ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ​Kerry ພົບປະກັບ ທ່ານ Brahimi ກ່ຽວກັບ ກອງ​ປະຊຸມ​ສັນຕິພາບ​​ຊີ​ເຣຍ (ວີດີໂອ/ສະໄລດ໌)


ທ່ານ Lakhdar Brihimi ​ທູດ​ພິ​ເສດ​ກ່ຽວ​ກັບ​ຊີ​ເຣຍຂອງ​ສັນນິບາດ​ແຫ່ງ​ຊາດອາຣັບແລະ​ສະຫະ​ປະຊາ​ຊາດ (ຊ້າຍ) ແລະລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ John Kerry.
ທ່ານ Lakhdar Brihimi ​ທູດ​ພິ​ເສດ​ກ່ຽວ​ກັບ​ຊີ​ເຣຍຂອງ​ສັນນິບາດ​ແຫ່ງ​ຊາດອາຣັບແລະ​ສະຫະ​ປະຊາ​ຊາດ (ຊ້າຍ) ແລະລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ John Kerry.
ທ່ານ ຈອນ ​ແຄຣີ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ມີ​ກໍາໜົດ​
ພົບປະ​ກັບ ທ່ານ Lakhdar Brihimi ​ທູດ​ພິ​ເສດ​ກ່ຽວ​ກັບ​ຊີ​ເຣຍ
ຂອງ​ສັນນິບາດ​ແຫ່ງ​ຊາດອາຣັບແລະ​ສະຫະປະຊາ​ຊາດ ເພື່ອ​
ສົນທະ​ນາ​ກ່ຽວ​ກັບ ​ກອງ​ປະຊຸມ​ສັນຕິພາບຊີ​ເຣຍ ທີ່​ໄດ້​ມີ​ການ
ວາງ​ແຜນກັນ​ໄວ້ນັ້ນ ​ໃນ​ຂະນະ​ທີ່ເກີດການ​ໂຈມ​ຕີ​ດ້ວຍລະ​ເບີດ
ລົດ​ທີ່​ຮ້າຍແຮງເຖິງຕາຍ ທີ່ເນ້ນ​ຢໍ້າ​ເຖິງ​ຄວາມ​ຮຸນ​ແຮງ ທີ່​ມີ​ມາ​
ຢ່າງ​ບໍ່​ລົດ​ລະ ຢູ່​ໃນ​ປະ​ເທດ​ນັ້ນ.

ທັງ​ສອງ​ນັກ​ການ​ທູດ​ກໍາລັງ​ຢູ່​ທີ່​ກຸງ​ລອນດອນ ​ເພື່ອ​ໂອ້​ລົ​ມກັນ
​ໃນ​ວັນ​ຈັນ​ມື້​ນີ້ ກ່ຽວ​ກັບ​ການ​ຈັດ​ແຈງ​ໃຫ້​ມີ​ກອງ​ປະຊຸມ​ທີ່ຊັກ​ຊ້າ
ມາຍາວ​ນານນັ້ນ. ກະຊວງ​ການ​ຕ່າງປະ​ເທ​ດຂອງ​ສະຫະລັດ
ໄດ້ກ່າວ​ໃນ​ອາທິດ​ແລ້ວ​ນີ້​ວ່າ “ມີ​ຄວາມ​ຈໍາ​ເປັນ​ຢ່າງ​ຮີບ​ດ່ວນ” ທີ່​ຈະຕ້ອງ​ຈັດ​ກອງປະຊຸມ
ນີ້​ຂຶ້ນ ທີ່​ມີ​ຈຸດປະສົງ​ເພື່ອ​ຊອກ​ຫາ​ວິທີແກ້​ໄຂທາງ​ການ​ເມືອງ ຕໍ່​ວິ​ກິດ​ການ​ໃນ​ຊີ​ເຣຍນັ້ນ.

​ກຸ່ມ​ຝ່າຍ​ຄ້ານ​ທີ່ສໍາຄັນກຸ່ມນຶ່ງ ​ກໍ​ຄືກຸ່ມສະພາ​ແຫ່ງ​ຊາດ​ຊີ​ເຣຍ ກ່າວ​ໃນ​ວັນ​ອາທິດ​ວານນີ້​ວ່າ
ຕົນ​ຈະ​ບໍ່​ເຂົ້າ​ຮ່ວມ​ແລະ​ກ່າວຕໍາ​ນິຕິ​ຕຽນ ການ​ຮັບ​ມືຂອງປະຊາ​ຄົມນາໆ​ຊາດ ຕໍ່​ການ​ຕໍ່ສູ້​ກັນ
ຢູ່​ໃນ​ຊີ​ເຣຍນັ້ນ.

Kerry Syria
please wait
Embed

No media source currently available

0:00 0:01:57 0:00

​ໃນ​ຂະນະ​ດຽວ​ກັນ​ນີ້ ພວກນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ລະ​ເບີດລົດ​ທີ່​ແຕກ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ຢູ່
​ເມືອງ Darkoush ທາງ​ພາກ​ເໜືອ​ຂອງ​ປະ​ເທດ ​ໃກ້ໆ​ກັບ​ຊາຍ​ແດນຂອງ​ເທີກີ ​ໄດ້​ສັງຫານ
​ຢ່າງ​ນ້ອຍ 20 ຄົນ ​ແລະ​ເຮັດ​ໃຫ້​ບາດ​ເຈັບອີກຫຼາຍ​ສິບ​ຄົນ. ກຸ່ມ​ສັງ​ເກດ​ການ​ກ່ຽວ​ກັບ​ສິດທິ
​ມະນຸດ​ຂອງ​ຊີ​ເຣຍ ກ່າວ​ວ່າ ລະ​ເບີດ​ດັ່ງກ່າວ​ນັ້ນ​ໄດ້​ແຕກ​ຂຶ້ນ​ໃນ​ຄຸ້ມ​ຕະຫຼາດ​ຂອງ​ເມືອງ​
ຊຶ່ງຂະນະ​ນີ້ ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ​ເທື່ອ.


XS
SM
MD
LG