ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວເຄນຢາ ພາກັນ ລົງຄະແນນສຽງ ເລືອກຕັ້ງ ໃນທົ່ວປະເທດ (ສະໄລດ໌/ວີດິໂອ)


ຊາວເຄນຢາ ພາກັນລ່ຽນແຖວຍາວ ລໍຖ້າການປ່ອນບັດທົ່ວປະເທດ
ຊາວເຄນຢາ ພາກັນລ່ຽນແຖວຍາວ ລໍຖ້າການປ່ອນບັດທົ່ວປະເທດ
ບັນດາ​ຜູ້​ປ່ອນ​ບັດ​ ໃນປະ​ເທດ​ເຄນ​ຢາ ພາກັນລົງ​ຄະ​ແນນ​ສຽງ​
ເລືອກ​ຕັ້ງຢູ່​ທົ່ວ​ປະ​ເທດ ຫລັງ​ຈາກໄດ້​ລຽນ​ແຖວ​ຍາວລໍຖ້າ​ໃນ
ທ່າມກາງ​ຝູງ​ຊົນ​ທີ່​ມີ​ຄວາມສະຫງົບ.

ການ​ປ່ອນ​ບັດ​ໃນ​ວັນ​ຈັນ​ມື້​ນີ້ ​ແມ່ນຮວມ​ທັງ​ການເລືອກ​ເອົາ
ປະທານາທິບໍດີ ຫ້າ​ປີ​ຫລັງ​ຈາກ​ການ​ຖົກ​ຖຽງ​ກັນ ກ່ຽວ​ກັບ​ການ
​ແຂ່ງ​ຂັນ​ຄັ້ງຜ່ານມາ ​ໄດ້​ພາ​ໃຫ້ເກີດ​ຄວາມ​ຮຸນ​ແຮງ ທີ່​ເຮັດໃຫ້
1,100 ຄົນ​ເສຍ​ຊີວິດ.

ປະທານາທິບໍດີ​ເຄນ​ຢາ ທີ່​ກໍາລັງ​ຈະ​ພົ້ນ​ຈາກ​ຕໍາ​ແໜ່​ງ ທ່ານ
Mwai Kibaki ​ແລະ​ບັນດາ​ຜູ້ສະມັກທັງ​ໝົດທີ່​ເຂົ້າແຂ່ງຂັນ​ເອົາ​
ຕໍາ​ແໜ່​ງ​ແທນ​ທ່ານ ​ໄດ້​ຮຽກຮ້ອງ​ໃຫ້ມີການ​ເລືອກ​ຕັ້ງ​ຢ່າງສະຫງົບ. ສຸພາບ​ບຸຣຸດສອງ​ຄົນທີ່​ມີ​ຄະ​ແນນ​ສຽງນໍາ​ໜ້າ ​ໃນ​ການຢັ່ງ​ສຽງ​ກ່ອນ​ການ​ເລືອກ​ຕັ້ງ ຄື ນາຍົກລັດຖະມົນ​ຕີ Raila Odinga ​ແລະ ​ຮອງ
ນາຍົກ​ລັດຖະມົນຕີ Uhuru Kenyatta ຕ່າງ​ກໍໄດ້ໃຫ້​ຄໍາ​ໜັ້ນສັນຍາ ທີ່ຈະ​ເຄົາລົບຜົນ​ຂອງ ການເລືອກ​ຕັ້ງ.


ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ​ການ​ໂຈມ​ຕີ​ສອງ​ຄັ້ງ​ທີ່​ແນ່​ໃສ່ຕໍາຫລວດ​ໃນ​ວັນ​ຈັນ​ມື້​ນີ້ທີ່​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 12 ຄົນ​ເສຍ​ຊີວິດ ຢູ່​ເມືອງທ່າ Mombasa ​ແລະເຂດໃກ້ໆ. ​ເຂົາ​ເຈົ້າກ່າວ​ວ່າ ກຸ່ມແບ່ງ​ແຍກ​ດິນ​ແດນ ອາດຢູ່​ເບື້ອງ ຫລັງການ​ໂຈມ​ຕີ​ບັ້ນ​ນຶ່ງ ​ທີ່ໄດ້​ສັງຫານ​ຕໍາ​ຫລວດ ​ຢ່າງ​ໜ້ອຍ​ເຈັດ​ຄົນ.


ທ່ານ Odinga ​ໄດ້​ເສຍ​ໄຊ​ໃຫ້​ແກ່ ທ່າ​ນ Kibaki ​ໃນ​ປີ 2007 ​ແລະໄດ້​ໂຕ້​ແຍ້​ງ​ຜົນ​ການ​ເລືອກ​ຕັ້ງ. ສ່ວນທ່ານ Kenyatta ນັ້ນ ກໍຍັງ​ປະ​ເຊີນ​ໜ້າ​ກັບ​ຂໍ້​ຫາ ທີ່​ສານ​ອາຍາ​ສາກົນ ​ໃນ​ຖານ​ວາງ​ແຜນ​ກໍ່​ຄວາມ​ຮຸນ​ແຮງທີ່​ຕິດຕາມການ​ເລືອກ​ຕັ້ງມາ ທີ່​ເຮັດ​ໃຫ້ 1,100 ຄົນ​ເສຍ​ຊີວິດນັ້ນ.

ໂດຍ​ທົ່ວໆ​ໄປ​ແລ້ວ ຄວາມເຄ່ງຕຶງ​ຍັງ​ຢູ່​ໃນ​ລະດັບສູງ​ ​ແລະເຈົ້າ​ໜ້າ​ທີ່ ຕໍາຫລວດ ເກືອ​ບ 100,000 ຄົນ​ໄດ້​ຖືກ​ສົ່ງ​ອອກ​ໄປຮັກສາ​ການ​ ຢູ່​ທົ່ວ​ປະ​ເທດ.

ເບິ່ງວີດິໂອ ກ່ຽວຂ້ອງກັບການເລືອກຕັ້ງ:

CN- KENYA ELECTION VIOLENCE REVISITED
please wait

No media source currently available

0:00 0:02:28 0:00
ລິງໂດຍກົງ
XS
SM
MD
LG