ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກໍ່ຈະລາຈົນ ສືບຕໍ່ປະທ້ວງ ການສັງຫານ ນັກບວດມຸສລິມ ໃນເຄັນຢາ


ລົດທີ່ຖືກເຜົາ ໃນການປະທ້ວງຕໍ່ການສັງຫານ
ນັກສອນ ສາສະໜາອິສລາມ ທີ່ເມືອງມອມບາສສາ ປະເທດເຄັນຢາ.
ລົດທີ່ຖືກເຜົາ ໃນການປະທ້ວງຕໍ່ການສັງຫານ ນັກສອນ ສາສະໜາອິສລາມ ທີ່ເມືອງມອມບາສສາ ປະເທດເຄັນຢາ.
ພວກກໍ່ຈະລາຈົນທີ່ທ່າເຮືອຂອງເຄັນຢາ ໃນເມືອງ Mombasa ນັ້ນ
ໄດ້ລົງສູ່ທ້ອງຖະໜົນ ເປັນມື້ທີ່ 2 ໃນວັນອັງຄານມື້ນີ້ ເພື່ອປະທ້ວງ
ຕໍ່ການສັງຫານນັກສອນ ສາສະໜາອິສລາມ ຫົວຮຸນແຮງຄົນນຶ່ງ.

ກຸ່ມຊາວໜຸ່ມທີ່ແກ່ວງກ້ອນຫີນ ໄດ້ປະທະກັບພວກຕໍາຫຼວດທີ່ໄດ້
ຍິງລະເບີດນໍ້າຕາເຂົ້າ ໃສ່ ເພື່ອຂັບໄລ່ຜູ້ຄົນ ຢູ່ໃນເຂດຍ່ານການ
ຄ້າຂອງຕົວເມືອງ. ຫ້າງຮ້ານບາງແຫ່ງໄດ້ປິດກິດຈະການ ຍ້ອນ
ຄວາມບໍ່ສະງົບນີ້.

ໃນວັນຈັນວານນີ້ ຕໍາຫຼວດໃນເມືອງ Mombasa ໄດ້ກ່າວກັບ
VOA ວ່າ ຢ່າງນ້ອຍມີ 2 ຄົນໄດ້ຖືກຂ້າຕາຍ ຂະນະທີ່ພວກ
ປະທ້ວງ ປະທະກັບຕໍາຫຼວດນັ້ນ ຈູດໂບດຫຼາຍຫຼັງ ແລະໄດ້ຕັນ
ຖະໜົນຫົນທາງທີ່ສຳຄັນໆ ໃນຫົວເມືອງ ທີ່ພວກນັກທ່ອງທ່ຽວ
ນິຍົມໄປທ່ຽວ ກັນນັ້ນ.

ພວກປະທ້ວງນັ້ນໄດ້ພາກັນເດີນຂະບວນຕໍ່ຕ້ານການເສັຍຊີວິດຂອງນາຍ Aboud Rogo
Mahammed. ພວກທີ່ເຫັນເຫດການກ່າວວ່າ ມືປືນທີ່ບໍ່ຊາບຝ່າຍ ໄດ້ສັງ ຫານນັກສອນ
ສາສະໜາອິສລາມ ໃນວັນຈັນວານນີ້ ໃນຂະນະທີ່ລາວກໍາລັງຂັບລົດໄປພ້ອມກັບສະມາ
ຊິກຄອບຄົວນັ້ນ.
XS
SM
MD
LG