ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ເຂົ້າຮ່ວມ ການສະຫຼອງ ຄົບຮອບ 50 ປີ ຂອງ ສະຫະພາບ ອາຟຣິກາ (ວີດີໂອ)


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ທີ່ກອງປະຊຸມຖະແຫຼງຂ່າວ ຢູ່ນະຄອນຫຼວງ Addis Ababa ຂອງເອທີໂອເປຍ (25 ພຶດສະພາ 2013)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ທີ່ກອງປະຊຸມຖະແຫຼງຂ່າວ ຢູ່ນະຄອນຫຼວງ Addis Ababa ຂອງເອທີໂອເປຍ (25 ພຶດສະພາ 2013)
ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry ແມ່ນ
ຮວມຢູ່ໃນບັນດາແຂກຜູ້ມີກຽດ ຈາກທົ່ວໂລກ ທີ່ໄປເຕົ້າໂຮມກັນຢູ່ ນະຄອນຫຼວງຂອງເອທິໂອເປຍ ເພື່ອສະເຫຼີມສະຫຼອງວັນຄົບຮອບ
50 ປີໃນການສ້າງຕັ້ງສະຫະພາບອາຟຣິກາ.

ໃນການເປີດພິທີ ທີ່ນະຄອນຫຼວງ Addis Ababa ໃນວັນເສົາມື້ນີ້ ປະທານສະຫະພາບອາຟຣິກາ ພ້ອມທັງເປັນ ນາຍົກລັດຖະມົນຕີ
ຂອງເອທິໂອເປຍ ທ່ານ Hailmariam Desalegn ຮຽກຮ້ອງໃຫ້ ບັນດາຜູ້ນຳອື່ນໆຂອງອາຟຣິກາສ້າງທະວີບດັ່ງກ່າວໃຫ້ກາຍເປັນ ທະວີບທີ່ປາດສະຈາກຄວາມທຸກຍາກແລະບັນຫາຂັດແຍ້ງ.

ກ່ອນພິທີຈະເລີ້ມຂຶ້ນນັ້ນ ທ່ານ Kerry ໄດ້ທວງໃຫ້ໄນຈີເຣຍ ທັບມ້າງກຸ່ມຫົວຮຸນແຮງຈັດອິສ ລາມ.

ວີດີໂອ ທ່ານ Kerry
please wait

No media source currently available

0:00 0:00:50 0:00


ລັດຖະມົນຕີການຕ່າງປະເທດສະຫະລັດທີ່ຢືນຄຽງຂ້າງທ່ານ Hailmariam ກ່າວວ່າ ໄນຈີ ເຣຍມີສິດທີ່ຈະປ້ອງກັນຕົນເອງຈາກການໂຈມຕີຂອງພວກກໍ່ການຮ້າຍ ແຕ່ໃນຂະນະດຽວ ກັນທ່ານກໍໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບຄວາມເປັນໄປໄດ້ ໃນການລ່ວງລະເມີດ ສິດທິມະນຸດຂອງກຳລັງທະຫານລັດຖະບານ.

ໃນມື້ວັນສຸກວານນີ້ກະຊວງການຕ່າງປະເທດສະຫະລັດກ່າວວ່າ ຕົນມີຄວາມເປັນຫ່ວງກ່ຽວ ກັບອັນທີ່ທາງກະຊວງຕ່າງປະເທດເອີ້ນວ່າ ການຕອບໂຕ້ແບບໜັກມືເກີນໄປຂອງກຳລັງຮັກ ສາຄວາມສະຫງົບໄນຈີເຣຍ ໃນການຕໍ່ສູ້ກັບພວກຫົວຮຸນແຮງຢູ່ໃນພາກເໜືອຂອງປະເທດ.

ເບິ່ງວີດີໂອກ່ຽວຂ້ອງ:

XS
SM
MD
LG