະທຳຄວາມກ້າວໜ້າ ໃນເລື້ອງການປ່ຽນແປງ ຂອງດິນຟ້າອາກາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG