ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຖົກຖຽງ ລະຫວ່າງ ສຫລ ແລະ ຣັດເຊຍ ກ່ຽວກັບ ເລື້ອງຊີເຣຍ ເພີ້ມຂຶ້ນ ຢ່າງແຮງ


Russian troops march in Red Square in Moscow, Russia, during the Victory Day military parade to celebrate 74 years since the victory in WWII.
Russian troops march in Red Square in Moscow, Russia, during the Victory Day military parade to celebrate 74 years since the victory in WWII.

ຣັດ​ເຊຍ​ໄດ້​ເຕືອນ​ເຖິງ​ຜົນ​ທີ່​ຈະ​ຕິດຕາມ​ມາ​ຢ່າງ​ຮ້າຍ​ແຮງທາງ​ດ້ານ​ກົດໝາຍ​ ໃນ​ວັນ​ສຸກ​ວານ​ນີ້ ທີ່​ເກີດ​ຈາກ​ ການ​ໃຫ້​ຄວາມ​ເຫັນ ​ຂອງ​ລັດຖະມົນຕີ ​ການ​ຕ່າງປະເທດ​ສະຫະລັດ ທ່ານ John Kerry ທີ່ກ່າວ​ວ່າ ມົສກູ​ແລະ​ດາ​ມັສກັສ ຄວນ​ຈະຖືກ​ສືບສວນ​ໃນ​ການ​ກໍ່​ອາ​ ຊະ​ຍາ​ກຳ​ສົງຄາມອັນ​ເປັນ​ຜົນ​ເນື່ອງມາ​ຈາກ​ການ​ໂຈມຕີ​ທາງ​ອາກາດ​ຕໍ່​ເປົ້າໝາຍ​ພົນລະ​ເຮືອນ​ໃນ​ຊີ​ເຣຍ.

Kerry Condemns Attack on Syrian Hospital
please wait

No media source currently available

0:00 0:01:00 0:00

ທີ່​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ພວກ​ເຈົ້າໜ້າ​ທີ່​ບໍ່​ໄດ້​ໃຫ້​ຄວາມສຳຄັນ​ຫຍັງ​ຫຼາຍ ກ່ຽວ​ກັບ​ການ​ໃຫ້​ຄວາມ​ເຫັນ​ ຂອງ​ທ່ານ Kerry ນັ້ນວ່າ ​ບໍ່​ມີ​ຫຍັງ​ໃໝ່. ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້ໃຊ້​ຄຳ​ເວົ້າ​ທີ່​ຄ້າຍຄື​ກັນນີ້ ຢູ່​ທີ່​ອົງການ​ສະຫະ​ປະຊາ​ຊາດ​ໃນ​ເດືອນ​ແລ້ວ ​ເວລາ​ທ່ານ​ກ່າວ​ປະນາມ​ການ​ໂຈມ​ຕີ​ທາງ ອາກາດ​ຕໍ່​ໂຮງໝໍ​ແລະ​ພວກ​ເດັກ ນ້ອຍ​ວ່າ​ເປັນ​ການລະ​ເມີດ​ຢ່າງ​ເປີດແປນ​ຕໍ່​ກົດ ໝາຍຂອງ​ນາໆ​ຊາດ.

​ແຕ່​ທ່ານ Kerry ​ໄດ້​ເພີ້ມທະວີ​ການໂຈ​ມຕີ​ດັ່ງກ່າວ​ໃນ​ວັນ​ສຸກ​ວານ​ນີ້ໂດຍ​ປະກາດ​ວ່າ ການ​ໂຈມ​ຕີຄັ້ງ​ໃໝ່​ ໃນ​ອາທິດ​ນີ້ ຕໍ່​ໂຮງໝໍ​ຕ່າງໆ​ ໃນ​ຊີ​ເຣຍນັ້ນ ຄວນຈະ​ໄດ້​ຮັບ​ການ​ສືບສວນ​ທີ່​ເໝາະ​ສົມ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງຄາມ.

ລັດຖະມົນຕີ​ Kerry ​ໄດ້​ກ່າວ​ຖະ​ແຫຼງຢູ່​ທີ່​ກະຊວງ​ການ​ຕ່າງປະ​ເທດ ຮ່ວມ​ກັບລັດຖະມົນຕີ​ການ​ຕ່າງປະ​ເທດ​ຝຣັ່ງທ່ານ Jean-Marc Ayrault ທີ່​ພວມ​ຢູ່​ໃນລະຫວ່າງ​ການຢ້ຽມຢາມ ​ສະຫະລັດ. ​ໃນ​ລະຫວ່າງ​ການ​ຖະ​ແຫລງຂ່າວ​ ໃນ​ເວລາ​ຕໍ່ມານັ້ນ ໂຄສົກ​ກະຊວງ​ການຕ່າງ ປະ​ເທດ​ສະຫະລັດ ທ່ານ John Kirby ກ່າວວ່າ ການ​ໃຫ້​ຄວາມ​ເຫັນຂອງ​ທ່ານ Kerry ບໍ່​ໄດ້​ສະທ້ອນ​ໃຫ້​ເຫັນ​ເຖິງ​ການ​ປ່ຽນແປງ​ໃນ​ນ້ຳ​ສຽງ ​ໃນ​ທັດສະນະ​ຂອງສະຫະລັດ​ກ່ຽວ​ກັບ​ກົນລະຍຸດ​ຂອງຣັດ​ເຊຍແລະ​ຊີ​ເຣຍ.

De Mistura on Situation in Aleppo, Syria
please wait

No media source currently available

0:00 0:00:55 0:00

ທ່ານ Kirby ​ໄດ້​ປະຕິ​ເສດ​ບໍ່​ຍອມ​ຕອບ​ຄຳ​ຖາມ​ຊ້ຳ​ແລ້ວ​ຊ້ຳ​ອີກ​ຂອງ​ພວກ​ນັກ​ຂ່າວກ່ຽວ​ກັບ​ວ່າ​ຜູ້​ໃດ ທີ່​ທ່ານ Kerry ຈະ​ນຳພາ​ການ​ສືບສວນ ​ກ່ຽວ​ກັບ​ການ​ກໍ່ອາ​ຊະ​ຍາ​ກຳ​ສົງຄາມ.

ການ​ໂຈມ​ຕີ​ຕໍ່​ໂຮງໝໍ​ຊີ​ເຣຍ​ ໃນ​ຄືນ​ວັນ​ພະຫັດ​ຜ່ານ​ມາ ມີ​ລາຍ​ງານ​ວ່າ​ ໄດ້​ສັງຫານ 20 ຄົນ​ ແລະ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ ​ອີກ 100 ຄົນ. ພວກ​ນາຍ​ແພດ​ບໍ່​ມີ​ພົມ​ແດນກ່າວ​ວ່າ ການ​ໂຈມ​ຕີ​ໃນ​ອາທິດ​ນີ້ຕໍ່​ໂຮງໝໍ​ໃຫຍ່ 4 ​ແຫ່ງ ຢູ່​ໃນ​ເຂດ​ຄວບ​ຄຸມ ​ຂອງພວກ​ຕໍ່ຕ້ານ​ໃນ​ຊີ​ເຣຍ ​ແມ່ນ​ເປັນ​ການລະ​ເມີດ​ຕໍ່​ກົດໝາຍ​ມະນຸດສະທຳ ​ທີ່​ບໍ່​ໜ້າເຊື່ອ ຊຶ່ງ​ໄດ້​ຈຳກັດຂັດຂວາງ​ບໍ່​ໃຫ້​ພົນ ລະ​ເຮືອນ​ໄດ້​ຮັບ​ການ​ປິ່ນປົວ​ທາງ​ດ້ານ​ການແພດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG