ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ກ່າວວ່າ ການຕໍ່ຕ້ານ ກຸ່ມລັດອິສລາມ ພວມດຳເນີນໄປ ​ໃນທິດ​ທາງ​ ທີ່​ຖືກ​ຕ້ອງ


US Kerry ISIS
please wait
Embed

No media source currently available

0:00 0:01:10 0:00

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
​ໄດ້​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຄວາມ​ພະຍາຍາມ​ຂອງນາໆ​ຊາດ
ທີ່​ຈະ​ເອົາ​ຊະນະ​ກຸ່ມ​ລັດ​ອິສລາມ​ນັ້ນ ​ແມ່ນ “​ກຳລັງເຄື່ອນໄຫວ​ໄປ
​ໃນທິດ​ທາງ​ທີ່​ຖືກ​ຕ້ອງ, ​ແຕ່ທ່ານ​ໄດ້ເຕືອນ​ວ່າ ​ຈະຕ້ອງມີ​ການ
​ດຳ​ເນີນຄວາມ ພະຍາຍາມ​ເພີ້ມ​ຕື່​ມ ​ເພື່ອ​ສະໜັບສະໜຸນ​ການ
​ສ້າງສະຖຽນ​ລະ​ພາບ​ໃນ​ລີ​ເບຍ​ແລະ​ອິຣັກ.”

ທ່ານ Kerry ​ໄດ້​ກ່າວ​ໃນ​ການ​ເປີດ​ກອງ​ປະຊຸມ ​ຂອງ​ບັນດາ
​ລັດຖະມົນຕີ ​ທີ່​ນະຄອນ​ໂຣມບ່ອນ​ທີ່ຜູ້ຕາງໜ້າ​ຂອງປະມານ 20
ປະ​ເທດ ​ເຂົ້າ​ຮ່ວມການສົນທະນາ​ຫາລື ​ເພື່ອຊອກ​ຫາຊ່ອງ​ທາງ​
ໃນການ​ເສີມ​ຂະຫຍາຍການ​ຕ້ານ​ຢັນກຸ່ມ​ລັດ​ອິສລາມ.

ທ່ານ​ໄດ້​ກ່າວ​ເນັ້ນ ​ເຖິງຄວາມ​ສ່ຽງ​ ​ໃນ​ການ​ພວກຫົວ​ຮຸນ​ແຮງ ​ເຂົ້າ​ຄວບ​ຄຸມ​ໃນ​ລີເບຍ ທີ່​ອຸດົມ​ຮັ່ງມີ​ໄປ​ດ້ວຍ​ບໍ່​ນ້ຳມັນ, ​ແຕ່​ໄດ້​ກ່າວ​ວ່າ ລັດຖະບານສາມັກ​ຊີ​ຊາດ​ຊຸດໃໝ່ ​ແມ່​ນຍັງ​ຕ້ອງ​ໄດ້ດຳ​ເນີນ​ໄປ​ຕື່ມ​ອີກ​ໄກ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ສະພາບ​ການ​ດັ່ງກ່າວ​ຂຶ້ນ.

ນອກ​ນັ້ນ ທ່ານ Kerry ​ໄດ້​ຮຽກຮ້ອງ​ຄວາມ​ສົນ​ໃຈ ຕໍ່ສະຖານະ​ການ​ທາງ​ດ້ານ​ມະນຸ​ດສະ​ທຳ​ໃນ​ຊິ​ເຣຍ ໂດຍໄດ້​ກ່າວ​ວ່າ ນີ້​ແມ່ນ​ຄວາມ​ຫາ​ຍະ​ນະ​ທີ່ບໍ່​ເຄີຍເຫັນ​ ນັບ​ຕັ້ງ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ 2 ​ເປັນຕົ້ນມາ. ທ່ານ​ໄດ້​ກ່າວ​ອີກ​ວ່າ ຫຼາຍໆ​ປະ​ເທດ​ຈຳ​ເປັນ “​ທີ່​ຈະຕ້ອງອອກສຽງ​ຢ່າງ​ແຮງ” ກ່ຽວ​ກັບ​ຄວາມ​ຈຳເປັນ​ຂອງ​ການ​ຢຸດ​ຍິງ ຍຸດຕິ​ການ​ປິດ​ລ້ອມ ​ແລະ​ຮຽກຮ້ອງ​ໃຫ້​ມີ​ການ
ຈັດ​ສົ່ງ ສະບຽງອາຫານ ຢຸກຢາ​ຕ່າງໆ ທີ່​ຈຳ​ເປັນ​ ໄປ​ໃຫ້​ປະຊາຊົນ​ທີ່​ຂາດ​ ຢ່າງ​ຮີບ​ດ່ວນ​ໃນ
ທຸກໆ​ເຂດ.

XS
SM
MD
LG