ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ແຄຣີ ເອີ້ນ ການສະງົບເສີກວ່າ ເປັນ 'ບຸລິມະສິດ ສູງສຸດ' ກ່ອນໜ້າການເຈລະຈາ


ພະນັກງານຊ່ອຍເຫຼືອຂອງສະພາກາແດງ ກວດສອບເຄື່ອງ
ຂອງການແພດ ຫຼັງຈາກທີ່ຖືກໂຈມຕີທາງອາກາດ ຕໍ່ສູນການ
ແພດ ທີ່ໝັ້ນຂອງກຸຸ່ມຕໍ່ຕ້ານ ລັດຖະບານຊີເຣຍ ຢູ່ໃນເຂດຄຸ້ມ Tariq al-Bab ຂອງ Aleppo, ຊີເຣຍ, ວັນທີ 30 ເມສາ 2016.
ພະນັກງານຊ່ອຍເຫຼືອຂອງສະພາກາແດງ ກວດສອບເຄື່ອງ ຂອງການແພດ ຫຼັງຈາກທີ່ຖືກໂຈມຕີທາງອາກາດ ຕໍ່ສູນການ ແພດ ທີ່ໝັ້ນຂອງກຸຸ່ມຕໍ່ຕ້ານ ລັດຖະບານຊີເຣຍ ຢູ່ໃນເຂດຄຸ້ມ Tariq al-Bab ຂອງ Aleppo, ຊີເຣຍ, ວັນທີ 30 ເມສາ 2016.

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ຈະເດີນທາງໄປ ນະຄອນ Geneva ໃນວັນອາທິດມື້ນີ້ ເພື່ອການເຈລະຈາ ກ່ຽວກັບ ສະຖານະການຂອງຊີເຣຍ. ກະຊວງການຕ່າງປະເທດ ໄດ້ກ່າວໃນຖະແຫລງການ ວັນເສົາວານນີ້ ທີ່ເປີດເຜີຍ ວ່າ ທ່ານ Kerry ຈະຫາລື ເລື້ອງຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອຢືນຢັນຄືນອີກ ການຍຸຕິ ຄວາມເປັນປໍລະປັກກັນ ໃນທົ່ວຊີເຣຍ.

​ແຜນທີ່ ປະເທດຊີເຣຍ

ທ່ານ Kerry ໄດ້ຮຽກຮ້ອງເຖິງ ທູດພິເສດຂອງອົງການສະຫະປະຊາຊາດ ແລະ ຜູ້ປະ ສານງານການເຈລະຈາຂອງຊີເຣຍ ໃນການກະກຽມ ສຳລັບການເດີນທາງໃນຄັ້ງນີ້. ທ່ານ John Kirby ໂຄສົກ ກະຊວງນັ້ນ ໄດ້ກ່າວວ່າ ນັກການທູດຂັ້ນສູງຂອງອາເມຣິກາ ໄດ້ກ່າວໄປຢ່າງຈະແຈ້ງແລ້ວວ່າ ການຍຸຕິຄວາມຮຸນແຮງ ໃນ Aleppo ແລະ ການກັບຄືນ ໄປສູ່ການຍຸຕິເປັນປໍລະປັກທົ່ວປະເທດ ທີ່ຍືນຍົງໃນທີ່ສຸດນັ້ນ ແມ່ນເປັນ “ບຸລິມະສິດ ອັນສູງສຸດ.” ທ່ານ Kerry ໄດ້ສະແດງອອກເຖິງຄວາມເປັນຫ່ວງ ກ່ຽວກັບ ກອງກຳລັງ ຂອງທ່ານ Assad ທີ່ຍັງສືບຕໍ່ທະວີບັນຫາການຂັດແຍ້ງຢູ່.

ຄວັນພຸ້ງຂຶ້ນສູ່ທ້ອງຟ້າ ຫຼັງຈາກການໂຈມຕີທາງອາກາດ ຕໍ່ເຂດຄຸ້ມ al-Sakhour ທີ່ເປັນໝັ້ນຂອງກຸ່ມຕໍ່ຕ້ານລັດຖະບານຊີເຣຍ ໃນເມືອງ Aleppo ຂອງຊີເຣຍ, ວັນທີ 29 ເມສາ 2016.
ຄວັນພຸ້ງຂຶ້ນສູ່ທ້ອງຟ້າ ຫຼັງຈາກການໂຈມຕີທາງອາກາດ ຕໍ່ເຂດຄຸ້ມ al-Sakhour ທີ່ເປັນໝັ້ນຂອງກຸ່ມຕໍ່ຕ້ານລັດຖະບານຊີເຣຍ ໃນເມືອງ Aleppo ຂອງຊີເຣຍ, ວັນທີ 29 ເມສາ 2016.

ທ່ານ Kirby ກ່າວວ່າ “ທ່ານລັດຖະມົນຕີ ໄດ້ສະແດງຄວາມເປັນຫ່ວງເປັນໃຍຢ່າງເລີກ ເຊິ່ງ ກ່ຽວກັບການຊຸດໂຊມລົງຂອງສະຖານະການ ຢູ່ໃນ Aleppo ບ່ອນທີ່ລະບອບ ຂອງປະທານາທິບໍດີ Bashar al-Assad ສືບຕໍ່ທະວີບັນຫາຂັດແຍ້ງ ໂດຍການໂຈມຕີ ແນເປົ້າໝາຍ ໃສ່ພວກພົນລະເຮືອນ ທີ່ບໍລິສຸດ ແລະ ພວກພັກຝ່າຍທີ່ຍຸຸຕິການເປັນ ປໍລະປັກ--ບໍ່ແມ່ນກຸ່ມ Nusra ດັ່ງທີ່ລະບອບໄດ້ອ້າງໄປຢ່າງຜິດພາດນັ້ນ ເປັນສ່ວນ ໃຫຍ່.”

ທ່ານ Kirby ກ່າວຕໍ່ໄປວ່າ “ການໂຈມຕີເຊັ່ນນັ້ນ ແມ່ນເປັນການລະເມີດໂດຍກົງ ຕໍ່ ການຢຸດເຊົາສູ້ລົບກັນ ແລະ ຕ້ອງໄດ້ຍຸຕິໃນທັນທີ.”

ພົນລະເມືອງ ກວດສອບເບິ່ງຄວາມເສຍຫາຍ ຢູ່ທີ່ສະຖານທີ່ຖືກໂຈມຕີ ໂດຍທາງອາກາດ ໃນເຂດ Bustan al-Qasr ເປັນທີ່ໝັ້ນຂອງກຸ່ມຕໍ່ຕ້ານລັດຖະບານຊີເຣຍ ຂອງເມືອງ Aleppo, ຊີເຣຍ, ວັນທີ 28 ເມສາ 2016.
ພົນລະເມືອງ ກວດສອບເບິ່ງຄວາມເສຍຫາຍ ຢູ່ທີ່ສະຖານທີ່ຖືກໂຈມຕີ ໂດຍທາງອາກາດ ໃນເຂດ Bustan al-Qasr ເປັນທີ່ໝັ້ນຂອງກຸ່ມຕໍ່ຕ້ານລັດຖະບານຊີເຣຍ ຂອງເມືອງ Aleppo, ຊີເຣຍ, ວັນທີ 28 ເມສາ 2016.

ການໂຈມຕີທາງອາກາດ ປະມານ 30 ຖ້ຽວ ໂດຍເຮືອບິນລົບອາຍພົ່ນ ແລະ ເຮືອບິນລົບ ເຮລິຄອບເຕີ້ ຂອງລັດຖະບານ ຣັດເຊຍ ໄດ້ຖະລົ່ມ ບໍລິເວນ ທີ່ປົກຄອງໂດຍກຸ່ມຕໍ່ຕ້ານ ລັດຖະບານຊີເຣຍ ຢູ່ທາງພາກເໜືອຂອງເມືອງ Aleppo ໃນວັນເສົາວານນີ້ ໂດຍໄດ້ສັງ ຫານຢ່າງໜ້ອຍ 5 ຄົນ.

ອີງຕາມອົງການ ສິ້ງຊອມສິດທິມະນຸດຂອງຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນອັງກິດ ແລ້ວ ແມ່ນວ່າ ພົນລະເຮືອນ ເກືອບ 250 ຄົນ ໄດ້ຖືກຂ້າຕາຍໃນການໂຈມຕີ ດ້ວຍການຍິງປືນ ໃຫຍ່ ການຍິງຈະຫຼວດ ແລະ ການຈູ່ໂຈມທາງອາກາດ ໃສ່ເມືອງທີ່ມີການຕໍ່ສູ້ກັນ ນັບຕັ້ງ ແຕ່ ວັນທີ 22 ເດືອນເມສາ ຜ່ານມາ. ລວມຢູ່ໃນພວກທີ່ຖືກຂ້າຕາຍ ມີຢ່າງໜ້ອຍ 50 ຄົນ ຢູ່ໃນໂຮງໝໍທີ່ຖືກໂຈມຕີທາງອາກາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG