ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ John Kerry ເດີນທາງໄປ ຂົ້ວໂລກໃຕ້ ເພື່ອສຶຶກສາ ການປ່ຽນແປງ ດິນຟ້າອາກາດ


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ກຳລັງບິນຂ້າມເຂດຮ່ອມພູ Taylor ໃກ້ກັບສະຖານີ McMurdo ທີ່ຂົ້ວໂລກໃຕ້ ວັນທີ 11 ພະຈິກ, 2016.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ກຳລັງບິນຂ້າມເຂດຮ່ອມພູ Taylor ໃກ້ກັບສະຖານີ McMurdo ທີ່ຂົ້ວໂລກໃຕ້ ວັນທີ 11 ພະຈິກ, 2016.

ລັດຖະມົນ​ຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ໄປ​ຢ້ຽ​ມຢາມ​ຂົ້ວ ໂລກໃຕ້​ໃນ​ວັນ​ສຸກ​ວານ​ນີ້ ກ່ອນໜ້າ​ກອງ​ປະຊຸມວ່າ​ດ້ວຍ​ການປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດນາໆ​ຊາດ ທີ່​ນະຄອນ Marrakesh ​ໃນອາທິດ​ໜ້າ​ນີ້.

ຫລັງ​ຈາກ​ການ​ເດີນທາງ​ໃນ​ຕອນ​ເຊົ້າ​ມືດຈາກ​ເມືອງ Christchurch ປະ​ເທດ New Zealand ທ່ານ Kerry ​ໄດ້​ບິນ​ໄປຍັງສະຖານີ McMurdo ຊຶ່ງ​ເປັນທີ່​ຕັ້ງ​ບ່ອນ​ປະຕິບັດ​ງານ​ຂອງ​ສະຫະລັດ​ໃນ​ຂົ້ວ​ໂລກໃຕ້. ທ່ານ Kerry ​ເດີນທາງ​ຈາກສະຖານີ McMurdo ​ໄປ​ຫາ​ບ່ອນ​ປະຕິບັດ​ງານຄົ້ນຄວ້ານ້ອຍໆຂອງ​ສະຫະ ລັດ ​ໃກ້​ກັບ​ຂົ້ວໂລກ​ໃຕ້ ບ່ອນ​ທີ່​ທ່ານ​ຈະສົນທະນາ​ກັບ​ບັນດາ​ຜູ້​ຊ່ຽວຊານ​ຢູ່​ທີ່​ນັ້ນ​ກ່ອນ​ທີ່​ທ່ານ​ກັບ​ຄືນ​ມາສະຖານີ McMurdo ​ໃນ​ຕອນກາງຄືນ.

ລັດຖະມົນ​ຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ລົງຈາກເຮືອບິນ C17 ຂອງກອງທັບອາກາດ ສະຫະລັດ ທີ່ສະຖານີ McMurdo ຂົ້ວໂລກໃຕ້.
ລັດຖະມົນ​ຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ລົງຈາກເຮືອບິນ C17 ຂອງກອງທັບອາກາດ ສະຫະລັດ ທີ່ສະຖານີ McMurdo ຂົ້ວໂລກໃຕ້.

ບັນດາ​ຜູ້​ຊ່ວຍ​ທ່ານ Kerry ກ່າວ​ວ່າ ການ​ເດີນທາງນີ້​ເປັນ​ໂອກາດ​ໃຫ້ທ່ານ ໄດ້ ຮຽນ​ຮູ້ກ່ຽວ​ກັບ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດຢູ່​ທີ່​ຂົ້ວ​ໂລກໃຕ້.

ທ່ານ Kerry ບໍ່​ໄດ້​ອອກ​ຖະ​ແຫລ​ງການໃດໆ ໃນ​ຂະນະ​ທີ່ຢູ່ຂົ້ວ​ໂລກ​ໃຕ້ ​ແຕ່​ວ່າ​ໃນ​ວັນ​ພະຫັດ ​ທີ່​ຜ່ານ​ມາ ຢູ່​ເມືອງ Christchurch ທ່ານ​ໄດ້ສະ​ແດງ​ຄວາ​ມຍິນ​ດີ ຕໍ່ປະທານາທິບໍດີ​ທີ່​ໄດ້​ຮັບ​ເລືອກ​ໃໝ່​ຂອງສະຫະລັດ ທ່ານ Donald Trump ​ຕໍ່ ໄຊຊະນະ​ໃນ​ອັນ​ທີ່​ທ່ານ Kerry ຮ້ອງ​ວ່າ “​ເປັນ​ການ​ເລືອກ​ຕັ້ງສຳ​ຄັນ​ສຸດ” ​ໃນ​ຕົ້ນ​ອາທິດ​ນີ້.

ທ່ານ Kerry ກັບ​ຄືນ​ໄປ​ New Zealand ​ໃນ​ວັນ​ເສົາ​ມື້​ນີ້ ​ພື່ອ​ພົບ​ປະ​ກັບນາ​ຍົກລັດຖະມົນ ຕີ ທ່ານ John Key​. ຈາກ​ນັ້ນ ທ່ານ​ຈະ​ເດີນທາງ​ໄປຍັງ​ພາກ​ຕາ​ເວັນ​ອອກ​ກາງ​ເພື່ອເຈລະ ຈາ​ຫາລື​ ​ແລະ​ຫລັງ​ຈາກ​ນັ້ນ​ໄປນະ​ຄອນ Marrakesh ປະ​ເທດ Morocco ບ່ອນ​ທີ່​ທ່ານ​ຈະ​ກ່າວ​ຄຳ​ປາ​ໃສ​ອັນ​ສຳຄັນ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG