ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ແລະ ອັງກິດ ຢືນ​ຢັນຄືນ​ອີກ ເຖິງ ການ​ສະໜັບສະໜຸນ ອະທິປະ​ໄຕ ​ຂອງ​ຢູ​ເຄຣນ


ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry (ຂວາ) ກ່າວຄຳຖະແຫລງ ໃນຂະນະ ລັດຖະມົນຕີ​ຕ່າງປະ​ເທດອັງກິດ ທ່ານ Philip Hammond ແນມເບິ່ງ ໃນ​ລະຫວ່າງກອງ​ປະຊຸມ​ຖະ​ແຫລ​ງ​ຂ່າວ
ຮ່ວມ​​ກັນ ທີ່ກະຊວງການຕ່າງປະເທດ ໃນວໍຊິງຕັນ, ວັນທີ 8 ຕຸລາ 2014.
ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry (ຂວາ) ກ່າວຄຳຖະແຫລງ ໃນຂະນະ ລັດຖະມົນຕີ​ຕ່າງປະ​ເທດອັງກິດ ທ່ານ Philip Hammond ແນມເບິ່ງ ໃນ​ລະຫວ່າງກອງ​ປະຊຸມ​ຖະ​ແຫລ​ງ​ຂ່າວ ຮ່ວມ​​ກັນ ທີ່ກະຊວງການຕ່າງປະເທດ ໃນວໍຊິງຕັນ, ວັນທີ 8 ຕຸລາ 2014.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ແລະ
ລັດຖະມົນຕີ​ຕ່າງປະ​ເທດອັງກິດ ທ່ານ Philip Hammond ​
ໄດ້ຢືນ​ຢັນຄືນ​ອີກ ​ເຖິງການ​ສະໜັບສະໜຸນ​ ຂອງ​ພວກຕົນ ຕໍ່
ອະທິປະ​ໄຕ ​ຂອງ​ຢູ​ເຄຣນ.

ນັກ​ການ​ທູດ​ທັງ​ສອງທ່ານ ​ໄດ້​ພົບ​ປະກັນ ​ໃນ​ວັນ​ພຸດ​ວານ​ນີ້
ຢູ່​ທີ່​ວໍ​ຊິ​ຕັນ ​ແລະ ​ໃນ​ລະຫວ່າງກອງ​ປະຊຸມ​ຖະ​ແຫລ​ງ​ຂ່າວ
ຮ່ວມກັນນັ້ນ ທັງ​ສອງ​ທ່ານ​ກ່າວ​ວ່າ ຣັດ​ເຊຍ​ຕ້ອງ​ຖອນກອງ
​ກຳລັງ​ອອກໄປໂດຍ​ທັນທີ ຈາກ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ
​ແລະ ຢຸດ​ເຊົາ “​ໃຫ້ການສະໜັບສະໜຸນ​ດ້ານ​ວັດຖຸ” ແກ່​ພວກ
​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍຢູ່​ໃນ​ຂົງ​ເຂດນັ້ນ.

UKRAINE VO
please wait
Embed

No media source currently available

0:00 0:00:24 0:00

ທ່ານ Kerry ​ແລະ ທ່ານ Hammond ​ໄດ້​ກ່າວອີກ​ວ່າ ຣັດ​ເຊຍຕ້ອງ​ເຄົາລົບ​ນັບ​ຖື ຂໍ້​ຕົກລົງ​
ຢຸດ​ຍິງເມື່ອ​ວັນ​ທີ 5 ກັນຍາ ລະຫວ່າງ ລັດຖະບານ​ຢູ​ເຄຣນ ​ແລະ ບັນດາຜູ້ນຳພວກກະບົດ.
ອິງ ​ຕາມ ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ມີ 331 ຄົນເສຍ​ຊີວິດ​ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ທີ່​ໄດ້​ຖື​ກບັນທຶກ​ໄວ້ ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ລົງ​ນາມ​ກັນ​ໃນ​ຂໍ້​ຕົກລົງ​ດັ່ງກ່າວ​ນັ້ນ.

ຢູເຄຣນຢາກໃຫ້ IMF ຊ່ວຍກູ້ເສດຖະກິດ ທີ່ໄດ້ຮັບຄວາມເສຍຫາຍຈາກສົງຄາມ:

Ukraine Wants New IMF Bailout Deal As War Takes Economic Toll
please wait

No media source currently available

0:00 0:03:21 0:00

XS
SM
MD
LG