ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແກ້ວສິຣິ ເອເວີຣິງແຮມ - ແມ່ຂອງດາລາ ຮູບເງົາຊື່ດັງ ອານັນດາ ເອເວີຣິງແຮມ


ສອງແມ່ລູກພູກພັນ ແກ້ວສິຣິ ແລະ ອານັນດາ ເອເວີຣິງແຮມ
ສອງແມ່ລູກພູກພັນ ແກ້ວສິຣິ ແລະ ອານັນດາ ເອເວີຣິງແຮມ

ລາຍການຊີວິດຊາວລາວໃນຕ່າງແດນມື້​ນີ້ ​​ວັນນະ​ສອນ​ຈະນຳສະ​ເໜີ ​ບົດ​ສຳພາດ​ກັບ ແກ້ວສິຣິ ເອເວີຣິງແຮມ ​ກ່ຽວ​ກັບ​ບົດບາດຫລາຍຢ່າງ​ຂອງນາງ ທັງໃນຖານະເປັນມານດາຂອງອານັນດາ ເອເວີຣິງແຮມ ດາລາຮູບເງົາຊື່ດັງໃນປະເທດໄທ ແລະ​ໃນ​ຖານະ​ເປັນ​ອາສາ​ສະມັກສິດສອນທັງ ສາສະໜາ​ແລະ​ໃຫ້ການ​ອຸບປະຖໍາ ຊ່ອຍ​ເຫຼືອ​ບັນດາ​ຜູ້​ຍາກ​ໄຮ້​ໃນ​ຊຽງ​ໃໝ່ ປະ​ເທດ​ໄທ ຊຶ່ງ​ວ່າ ຈະ​ມີ​ລາຍ​ລະອຽດ​ຢ່າງ​ໃດ​ນັ້ນ​ ຂໍ​ເຊີນຕິດຕາມອ່ານແລະຟັງ ບົດສໍາພາດຂ້າງລຸ່ມນີ້.

ຟັງບົດສໍາພາດ ຕອນທີ 1 ໂດຍເຕັມ:

​ເລື່ອງ​ລາວ​ກ່ຽວ​ກັບ​ຊາວ​ລາວ​ທີ່​ໄດ້​ເປັນ​ອົບ​ພະຍົບ ພັດ​ພາກ​ອອກຈາກປະ​ເທດ​ລາວ
ຫຼັງ​ຈາກ​ທີ່​ໄດ້ມີ​ການ​ປ່ຽນ​ແປງ​ການ​ປົກ​ຄອງໃນປີ 1975 ຊຶ່ງ​ຊາວ​ລາວ​ຫຼາຍໆ​ແສນ​ຄົນ
ກໍ​ໄດ້​ກະຈັດກະຈາຍ​ຢູ່​ທົ່ວ​ທຸກ​ມຸມ​ໂລກ ​ແມ່ນ​ແຕ່​ໃນ​ປະ​ເທດ​ໄທ​ເອງ ຊຶ່ງ​ມື້​ນີ້​ວັນນະສອນ​
ໄດ້​ໂອ້​ລົມ​ກັບ​ ແກ້ວ​ສິຣິ ​ເອ​ເວີຣິງ​ແຮ​ມ ສຸພາບ​ສະຕີ​ລາວ ທີ່​ຫຼາຍໆ​ຄົນ​ຊາບ​ກັນ​ໃນຖານະ​
ບົດບາດເຈົ້າ​ຂອງ​ຕໍາ​ນານ​ຮັກຂອງໜຸ່ມ​ຊາວອອສ​ເຕຣ​ເລ​ຍ​ ​ໃສ່​ຊຸດ​ມະນຸດ​ກົບ​ພາສາ​ວລາວ
ລອຍ​ຂ້າມ​ແມ່​ນໍ້າຂອງ ຊຶ່ງ​ຕໍານານ​ຮັກ​ນີ້ ​ໄດ້​ນໍາ​ມາ​ເປັນ​ຮູບ​ເງົາ​ໃຫ້​ພວກ​ເຮົາ​ໄດ້​ຊົມ​ກັນ
ຊຶ່ງ​ວ່າ​ຈະ​ມີ​ຄວາມ​ເປັນມາ​ຢ່າງ​ໃດ​ນັ້ນ ຂໍ​ເຊີນ​ຮັບ​ຟັງ​ຈາກ​ປາກ​ຂອງ​ຜູ້ກ່ຽວເລີຍ​ໃນ​ບົດ​ສໍາ
ພາດ​ດັ່ງ​ຕໍ່​ໄປ​ນີ້:

ນອກຈາກ​ວ່າ​ຈະໄດ້​ສ້າງ​ຊື່​ສຽງ​
ໃຫ້ຜູ້​ຄົນ​ໄດ້​ຮັບ​ຊາບ​ເຖິງ​ເລື່ອງ
​ລາວ​ຄວາມ​ຈິງ​ຜ່ານ​ທາງ​ຮູ​ບ​ເງົາ​
ແລ້ວ ​ແກ້ວ​ສິຣິ ​ເອ​ເວີຣິງ​ແຮ​ມ
ຍັງ​ເປັນ​ນັກ​ສະ​ສົມ​ຜ້າ​ລາວ ຊຶ່ງ
​ກໍເຮັດໃຫ້ຊາວ​ໂລກໄດ້ຮຽນ​ຮູ້
​ທີ່​ມາ​ແລະ​ຕໍານານຂອງ​ປະວັດ​
ສາດວັດທະນະ​ທໍາ ​ແລະ​ຄວາມ
​ເປັນ​ມາ​ຂອງ​ຜ້າ​ລາວຂອງແຕ່
ລະ​ທ້ອງ​ຖິ່ນ​ນໍາ ຂໍ​ເຊີນ​ຮັບ​ຟັງ
​ບົດ​ສໍາພາດ​ຕໍ່:

ແກ້ວສິຣິ ແລະອະນັນດາ​ ເອເວີຣິງແຮມ​ ສະໄໝກ່ອນ
ແກ້ວສິຣິ ແລະອະນັນດາ​ ເອເວີຣິງແຮມ​ ສະໄໝກ່ອນ











​ແກ້ວ​ສິຣິ ເອ​ເວີຣິງ​ແຮ​ມ ​ໄດ້ອາໄສຢູ່​ໃນ​ປະ​ເທດ​ໄທ ມາ​ຕະຫຼອດ ນານ​ກວ່າ 33 ປີ
ຈົນ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້ ​ເກືອບ​ວ່າໄດ້​ຖີ້ມງານ​ທຸລະກິດ ງານບັນ​ເທີ​ງ ງານ​ຜ້າ​ລາວ​ໄວ້ ​
ແລະ​ວ່າ ກໍ​ຍັງ​ມີ​ບັນ​ລະ​ຍາຍກ່ຽວ​ກັບ​ຜ້າ​ລາວ​ແດ່​ເປັນ​ບາງ​ຄັ້ງ​ຄາວ​ໄປ ​ແຕ່ກັບຍ້າຍ
​ສໍາມະໂນຄົວ​ໄປ​ຢູ່​ຊຽງ​ໃໝ່ ຊຶ່ງ​ປະຈຸ​ບັນ​ນີ້​ເປັນ​ອາສາ​ສະມັກ ສອນ​ສາສະໜາໃຫ້​ຜູ້
​ທີ່​ດ້ອຍ​ໂອກາດ​ທາງ​ສັງຄົມ ທັງ​ທີ່​ເປັນ​ຄົນ​ລາວ ​ໄທ ພະມ້າ ​ແລະ​ພວກ​ຊົນ​ເຜົາ​ນໍາ
ບ່ອນທີ່​ ແກ້ວສິຣິ ອາ​ໄສ​ຢູ່​ໃນ​ປະຈຸ​ບັນ​ນີ້ ກັບ​ຄອບຄົວ ຊຶ່ງ​ແກ້ວ​ສິຣິ​ເລົ່າ​ໃຫ້​ຟັງ​ວ່າ:

ບົດບາດ​ຂອງ​ແກ້ວ​ສິຣິ ຈະ​ເປັນ​ຢ່າງ​ໃດ​ນັ້ນ ​ແລະ​ວ່າ​ໄດ້​ສິດສອນ​ໃຫ້​ລູກ​ຊາຍ​ຫົວ​ແກ້ວ
​ຫົວ​ແຫວນ ອານັນ​ດາ ເອ​ເວີຣິງ​ແຮ​ມ ກ່ຽວ​ກັບ​ຄວາມ​ມີ​ສາຍ​ເລືອດ​ລາວ​ຢ່າງ​ໃດ​ນັ້ນ
ຂໍ​ໃຫ້​ທ່ານ​ຜູ້​ຟັງ​ຄອຍ​ຕິດຕາ​ມຮັບ​ຟັງ ໃນພາກ​ທີ 2 ຂ້າງລຸ່ມນີ້:

ເລື່ອງ​ລາວ​ຄວາມ​ເປັນ​ມາ​ຂອງ
​ແມ່ຍິງ​ເກັ່ງ​ຄົນ​ນີ້ ແກ້ວ​ສິຣິ
ເອ​ເວີຣິງ​ແຮ​ມກ່ຽວ​ແມ່ນ​ໄດ້​ສວມ​
ຫຼາຍໆ​ບົດບາດ​ທັງ​ເປັນ​ນັກ
ທຸຣະກິດ ນັກ​ສະ​ສົມ​ຜ້າ​ລາວ​
ໂບຮານ​ແລະ​ບົດບາດ​ຫຼ້າ​ສຸດ
​ໃນ​ປະຈຸ​ບັນ​ນີ້ ຄື​ເປັນ​ອາສາ​
ສະມັກ​ໃຫ້​ມູນ​ນິທິສອນ​ສາສະ
ໜາ​ຄຣິສແລະ​ຊ່ອຍ​ເຫຼືອພວກ
​ທີ່​ຍາກ​ໄຮ້ ຫຼາຍໆ​ທ່ານ​ຄົງ​ຈະ
​ຊາບ​ດີ​ວ່າແກ້ວ​ສິຣິ ເອ​ເວີຣິງ
​ແຮ​ມ ​ເປັນ​ມານ​ດາ​ຂອງອານັນ
​ດາ ເອ​ເວີຣິງ​ແຮ​ມ ທີ່​ເປັນ​ດາລາ
ພະ​ເອກ​ໜັງ​ໄທ ​ແລະໄດ້​ຮ່ວມ​
ລົງທຶນແລະຮ່ວມສະ​ແດງ​ໃນຮູບ
ເງົາເລື່ອງ “​ສະບາຍດີ​ຫຼວງ​ພະ
​ບາງ” ສ່ວນວ່າ ແກ້ວ​ສິຣິຈະເວົ້າ
​ເຖິງ​ພະ​ເອກ​ໜຸ່ມຜູ້​ເປັນ​ລູກຊາຍ
ຢ່າງ​ໃດ​ແດ່​ນັ້ນ ມື້ນີ້ທາງ​ເຮົາ​ໄດ້​ມາ​ໂອ້​ລົມ​ກັບ​ຜູ້ກ່ຽວແບບ​ເປັນ​ກັນ​ເອງ ຂໍ​ເຊີນ​ທ່ານ​ຮັບ​ຟັງ
​ບົດ​ສໍາພາດ​ໄດ້​ເລີຍ.

XS
SM
MD
LG