ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວເຄນຢາ ລໍຖ້າຟັງ ຄຳຕັດສິນ ຂອງສານສູງສຸດ (ວີດີໂອ)


ບັນດາສານສູງສຸດຫົກຄົນ ນໍາພາໂດຍ ຫົວໜ້າສານ Willy Mutunga ຜູ້ທີ່ສາມ ຈາກຊ້າຍ ກໍາລັງຮັບຟັງຄໍາອຸທອນ ນາຍົກລັດຖະມົນຕີ ທ່ານ Raila Odinga.
ບັນດາສານສູງສຸດຫົກຄົນ ນໍາພາໂດຍ ຫົວໜ້າສານ Willy Mutunga ຜູ້ທີ່ສາມ ຈາກຊ້າຍ ກໍາລັງຮັບຟັງຄໍາອຸທອນ ນາຍົກລັດຖະມົນຕີ ທ່ານ Raila Odinga.
ຊາວ​ເຄນ​ຢາພາກັນລໍຖ້າດ້ວຍ​ຄວາມ​ກະຕືລືລົ້ນ ຢາກ​ຮູ້​ຈັກການ​
ຕັດສິນ​ຂອງ​ສານ​ສູງ​ສຸດ ກ່ຽວ​ກັບການ​ເລືອກ​ຕັ້ງປະທານາທິບໍ​ດີ
ຂອງ​ປະ​ເທດ ໃນ​ວັນ​ທີ 4 ​ເດືອນ​ມີນາຜ່ານ​ມານີ້ ຖືກ​ຕ້ອງສົມ
ບູນ​ຫລື​ບໍ່.

ຄາດ​ຄະ​ເນກັນ​ວ່າ ສານສູງ​ສຸດ​ຂອງ​ເຄນ​ຢາ​ ຈະ​ອອກ​ຄຳ​ຕັດສິນ​
ໃຈ​ໃນ​ວັນ​ເສົາມື້​ນີ້ ຫລັງ​ຈາກ​ໄດ້ຮັບ​ຟັງຄຳ​ໃຫ້ການ​ໃນ​ອາທິດ​ນີ້
ທີ່​ໄດ້​ກວດ​ສອບເບິ່ງກ່າວ​ຫາ​ ກ່ຽວ​ກັບ​ການ​ກະທຳ​ທີ່​ບໍ່​ຖືກ​ບໍ່​ຕ້ອງ ​
ໃນ​ລະຫວ່າງ​ຂັ້ນຕອນ ການ​ນັບບັດຄະ​ແນນ​ສຽງນັ້ນ.

ຄະນະ​ກໍາມະການ​ເລືອກ​ຕັ້ງ​ເຄນ​ຢາກ່າວ​ວ່າ ທ່ານ Uhuru Kenyatta ​ໄດ້​ໄຊຊະນະ​ການ​ເລືອກ​ຕັ້ງ​ໂດຍ​ໄດ້​ຮັບ​ຄະ​ແນນກາຍ 50 ​ເປີ​ເຊັນຂອງ​ ບັດຄະ​ແນນ​ທັງ​ໝົດ. ​ແຕ່​ບັນດາ​ທະນາຍຄວາມ ​ຂອງທ່ານ Raila Odinga ທີ່​ໄດ້​ຮັບ​ຄະ​ແນນ​ເປັນ​ທີສອງ​ນັ້ນ​ໂຕ້​ຖຽງ​ວ່າ ຄະ​ແນນ​ສຽງທີ່​ໄດ້​ຮັບ​ທັງ​ໝົດ​ຈາກ​ໜ່ວຍ​ປ່ອນ​ບັດ​ບາງ​ບ່ອນ ​ໄດ້​ມີ​ການ​ດັດ​ແປງ.

ນອກ​ຈາກ​ນັ້ນ ກຸ່ມ​ສັງຄົມພົນ​ລະເມືອງກຸ່ມ​ນຶ່ງ ຍັງ​ກ່າວ​ວ່າ ຄະນະ​ກໍາ ມະການ​ເລືອກ​ຕັ້ງ​ໄດ້​ປະກາດໃຫ້ທ່ານ Kenyatta ​ເປັນ​ຜູ້ຊະນະ ກ່ອນ​ການ​ນໍາເອົາບັດຄະແນນ​ສຽງ​ທັງ​ໝົດມາ​ນັບຮວມກັນ​ເປັນ​ຂັ້ນສຸດ​ທ້າຍ.

ຖ້າ​ຫາກ​ສານສູງ​ສຸດ​ຕັດສິນ​ວ່າ ຜົນ​ການ​ເລືອກ​ຕັ້ງ ບໍ່​ເປັນ​ທີ່​ເຊື່ອ​ຖື​ໄດ້ ​ເຄນຢາຕ້ອງ​ໄດ້​ຈັດການ​ເລືອກ​ຕັ້ງ​ໃໝ່​ອີກ ຊຶ່ງ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ຊາວ​ເຄນ​ຢາສ່ວນ​ຫຼວງຫລາຍມີ​ຄວາມ​ເປັນ​ຫ່ວງ.

ຄວາມ​ຮຸນ​ແຮງ​ທາງ​ດ້ານຊົນ​ຊາດ​ຊົນ​ເຜົ່າ​ ທີ່ເກີດ​ຂື້ນຈາກ​ການ​ຖົກຖຽງ​ກັນ ຍ້ອນຜົນ
ການ​ເລືອກ​ຕັ້ງ​ປະທານາທິບໍດີໃນ​ປີ 2007 ນັ້ນ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ຫລາຍ​ກວ່າ 1,100 ຄົນ​ ແລະ​ອີກຈໍານວນ 6,000 ບໍ່​ມີ​ທີ່ຢູ່​ອາໄສ.

ທ່ານ Kenyatta ກໍາລັງ​ປະ​ເຊິ​ນໜ້າ​ກັບ​ການດຳ​ເນີນ​ຄະດີ​ ໂດຍສານ​ອາຍາ​ນາໆ​ຊາດໃນ​ຂໍ້​ຫາທີ່​ວ່າ​ທ່ານໄດ້​ຊ່ວຍ​ໃນ​ການຈັດ​ຕັ້ງເພື່ອ​ກໍ່ຄວາມ​ຮຸນ​ແຮງ.

Kenya election
please wait
Embed

No media source currently available

0:00 0:00:25 0:00
XS
SM
MD
LG