ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຕ່າງປະເທດ ສະຫະລັດ ຮຽກຮ້ອງ ໃຫ້ສ້າງຕັ້ງ ແນວໂຮມ ຕໍ່ສູ້​ກັບກຸ່ມ ISIS (ວີດີໂອ)


ລັດຖະມົນຕີຕ່າງປະທດ ສະຫະລັດ ທ່ານ John Kerry
ລັດຖະມົນຕີຕ່າງປະທດ ສະຫະລັດ ທ່ານ John Kerry

ດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ໄດ້​

ຮຽກຮ້ອງ​ໃຫ້​ ມີການສ້າງຕັ້ງແນວໂຮມໃນຂອບເຂດທີ່ກວ້າງ
ຂວາງຂອງ​ໂລກ​ຂຶ້ນເພື່ອຕໍ່ສູ້​ກັບ ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ
ທີ່​ຮູ້​ກັນ​ໃນນາມກຸ່ມ ISIS ນັ້ນ.

ຢູ່​ໃນ​ບົດ​ຄວາມທີ່​ເຜີຍ​ແຜ່​ໂດຍ​ໜັງສືພິມ The New York
Time
​ໃນ​ວັນ​ເສົາ​ ​ມື້​ນີ້ ທ່ານ Kerry ກ່າວ​ວ່າ ກຸ່​ມກໍ່​ການ​ຮ້າຍດັ່ງ
ກ່າວ ແມ່ນເປັນໄພ​ຂົ່ມຂູ່ເພີ້ມຂຶ້ນ ບໍ່​ພໍ​ພຽງ​ແຕ່​ຢູ່​ໃນອີຣັກ ​ແລະ
ຊິີເຣຍເທົ່ານັ້ນ ​ແຕ່​ຕໍ່​ທຸກ​ບ່ອນ ​ທີ່ພວກ​ເຂົາສາ​ມາດ​ ເດີນທາງ​ໄປ
​ຫາ​ໄດ້ ໂດຍທີ່ບໍ່ມີຜູ້ໃດຮູ້ ຮວມ​ທັງສະຫະລັດ.

ທ່ານກ່າວ​ວ່າ ພວກ​ນັກ​ລົບກຸ່ມ ISIS ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໂຫດຮ້າຍ​ປ່າ​ເຖື່ອນ
​ແລະ​ອຳມະຫິດ ​ແຕ່ກໍສາມາດຕ້ານດ້ວຍ “ແນວໂຮມໃນຂອບເຂດ ທີ່ກວ້າງຂວາງເທົ່າທີ່
ເປັນໄປໄດ້ຂອງ​ປະ​ເທດຕ່າງໆ” ທີ່​ນຳພາ​ໂດຍສະຫະລັດ.

ປະທານາທິບໍດີ Barack Obama ກ່າວ​ວ່າ ປັ​ດຈຸ​ບັນ​ນີ້ ທ່ານ​ບໍ່​ມີຍຸດ​ທະ​ສາດໃດໆ​ເພື່ອ
ໂຈມຕີກຸ່ມລັດ​ອິສລາມເທື່ອ ​ແຕ່ທ່ານ Kerry ກ່າວ​ຢູ່​ໃນ​ບົດຄວາມໜັງສືພິມ​ຂອງ​ທ່ານ​ວ່າ
ວໍ​ຊິງ​ຕັນຈະ​ນຳສະເໜີ​ແຜນການ​ປະຕິ​ບັດງານຢູ່ທີ່ກອງ​ປະຊຸມ​ສຸດ​ຍອດຂອງສະພາ​ຄວາມ
​ໝັ້ນຄົງສະຫະ​ປະຊາ​ຊາດ ​ໃນ​ເດືອນ​ກັນຍານີ້ ​ລະຫວ່າງ ກອງປະຊຸມສະມັດຊາໃຫຍ່.

ທ່ານ Kerry ໄດ້ມ້ວນທ້າຍບົດຂຽນຂອງທ່ານ ​ໂດຍ​ກ່າວ​ວ່າ “ພວກ​ຫົວ​ຮຸນ​ແຮງ​ຈັດໄດ້ຮັບ
ການປະລາໄຊ ກໍ​ຕໍ່ເມື່ອບັນດາ​ປະ​ເທດ ທີ່ມີຄວາມຮັບຜິດຊອບ​ຕ່າງໆ ​ແລະ​ປະຊາຊົນປະ
ເທດເຫຼົ່ານັ້ນ ພາກັນຮ່ວມ​ກັນ ຕ້ານພວກ​ເຂົາ​.”

Obama: No Strategy Yet on Islamic State Threat
please wait

No media source currently available

0:00 0:01:54 0:00

XS
SM
MD
LG