ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດສະແດງ ຄວາມເປັນຫ່ວງ ກ່ຽວກັບທ່ານສົມບັດ ສົມພອນ ໃນວັນຄົບຮອບ 1 ປີ ທີ່ຜູ້ກ່ຽວຫາຍໂຕໄປ


ທ່ານສົມບັດ ສົມພອນ ແລະພັນລະຍາ.
ທ່ານສົມບັດ ສົມພອນ ແລະພັນລະຍາ.
​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
​ໄດ້​ອອກ​ຄໍາ​ຖະ​ແຫຼງສະບັບ​ນຶ່ງ ​ເນື່ອງໃນ​ວັນ​ຄົບຮອບ 1 ປີ ​ຂອງ
​ການ​ຫາຍ​ໂຕໄປຂ​ອງທ່ານ​ສົມບັດ ສົມ​ພອນ ຜູ້ນຳ​ສັງຄົມພົນລະ
​ເມືອງ​ລາວທີ່​ສໍາຄັນ​ຄົນ​ນຶ່ງ ​ໃນ​ວັນ​ທີ 15 ທັນວາ ມື້​ວານ​ນີ້ ຊຶ່ງ​ມີ
​ເນື້ອ​ໃນ​ວ່າ:

“ສະຫະລັດ​ຍັງ​ຄົງ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງຢູ່ ກ່ຽວ​ກັບ​
ຊະ​ຕາ​ກຳຂອງ​ ທ່ານ​ສົມບັດ ສົມ​ພອນ ຊຶ່ງ​ເປັນຄົນນຶ່ງ​ໃນ​ບັນ
ດາຜູ້ນຳ​ທີ່​ໄດ້​ຮັບ​ຄວາມເຄົາລົບ​ນັບຖື​ຫຼາຍ​ທີ່​ສຸດ ຢູ່​ໃນ​ສັງຄົມ​
ພົນລະ​ເຮືອນ​ຂອງສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ
​ລາວ ​ໃນ​ວັນ​ຄົບຮອບ​ນຶ່ງ​ປີ​ ຂອງ​ການ​ລັກພາ​ໂຕ​ຜູ້ກ່ຽວ​ໄປ.

ທ່ານ​ສົມບັດ​ໄດ້​ຖືກ​ລັກພາ​ໂຕ​ໄປ​ ໃນ​ແລງ​ວັນ​ທີ 15 ​ທັນວາ ປີ 2012 ຢູ່ດ່ານ​ກວດແຫ່ງ​ນຶ່ງ​
ຂອງ​ຕຳຫຼວດ​ ໃນ​ນະຄອນຫຼວງ​ວຽງ​ຈັນ ຊຶ່ງເຫດການ​ທີ່​ໜ້າ​ປະນາມ​ດັ່ງກ່າວ​ນີ້ ​ໄດ້​ຖືກ​ບັນ
​ທຶກໄວ້​ໃນ​ກ້ອງຖ່າຍ​ວົງ​ຈອນ​ປິດ​ຂອງ​ລັດຖະບານ​ລາວ.

ຄວາມ​ຄິດ​ຮອດ​ແລະ​ເປັນ​ຫ່ວງ​ຂອງ​ພວກ​ເຮົາ ​ແມ່ນ​ຍັງ​ມີ​ຢູ່​ກັບ​ຄອບຄົວຂອງ​ທ່ານ​ສົມບັດ
ຕະຫຼອດ​ທັງ​ໝູ່​ເພື່ອນ ​ແລະ​ບຸກຄົນ​ອື່ນໆ​ທີ່​ນັບ​ບໍ່​ຖ້ວນ​ໃນ​ປະຊາ​ຄົມນາໆ​ຊາດ ທີ່​ໄດ້ຮັບ​
ຄວາ​ມບັນດານ​ໃຈ ນຳ​ການ​ນຳພາ​ທີ່​ເປັນ​ຕົວຢ່າງ​ແລະ​ການ​ອຸທິດໂຕ​ຂອງ​ທ່ານ​ຕໍ່​ປະ​ເທດ​
ຊາດ​ນັ້ນ.

ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຍິນ​ດີ​ນຳ​ຖ້ອຍ​ຖະ​ແຫຼ​ງຫວ່າງ​ໄວໆ​ມາ​ນີ້​ ຂອງ​ທ່າ​ນຈູມ​ມາລີ ໄຊ​
ຍະສອນ ປະທານ​ປະ​ເທດ​ລາວ​ທີ່​ເວົ້າ​ວ່າ ລັດຖະບານ​ລາວກໍ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ຫຼວງ​
ຫຼາຍ ກ່ຽວ​ກັບ​ການ​ຫາຍ​ໂຕ​ໄປ​ຂອງ​ທ່ານ​ສົມບັດ​ນັ້ນ ​ແລະ​ຈະ​ສືບ​ຕໍ່​ທຳ​ການ​ສືບສວນ​ຂອງ
ຕົນ ​ແລະເອົາ​ມາດ​ຕະການ​ທຸກ​ຢ່າງ​ທີ່​ຈຳ​ເປັນ​ເພື່ອ​ແກ້​ໄຂ​ຄະດີ​ນີ້​ໃຫ້​ໄດ້. ພວກ​ເຮົາ​ຕັ້ງໜ້າ​
ຕັ້ງ​ຕາລໍ​ຖ້າ​ຟັງຜົນ​ຂອງ​ການ​ສືບສວນ​ ​ແບບໂດຍ​ເຕັມ ​ຖີ່​ຖ້ວນ​ ແລະ​ໂປ່​ງ​ໃສ.

ສະຫະລັດ​ຕີ​ລາຄາ​ສູງ ການ​ຮ່ວມ​ງານຂອງ​ຕົນ​ກັບ​ລາວ​ໃນຫຼາຍໆ​ດ້ານ​ ທີ່​ຮວມທັງດ້ານ
ການເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ດ້ານ​ສາທາລະນະ​ສຸກ ການ​ສຶກສາ ການ​ຕໍ່ສູ້​ຕ້ານການ​
ລັກລອບ​ຄ້າຂາຍ​ມະນຸດ ດ້ານ​ສະພາບ​ແວດ​ລ້ອມ ການ​ປະຕິ​ຮູບ​ດ້ານ​ຕຸລາ​ການ ການ​ຕໍ່
ຕ້ານ​ຢາ​ເສບ​ຕິດ ການ​ຄ້າ ​ແລະ​ການ​ຊອກ​ຄົ້ນ​ຫາ​ພວກ​ຄົນ​ອະ​ເມຣິກັນ​ທີ່ຫາຍ​ສາບ​ສູນ​ໄປ​
ໃນ​ປາງ​ສົງຄາມ ​ແລະພວກ​ເຮົາ​ກໍ​ປ​າດຖະໜາ​ຢາກ​ດຳ​ເນີນ​ງານ​ຮ່ວມກັນໃນ​ທາງເສີມສ້າງ​
ກັບ ສປປ ລາວ ​ເພື່ອ​ປົກປ້ອງ​ສິດທິ​ມະນຸດ ​ແລະ​ສົ່ງ​ເສີມ​ການ​ປົກຄອງ​ດ້ວຍ​ຕົວ​ບົດກົດໝາຍ.

ລາວ​ໄດ້​ເອົາ​ບາດກ້າວ​ຫຼາຍໆ​ຢ່າງ ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ​ເພື່ອກາ​ຍມາ​ເປັນ​ພາຄີ
​ທີ່ມີ​ຄວາມຮັບຜິດຊອບໃນ​ປະຊາ​ຄົມ​ໂລກ. ການ​ລັກພາ​ໂຕ​ທ່ານ​ສົມບັດ​ໄປ​ນີ້ ​ເປັນ​ໄພ​ຂົ່ມ
ຂູ່ຕໍ່​ຄວາມ​ພະຍາຍາມ​ຕ່າງໆ​ເຫຼົ່າ​ນີ້.

ພວກ​ເຮົາ​ຂໍ​ຮຽກຮ້ອງ​ໃຫ້​ລັດຖະບານ​ລາວ ​ຈົ່ງ​ເອົາ​ບາດກ້າວ​ທຸກ​ຢ່າງ​ທີ່​ເປັນ​ໄປ​ໄດ້​ເພື່ອຮັບ
ປະກັນ​ວ່າ ທ່ານ​ສົມບັດ​ຈະ​ກັບ​ຄືນ​ມາ​ຫາ​ຄອບຄົວ​ຂອງ​ທ່ານ ​ຢ່າງ​ປອດ​ໄພ.
XS
SM
MD
LG