ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Kenyatta ປາກົດວ່າ ຈະຖືກເລືອກ ເປັນປະທານາທິບໍດີ ເຄັນຢາ ຕື່ມອີກ


ປະທານາທິບໍດີ ເຄັນຢາ ທ່ານ Uhuru Kenyatta ຈັບມືກັບຜູ້ສະໜັບສະໜູນຂອງທ່ານ, ພ້ອມດ້ວຍພັນລະຍາ, ທ່ານນາງ Margaret, ກາງຊ້າຍ, ຫຼັງຈາກສຳເລັດ ການປ່ອນບັດຂອງທ່ານໃນເມືອງ Gatundu, ທາງພາກເໜືອ ຂອງນະຄອນຫຼວງ ໄນໂຣບີ. 8 ສິງຫາ, 2017.
ປະທານາທິບໍດີ ເຄັນຢາ ທ່ານ Uhuru Kenyatta ຈັບມືກັບຜູ້ສະໜັບສະໜູນຂອງທ່ານ, ພ້ອມດ້ວຍພັນລະຍາ, ທ່ານນາງ Margaret, ກາງຊ້າຍ, ຫຼັງຈາກສຳເລັດ ການປ່ອນບັດຂອງທ່ານໃນເມືອງ Gatundu, ທາງພາກເໜືອ ຂອງນະຄອນຫຼວງ ໄນໂຣບີ. 8 ສິງຫາ, 2017.

ປະທານາທິບໍດີປະເທດ ເຄັນຢາ ທ່ານ Uhuru Kenyatta ປະກົດວ່າຈະຖືກເລືອກ ​ໃຫ້​
ເຂົ້າຮັບຕຳແໜ່ງອີກເທື່ອໜຶ່ງ ໃນຂະນະທີ່ຄູ່ແຂ່ງຂອງທ່ານໄດ້ກ່າວຫາວ່າ ມີການສໍ້ໂກງ
ຄັ້ງໃຫຍ່ໃນການເລືອກຕັ້ງເມື່ອວັນອັງ ຄານທີ່ຜ່ານມາ.

ຄະນະກຳມາທິການເລືອກຕັ້ງຂອງ ເຄັນຢາ ໄດ້ກ່າວວ່າ ມາ​ຈົນ​ຮອດຕອນແລງວັນພຸດ
ວານນີ້ ເຊິ່ງມີການນັບຄະແນນສຽງໄປແລ້ວ 96 ເປີເຊັນຈາກໜ່ວຍປ່ອນບັດຕ່າງໆ, ທ່ານ
Kenyatta ນຳໜ້າຜູ້ນຳພັກຝ່າຍຄ້ານ ທ່ານ Raila Odinga 54 ເປີເຊັນ ຕໍ່ 44 ເປີເຊັນ.

ບັນດາເຈົ້າໜ້າທີ່ມີເວລາເຖິງໜຶ່ງສັບປະດາ ເພື່ອຢືນຢັນຜົນການ​ນັບຄະແນນສຽງ ແລະ
ປະກາດຊື່ຜູ້ຊະນະເລີດ.

ແຕ່ທ່ານ Odinga ໄດ້ກ່າວຫາພວກນັກເຈາະຂໍ້ມູນວ່າ ໄດ້ດຳເນີນສິ່ງທີ່ທ່ານເອີ້ນວ່າ
ການໂຈມຕີ “ຄັ້ງໃຫຍ່ ແລະ ກວ້າງຂວາງ” ຕໍ່ລະບົບຄອມພິວເຕີຂອງຄະນະກຳມາທິການ
ການເລືອກຕັ້ງ ແລະ ວ່າຜົນການຄະແນນ ທີ່ຖືກປະກາດໃຫ້ຊາບ ໃນປະຈຸບັນນີ້ ແມ່ນ
ຜົນການສໍ້ໂກງ.

ທ່ານ Odinga ໄດ້ກ່າວວ່າ “ສິ່ງທີ່ຄະນະກຳມາທິການເລືອກຕັ້ງອິດສະຫຼະ ແລະ ຂອບ
ເຂດຊາຍແດນ ຫຼື IEBC ໄດ້ເປີດເຜີຍ ຜົນການນັບຄະ ແນນ ກ່ຽວກັບການເລືອກຕັ້ງ
ປະທານາທິບໍດີນັ້ນ ແມ່ນການສໍ້ໂກງຢ່າງສິ້ນເຊີງ ອີງຕາມຕົວຄູນ ທີ່ໄດ້ເອົາຄະແນນ
ສຽງທີ່ບໍ່ໄດ້ຖືກປ່ອນໃຫ້ທ່ານ Kenyatta ຢ່າງສໍ້ໂກງ. ພັກ Jubilee ໄດ້ສໍ້ໂກງປະຊາ
ຊົນ ເຄັນຢາ ເກີນທຸກໆລະດັບ ຂອງການລັກຄະແນນສຽງ ໃນປະຫວັດສາດ ປະເທດ
ຂອງພວກເຮົາ. ເທື່ອນີ້ ພວກເຮົາຈັບພວກເຂົາໄດ້.”

ຫົວໜ້າຄະນະກຳມາທິການ,​ ທ່ານ Ezra Chiloba, ໄດ້ຕອບໂຕ້ດ້ວຍການກ່າວຕໍ່ນັກ
ຂ່າວວ່າ “ພວກເຮົາບໍ່ສາມາດທີ່ຈະກວດເຫັນການພະຍາ ຍາມລັກເຈາະຂໍ້ມູນໃດໆ
ໄດ້ແລະທ່າທີຂອງພວກເຮົາກໍແມ່ນວ່າລະບົບ ອງພວກເຮົາແມ່ນບໍ່ໄດ້ຖືກແຕະຕ້ອງ.”

ທ່ານ Rafael Tuju ເລຂາທິການໃຫຍ່ ພັກ Jubilee ຂອງທ່ານ Kenyatta ໄດ້ປະຕິ
ເສດຕໍ່ການກ່າວຫາຂອງທ່ານ Odinga ວ່າ “ບໍ່ແມ່ນຄວາມຈິງ” ແລະ ໄດ້ຮຽກຮ້ອງໃຫ້
ຢູ່ໃນຄວາມສະຫງົບ.

ທ່ານ Tuju ໄດ້ກ່າວວ່າ “ຜົນຄະແນນພວກນີ້ບໍ່ໄດ້ມີອອກມາໃນທັນທີທັນໃດ, ມັນ
ໄດ້ອີງຕາມຂໍ້ເທັດຈິງ ແລະ ເຈົ້າບໍ່ສາມາດທີ່ຈະອ້າງວ່າ ຜົນການນັບຄະແນນນີ້
ແມ່ນບໍ່ຖືກຕ້ອງ ກ່ຽວກັບປະທານາທິບໍດີ ແລະເຈົ້າ ຮັບຮອງເອົາວ່າ ຂົງເຂດທີ່ຜູ້
ປົກຄອງຂອງເຈົ້າ ແລະສະມາຊິກໃນສະພາ ຂອງເຈົ້າ ໄດ້ຊະນະຢ່າງເປັນທີ່ແນ່
ນອນ.”

ທ່ານ Kenyatta ແລະ ທ່ານ Odinga ໄດ້ຊິງດີຊິງເດັ່ນກັນມາ​ດົນ​ນານ​ແລ້ວ. ພວກເພິ່ນ
ເຄີຍແຂ່ງຂັນກັນ ໃນການເລືອກຕັ້ງປີ 2007 ແລະ 2013. ທ່ານ Odinga ໄດ້ກ່າວຫາ
ວ່າ ມີການຊີ້ຄະແນນສຽງ ຫຼັງຈາກໄດ້ຜ່າຍແພ້ໃນປີ 2013 ແລະໄດ້ທ້າທາຍຜົນການ
ນັບຄະແນນດັ່ງກ່າວໃນສານ. ການເລືອກຕັ້ງປີ 2007 ໄດ້ຕິດຕາມມາດ້ວຍຄວາມຮຸນ
ແຮງ ລະຫວ່າງຊົນຊາດຊົນເຜົ່າ ທີ່ໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 1,000 ຄົນເສຍຊີ
ວິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG