ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Kerry ຮ້ອງຂໍໃຫ້ ສະພາສູງ ອະນຸມັດ ການໃຊ້ກຳລັງ​ ຕໍ່ກຸ່ມລັດອິສລາມ


Top US Officials Push for Authorization to Combat IS
please wait

No media source currently available

0:00 0:03:02 0:00

ເບິ່ງວີດີໂອ ລາຍງານນີ້

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ໄປມີ
ໜ້າ​ຢູ່​ສະພາ​ສູງ ໃນ​ວັນ​ພຸດ​ວານ​ນີ້ ​ເພື່ອຂໍການ​ອະນຸມັດໂດຍ​ສະພາ
ສູງ​ ຕໍ່ການຮ້ອງຂໍອະນຸຍາດ ໃຊ້​ກຳລັງຕໍ່​ຕ້ານ​ພວກ​ລັດ​ອິສລາມ ​
ຂອງ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ.

ທ່ານ Kerry ກ່າວ​ຕໍ່​ຄະນະ​ກຳມະການ​ ຄວາມສຳພັນກັບຕ່າງ
ປະ​ເທດ ວ່າ ການໃຫ້ການ​ອະນຸມັດໂດຍລັດຖະສະພານັ້ນ ຈະ
​ລົບລ້າງ​ຄວາມ​ບໍ່​ແນ່​ໃຈໃດໆ ທີ່ວ່າຊາວ​ອາ​ເມຣິກັນ ​ມີ​ຄວາມ​ປຸ້ມ
ລຸມສາ​ມັກ​ຄີ​ກັນ ໃນ​ຄວາມ​ພະຍາຍາມ ​ເພື່ອ​ເອົາ​ຊະນະ​ພວກ​ຫົວ
​ຮຸນ​ແຮງ ​ແລະ ຜູ້​ໃດ​ກໍ່ຕາມ​ທີ່​ກ່ຽວຂ້ອງ​ກັບ​ພວກ​ເຂົານັ້ນ.

ທ່ານ Kerry ກ່າວ​ຖະ​ແຫລ​ງຕໍ່​ບັນດາ​ຜູ້​ແທນ ວ່າ “ຄວາມ​ສາມັກຄີ​ຂອງ​ພວກ​ທ່ານ ຈະ​
ສົ່ງ​ສັນ​ຍານ​ອັນ​ບໍ່​ຜິດ​ພາດ ຕໍ່​ບັນດາ​ຜູ້ນຳ​ຂອງລັດ​ອິສລາມ ທີ່​ເອີ້ນວ່າ​ Daesh ຊຶ່ງ​
ເປັນ​ອັກສອນ​ຫຍໍ້ ​ໃນພາສາ​ອາຣັບ. ພວກ​ເຂົາ​ຕ້ອງ​ເຂົ້າ​ໃຈ​ວ່າ ພວກ​ເຂົາ​ບໍ່ສາມາດ​ ແບ່ງ​ແຍກ​ພວກເຮົາ​ໄດ້ ບໍ່​ໃຫ້​ພວກ​ເຂົາ​ເຮັດ​ແນວ​ນັ້ນ. ພວກ​ເຂົາ ບໍ່ສາມາດ​ຂົ່ມຂູ່​
ພວກ​ເຮົາ​ໄດ້. ​ແລະ ພວກເຂົາ​ບໍ່​ມີ​ຄວາມ​ຫວັງ​ເລີຍ ທີ່​ຈະ​ເອົາ​ຊະນະ​ພວກ​ເຮົາ​ໄດ້.”

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ໃຫ້ການ ຢູ່ທີ່ ລັດຖະສະພາ ໃນວໍຊິງຕັນ ເມື່ອວັນທີ 11 ມີນາ 2015 ຕໍ່ຄະນະກຳມະການ ຄວາມສຳພັນກັບຕ່າງປະ​ເທດ.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ໃຫ້ການ ຢູ່ທີ່ ລັດຖະສະພາ ໃນວໍຊິງຕັນ ເມື່ອວັນທີ 11 ມີນາ 2015 ຕໍ່ຄະນະກຳມະການ ຄວາມສຳພັນກັບຕ່າງປະ​ເທດ.

ໃນຂະນະທີ່ ປະທານາທິບໍດີ ​ໂອ​ບາ​ມາ ​ແມ່ນ​ມີ​ອຳນາດ​ຕາມ
​ກົດໝາຍ​ຢູ່​ແລ້ວ ທີ່​ຈະ​ປະຕິບັດ​ ການ​ຕໍ່ຕ້ານ​ພວກ​ລັດ​ອິສລາມ
​ໄດ້ ທ່ານ Kerry ກ່າວ​ວ່າ ການ​ອະນຸມັດ​ຈາກ​ລັດຖະສະພາ
ຈະ​ອຳນວຍ​ໃຫ້ປະທານາທິບໍດີ ສາມາດ​ເຄື່ອນ​ໄຫວ​ໄດ້ ​ໂດຍ​
ບໍ່ມີ​ຂໍ້​ຈຳກັດ ​ໃນ​ການປະຕິບັດງານ ​ທາງທະຫານ​ທີ່​ຈະສຳ​ເລັດ
​ຜົນໄດ້.

ທ່ານ Kerry ຮຽກຮ້ອງ​ໃຫ້​ສະພາ​ສູງ ຫລີກລ້ຽງ​ເລື້ອງ​ການ​ເມືອງ
​ພາຍ​ໃນພັກ ເມື່ອ​ພິຈາລະ ນາ ຄຳຮ້ອງຂໍ​ຂອງ​ປະທາ​ນາ​ທິບໍດີ.
ທ່ານ​ກ່າວ​ອີກ​ວ່າ ການ​ຕອບ​ໂຕ້​ຕໍ່​ການ​ຂົ່ມຂູ່​ຈາກ​ລັດອິສລາມນັ້ນ
ມັນ​ບໍ່​ແມ່ນ​ບັນຫາ​ເລື້​ອງຂອງພັກ​ການເມືອງໃດນຶ່ງ.

U.S. Secretary of State John Kerry went before the Senate Wednesday to get approval for President Barack Obama's request for authorization to use force against Islamic State.

Kerry told the Foreign Relations Committee that approval by Congress would wipe out any doubt that Americans are united in the effort to defeat the militants and anyone associated with them.

"Your unity would send an unmistakable message to the leaders of Daesh [the Arabic acronym for Islamic State]," Kerry told the lawmakers. "They have to understand they cannot divide us. Don't let them. They cannot intimidate us. And they have no hope of defeating us."

While President Obama already has the legal authority to take action against Islamic State, Kerry said congressional authorization would give the president more flexibility to direct a successful military campaign.

Kerry appealed to the Senate to avoid party politics when considering the president's request. He said responding to the threat from Islamic State is not a partisan issue.

XS
SM
MD
LG