ຜູ້ນຳພັກຝ່າຍຄ້ານ ຂອງເຄັນຢາ ທ່ານ Raila Odinga ໄດ້ກ່າວໃນວັນພຸດມື້ນີ້ ວ່າ
ພວກລັກເຈາະຂໍ້ມູນ ຫຼື hackers ໄດ້ທຳການໂຈມຕີ “ຂະໜາດໃຫຍ່ ແລະ ກວ້າງ
ຂວາງ” ຕໍ່ລະບົບຄອມພິວເຕີຂອງຄະນະກຳມາທິການເລືອກຕັ້ງຊຶ່ງຍັງຜົນ ໃຫ້ເກີດ
ໃນອັນທີ່ທ່ານອ້າງວ່າ ການສໍ້ໂກງຄະແນນສຽງ ທີ່ສະແດງໃຫ້ເຫັນວ່າ ທ່ານນຳຫຼັງ
ປະທານາທິບໍດີ Uhuru Kenyatta ຢ່າງຫຼວງຫຼາຍນັ້ນ.
ເວັບໄຊ ຂອງ ຄະນະກຳມາທິການ ເລືອກຕັ້ງອິດສະຫລະ ແລະ ຂອບເຂດຊາຍແດນ
ຫຼື IEBC ໄດ້ສະແດງໃຫ້ເຫັນ ເມື່ອຕອນທ່ຽງ ວັນພຸດມື້ນີ້ ວ່າ ປະມານ 94 ເປີເຊັນ
ຂອງບັດທີ່ຖືກນັບໄປແລ້ວນັ້ນ ທ່ານ Kenyatta ນຳໜ້າດ້ວຍຄະແນນ 54 ເປີເຊັນ ຕໍ່
45 ເປີເຊັນ ໃນການແຂ່ງເອົາຕຳແໜ່ງອີກນຶ່ງສະໄໝຂອງທ່ານນັ້ນ.
ປະທານຄະນະກຳມາທິການ IEBC ທ່ານ Wafula Chebukati ກ່າວວ່າ ທ່ານຍັງບໍ່
ສາມາດທີ່ຈະກ່າວໄດ້ວ່າ ລະບົບຄອມພິວເຕີ້ຂອງກຳມາທິການ ໄດ້ຖືກໂຈມຕີ ຫຼືບໍ່ ແຕ່
ຕົນກໍຈະທຳການສືບສວນເບິ່ງ.
ສ່ວນທ່ານ Odinga ອ່ານຖະແຫລງການສະບັບນຶ່ງຕໍ່ບັນດານັກຂ່າວ ທີ່ໄດ້ອະທິບາຍ
ເຖິງການກ່າວຫາຕ່າງໆຂອງທ່ານ ທີ່ວ່າ ພວກແຮັກເກີ້ ສາມາດເຂົ້າເຖິງ ຖານຂໍ້ມູນ
ຂອງ IEBC ໃນລະຫວ່າງ ການປ່ອນບັດເລືອກຕັ້ງ ໃນວັນອັງຄານວານນີ້ ແລະ ໄດ້
ປ່ຽນແປງຜົນການເລືອກຕັ້ງ ບໍ່ພຽງແຕ່ການແຂ່ງຂັນເລືອກຕັ້ງປະທານາທິບໍດີ ເທົ່ານັ້ນ
ແຕ່ຍັງປ່ຽນແປງຜົນການເລືອກຕັ້ງ ສຳລັບຕຳແໜ່ງ ອື່ນໆນຳດ້ວຍ.
ທ່ານ Odinga ໄດ້ກ່າວວ່າ “ອັນທີ່ IEBC ໄດ້ນຳອອກເຜີຍແຜ່ ຜົນສະຫລຸບ ຂອງ
ການເລືອກຕັ້ງ ປະທານາທິບໍດີ ນັ້ນ ແມ່ນການສໍ້ໂກງແທ້ໆເລີຍ ອີງຕາມການທະວີ
ຄູນ ຄະແນນສຽງທີ່ບໍ່ໄດ້ຖືກປ່ອນນັ້ນ ໃຫ້ແກ່ທ່ານ Uhuru Kenyatta ຊຶ່ງເປັນ
ການສໍ້ໂກງ. ການສໍ້ໂກງ ທີ່ພັກ Jubilee ໄດ້ສືບຕໍ່ເຮັດຢ່າງຖາວອນ ໃຫ້ແກ່ຊາວ
ເຄັນຢາ ຈົນກາຍລະດັບ ການລັກຄະແນນສຽງຂອງຜູ້ມີສິດປ່ອນບັດ ໃດໆ ໃນ
ປະຫວັດສາດ ຂອງປະເທດພວກເຮົາ. ຄັ້ງນີ້ ພວກເຮົາຈັບພວກເຂົາໄດ້.” ທ່ານສືບຕໍ່
ເອີ້ນຄູ່ແຂ່ງມາເປັນເວລາດົນນານຂອງທ່ານ ຄືທ່ານ Kenyatta ນັ້ນ ວ່າ ເປັນ “ຄົນ
ຫລອກລວງສໍ້ໂກງ.”
ທ່ານ Rafael Tuju ເລຂາທິການໃຫຍ່ ພັກ Jubilee ຂອງທ່ານ Kenyatta ໄດ້ ປະຕິເສດຕໍ່ຂໍ້ກ່າວຫາຕ່າງໆ ຂອງທ່ານ Odinga ນັ້ນວ່າ “ບໍ່ຖືກຕ້ອງເລີຍ” ແລະ
ຂໍຮ້ອງໃຫ້ຢູ່ໃນຄວາມສະຫງົບ.
ທ່ານໄດ້ກ່າວວ່າ “ຜົນຕ່າງໆເຫຼົ່ານີ້ ແມ່ນບໍ່ໄດ້ອອກມາຈາກໃສເລີຍ ມັນແມ່ນໄດ້ຖືກ
ໝາຍດ້ວຍຂໍ້ເທັດຈິງ ແລະ ທ່ານບໍ່ສາມາດອ້າງໄດ້ວ່າ ຜົນຕ່າງໆນັ້ນ ແມ່ນປອມແປງ
ໃນຖານະຂອງປະທານາທິບໍດີ ແລະ ທ່ານເອງໄດ້ຍິນດີຕ້ອນຮັບ ພື້ນທີ່ບ່ອນບັນດາ
ຜູ້ປົກຄອງ ແລະ ບັນດາສະມາຊິກສະພາຂອງທ່ານ ໄດ້ຮັບໄຊຊະນະ ຢ່າງໜ້າເຊື່ອ ຖືມາແລ້ວ.”
ທັງສອງທ່ານ ມີປະຫວັດມາໄດ້ດົນນານແລ້ວ ຮວມທັງການປະເຊີນໜ້າກັນ ໃນການ
ເລືອກຕັ້ງ ປະທານາທິບໍດີ ໃນປີ 2007 ແລະ 2013. ທ່ານ Odinga ໄດ້ກ່າວຫາວ່າ
ມີການປອມແປງຄະແນນສຽງຫຼັງຈາກໄດ້ເສຍໄຊໃນປີ 2013 ແລະ ໄດ້ຄັດຄ້ານຕໍ່ຜົນ
ການນັບຄະແນນສຽງດັ່ງກ່າວຢູ່ໃນສານ. ການເລືອກຕັ້ງໃນປີ 2007 ກໍໄດ້ມີຄວາມ
ຮຸນແຮງ ຕິດຕາມມາ ທີ່ເກີດມາຈາກການແຕກແຍກ ລະຫວ່າງ ຊົນຊາດຊົນເຜົ່າ
ທີ່ໄດ້ສັງຫານປະຊາຊົນ ຫຼາຍກວ່າ 1,000 ຄົນ.