ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສານສູງສຸດ ເຄັນຢາ ສະໜັບສະໜູນ ຜົນການເລືອກຕັ້ງ ເດືອນຕຸລາ ທີ່ຜ່ານມາ


ປະທານາທິບໍດີ ເຄັນຢາ ທ່ານ ອູຣູຮູ ເຄັນຢັດຕາ ກ່າວຄຳປາໄສໃນການຊຸມນຸມໂຄສະນາຫາສຽງຂອງພັກ ຈູບີລີ, ນະຄອນຫຼວງ ໄນໂຣບີ, ປະເທດ ເຄັນຢາ. 23 ກໍລະກົດ, 2017.
ປະທານາທິບໍດີ ເຄັນຢາ ທ່ານ ອູຣູຮູ ເຄັນຢັດຕາ ກ່າວຄຳປາໄສໃນການຊຸມນຸມໂຄສະນາຫາສຽງຂອງພັກ ຈູບີລີ, ນະຄອນຫຼວງ ໄນໂຣບີ, ປະເທດ ເຄັນຢາ. 23 ກໍລະກົດ, 2017.

ສານສູງສຸດຂອງປະເທດ ເຄັນຢາ ໄດ້ສະໜັບສະໜູນໄຊຊະນະໃນການເລືອກຕັ້ງເມື່ອ
ເດືອນຕຸລາທີ່ຜ່ານມາ ຂອງປະທານາທິບໍດີທີ່ດຳລົງຕຳແໜ່ງຢູ່ ທ່ານ ອູຣູຮູ ເຄັນຢັດຕາ,
ຜູ້ທີ່ໄດ້ຊະນະ 98 ເປີເຊັນຂອງຄະແນນສຽງ. ການເລືອກຕັ້ງດັ່ງກ່າວໄດ້ຖືກຄັດຄ້ານ
ໂດຍພັກກົງກັນຂ້າມ.

ຜູ້ທີ່ອອກມາປ່ອນບັດ ມີຈຳນວນບໍ່ເຖິງ 39 ເປີເຊັນ ຂອງຜູ້ລົງຄະແນນສຽງ ທີ່ໄດ້ຈົດ
ທະບຽນ 19 ລ້ານ 6 ແສນຄົນ, ອີງຕາມຫົວໜ້າຂອງຄະນະກຳມາທິການການເລືອກ
ຕັ້ງ ແລະ ເຂດແດນ ຫຼື IEBC.

ຜູ້ນຳພັກຝ່າຍຄ້ານທ່ານ ໄຣລາ ໂອດິງກາ ຜູ້ທີ່ໄດ້ຖອນຕົວຈາກການລົງແຂ່ງຂັນເອົາ
ຕຳແໜ່ງປະທານາທິບໍດີຄືນ, ໄດ້ຮຽກຮ້ອງຜູ້ສະໜັບສະໜູນຂອງທ່ານ ໃຫ້ຄັດຄ້ານ
ການລົງຄະແນນສຽງ, ແລະ ພວກປະທ້ວງໄດ້ກີດກັນສະຖານທີ່ປ່ອນບັດຈາກການເປີດ
ໃນເຂດທີ່ໝັ້ນຂອງພັກຝ່າຍຄ້ານບາງແຫ່ງ. ທ່ານ ໂອດິງກາ ໄດ້ກ່າວວ່າ ການເລືອກ
ຕັ້ງແມ່ນການຫຼອກລວງ.

ການລົງຄະແນນສຽງເມື່ອເດືອນຕຸລາທີ່ຜ່ານມາ ແມ່ນການເລືອກຕັ້ງປະທານາທິບໍດີ
ຄືນໃໝ່ ຂອງເດືອນສິງຫາກ່ອນໜ້ານັ້ນ. ທ່ານ ເຄັນຢັດຕາ ໄດ້ຖືກປະກາດວ່າ ເປັນຜູ້
ຊະນະເລີດ ໃນການລົງຄະແນນສຽງຄັ້ງນັ້ນ, ແຕ່ຜົນທີ່ອອກມາໄດ້ຖືກໂຍນຖິ້ມໂດຍ
ສານສູງສຸດ ຍ້ອນຄວາມບໍ່ປົກກະຕິໃນການສົ່ງຜົນຄະແນນ.

ມັນເປັນຄັ້ງທຳອິດທີ່ສານໃນ ອາຟຣິກາ ໄດ້ລົບລ້າງຜົນການເລືອກຕັ້ງ.

ຄຳຮ້ອງທຸກ ສາມສະບັບໄດ້ຖືກຮ່າງຂຶ້ນ ໂດຍສານສູງສຸດ ຄັດຄ້ານຄະແນນສຽງຂອງ
ເດືອນຕຸລາທີ່ຜ່ານມາ. ຄຳຮ້ອງທຸກສະບັບນຶ່ງໄດ້ຖືກປະຕິເສດວັນຈັນມື້ນີ້.

ອະດີດສະມາຊິກສະພາ ທ່ານ ຮາຣຸນ ເອັມວາອູ ໄດ້ຮ່າງຄຳຮ້ອງທຸກຕໍ່ IEBC, ພ້ອມ
ກັບປະທານຂອງເຂົາເຈົ້າ ແລະ ປະທານາທິບໍດີ ເຄັນຢັດຕາ. ທ່ານ ເອັມວາອູ ໄດ້ຄັດ
ຄ້ານຄວາມຖືກຕ້ອງຂອງການເລືອກຕັ້ງປະທານາທິບໍດີຄືນໃໝ່ ໃນວັນທີ 26 ຕຸລາທີ່
ຜ່ານມາ, ເຊິ່ງທ່ານໄດ້ໂຕ້ຖຽງວ່າ ຖືກຈັດຂຶ້ນດ້ວຍການລ່ວງລະເມີດທິດທາງຂອງ
ສານສູງສຸດ, ລັດຖະທຳມະນູນ ແລະ ກົດໝາຍການເລືອກຕັ້ງທີ່ສຳຄັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG