ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ອາ​ຊະຍາ​ກຳ​ສາກົນ ເລີ້ມດຳເນີນຄະດີ ປະທານາທິບໍດີຂອງ​ເຄັນ​ຢາ


ປະທານາທິບໍດີ​ເຄັນ​ຢາ ທ່ານ Uhuru Kenyatta (ກາງ) ຍິ້ມເສີຍ ໃນຂະນະທີ່ນັ່ງຢູ່ ທ່າມກາງທີມທະນາຍຄວາມຕໍ່ສູ້ ຄະດີໃຫ້ທ່ານ ໃນເວລາປາກົດ​ໂຕ ​ຢູ່​ຕໍ່ໜ້າ ສານ​ອາ​ຊະຍາ​ກຳ​ສາກົນ ໃນນະຄອນ Hague, ວັນທີ 8 ຕຸລາ 2014.
ປະທານາທິບໍດີ​ເຄັນ​ຢາ ທ່ານ Uhuru Kenyatta (ກາງ) ຍິ້ມເສີຍ ໃນຂະນະທີ່ນັ່ງຢູ່ ທ່າມກາງທີມທະນາຍຄວາມຕໍ່ສູ້ ຄະດີໃຫ້ທ່ານ ໃນເວລາປາກົດ​ໂຕ ​ຢູ່​ຕໍ່ໜ້າ ສານ​ອາ​ຊະຍາ​ກຳ​ສາກົນ ໃນນະຄອນ Hague, ວັນທີ 8 ຕຸລາ 2014.

ປະທານາທິບໍດີ​ເຄັນ​ຢາ ທ່ານ Uhuru Kenyatta ​ເປັນ​ຜູ້ນຳທີ່​ຍັງ
ຢູ່​ໃນຕຳ​ແໜ່​ງ ຄົນທຳ​ອິດ ທີ່ໄດ້ໄປ​ປາກົດ​ໂຕ​ຢູ່​ຕໍ່ໜ້າ ສານ​ອາ​ຊະ
​ຍາ​ກຳ​ສາກົນ ​ໃນ​ນະຄອນ Hague.

ທ່ານ Kenyatta ໄດ້ໄປ​ມີ​ໜ້າ ຢູ່​ໃນ​ຫ້ອງ​ສານ ​ໃນ​ວັນ​ພຸດ​ມື້​ນີ້ເພື່ອ
ຮັບຟັງການ​ພິຈາ​ລະນາ ​ຂັ້ນສະຖານະ​ພາບ ກ່ຽວ​ກັບຄະດີຟ້ອງ
​ຮ້ອງ​ທ່ານ ​ໃນ​ຂໍ້​ກ່າວ​ຫາ 5 ກະ​ໂທ​ງ ຂອງ​ອາ​ຊະ​ຍາ​ກຳ​ຕໍ່​ມວນ
​ມະນຸດ ສຳ​ຫລັບ​ການ​ຊ່ວຍຈັດ​ແຈງ ໃຫ້​ມີ​ການ​ກໍ່ຄວາມ​ຮຸນ​ແຮງ​ ທີ່​
ພາ​ໃຫ້​ມີ​ການ​ເສຍ​ຊີວິດ ຫຼັງຈາກ​ການ​ເລືອກຕັ້ງ ​ໃນ​ປີ 2008 ຊຶ່ງ​
ທ່ານ​ກ່າວ​ວ່າ ທ່ານ​ບໍ່​ມີ​ຄວາມ​ຜິດ​ເລີຍ.

ບັນດາໄອ​ຍະ​ການສານ ​ໄດ້​ຈົ່ມວ່າ​ໃນ​ວັນ​ອັງຄານ​ວານ​ນີ້ ວ່າລັດຖະ ບານ​ເຄັນ​ຢາ ​ໄດ້​ກີ​ດກັ້ນບໍ່​ໃຫ້​ກວດ​ສອບເອກະສານ​ສຳຄັນຕ່າງໆ. ລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ​ເຄັນ​ຢາ ທ່ານ Githu Muigai ​ໄດ້​ຕອບ​ໂຕ້​ວ່າ ລັດຖະບານເຮັດ​ດີ​ທີ່​ສຸດ​ແລ້ວ ​ແລະວ່າ ຄວາມ​ຕ້ອງການ​ຕ່າງໆ ຂອງ ຄະນະໄອ​ຍະ​ການນັ້ນ ​ແມ່ນ​ບາງ​ເ​ທື່ອກໍຍາກ​ທີ່​ຈະ​ສະໜອງໃຫ້ໄດ້.

ທ່ານ Kenyatta ໄດ້ມອບອຳນາດປົກຄອງ​ປະ​ເທດ​ ​ໃຫ້​ແກ່ ຮອງ​ປະທານາທິບໍດີ ທ່ານ William Ruto ​ເປັນ​ການ​ຊົ່ວຄາວ ​ໃນ​ຂະນະ​ທີ່​ທ່ານ​ບໍ່​ຢູ່​ໃນ​ປະ​ເທດນັ້ນ.

KENYA ICC VO
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG