ສະມາຊິກສະພານນິຕິບັນຍັດທ່ານນຶ່ງຂອງເຄັນຢາ ຖືກຍິງຕາຍ
ໃນເຊົ້າວັນເສົາວານນີ້ ທີ່ນະຄອນຫຼວງໄນໂຣບີ ພ້ອມກັບຜູ້ອາ
ລັກຂາ 2 ຄົນແລະຄົນຂັບລົດຂອງທ່ານ.
ທ່ານ George Muchai ຈາກພັກ Kabete ກຳລັງກັບມາຈາກ
ໄປຮ່ວມການເຕົ້າໂຮມຂອງຄອບຄົວ ເວລາພວກມືປືນຈຸນຶ່ງໂຈມ
ຕີລົດຂອງທ່ານ.
ຕຳຫຼວດຄົນນຶ່ງກ່າວວ່າ ການສັງຫານດັ່ງກ່າວເບິ່ງຄືວ່າ ເປັນແບບ
ສະບັບຂອງການປະຫານຊີວິດ.
ປະທານາທິບໍດີເຄັນຢາ ທ່ານ Uhuru Kenyatta ກ່າວວ່າ ທ່ານ “ມີຄວາມຕື່ນຕົກໃຈ
ແລະໂສກເສົ້າຢ່າງເລິກເຊິ່ງ” ນຳການເຂັ່ນຂ້າທີ່ວ່ານີ້ ແລະກ່າວຕໍ່ໄປວ່າ ທ່ານຄາດຫວັງວ່າ ຕຳຫຼວດຈະ “ລະດົມທຸກວິທີການ” ເພື່ອຮັບປະກັນວ່າ ພວກມືປືນເຫຼົ່ານີ້
“ຈະຖືກຈັບກຸມໄດ້ຢ່າງໄວ”.
ທ່ານ Raila Odinga ຜູ້ນຳຝ່າຍຄ້ານ ປະນາມການສັງຫານ ສະມາຊິກສະພານິຕິບັນຍັດທ່ານນີ້ ໂດຍກ່າວວ່າ ມັນເປັນພາກສ່ວນນຶ່ງຂອງຮູບແບບທີ່ກວ້າງຂວາງ ຂອງການກໍ່
ຄວາມຮຸນແຮງດ້ານການເມືອງ ແລະຄວາມບໍ່ປອດໄພ ຢູ່ໃນເຄັນຢາ.
ປະເທດໃນອາຟຣິກາຕາເວັນອອກແຫ່ງນີ້ ໄດ້ຮັບຄວາມເສຍຫາຍ ຈາກຄື້ນຟອງແຫ່ງຄວາມຮຸນແຮງ ທີ່ພົວພັນກັບພວກຫົວຮຸນແຮງອິສລາມ.