ທ້າວ ເອລຽດ ຄິບໂຈເກ ໄດ້ກ່າວໃນວັນອາທິດມື້ນີ້ວ່າ “ມື້ນີ້ຂ້າພະເຈົ້າບໍ່ມີຄຳອະທິ
ບາຍຫຍັງ”, ຫຼັງຈາກລາວໄດ້ສ້າງສະຖິຕິໂລກໃໝ່ໃນການແລ່ນມາຣາທັອນ ດ້ວຍເວ
ລາ 2 ຊົ່ວໂມງ, ນຶ່ງນາທີ ກັບ 39 ວິນາທີ.
ທ້າວ ຄິບໂຈເກ, ຜູ້ທີ່ໄດ້ຊະນະຫຼຽນຄຳໃນການແຂ່ງຂັນແລ່ນມາຣາທັອນ ກິລາໂອລິມ
ປິກ ຣີໂອ ເດ ຈາເນໂຣ, ໄດ້ລົງແຂ່ງແຂງໃນນະຄອນຫຼວງ ເບີລິນຂອງປະເທດ ເຢຍຣະ
ມັນ ບ່ອນທີ່ລາວໄດ້ແລ່ນກາຍກອງເຊຍຫຼາຍພັນຄົນທີ່ຢືນລຽນກັນຢູ່ຕາມຖະໜົນເພື່ອ
ເຊຍລາວ.
ໃນວັນທີ່ມີແດດແຈ້ງຂອງລະດູໃບໄມ້ຫຼົ່ນ ກັບບໍ່ມີລົມພັດນັ້ນ, ມັນເປັນທີ່ຊັດເຈນໃນ
ຕອນຕົ້ນຂອງການແຂ່ງຂັນແລ້ວວ່າທ້າວ ຄິບໂຈເກ ຈະເປັນຜູ້ຊະຊະເລີດ.
ໃນເວລາທີ່ລາວຈ້າວແລ່ນຜ່ານປະຕູໂຂງ ແບຣນເດັນເບີກ ນັ້ນ, ລາວໄດ້ເນັ້ນໃຫ້ເຫັນ
ຊື່ສຽງຂອງລາວວ່າ ເປັນນັກແລ່ນທີ່ເກັ່ງທີ່ສຸດຕະຫຼອດການ. ລາວໄດ້ທຳລາຍສະຖິຕິ
ໂລກໃນຄັ້ງທີ່ຜ່ານມາດ້ວຍເວລາຫຼາຍກວ່າ 1 ນາທີ.
ເພື່ອນນັກກິລາຮ່ວມຊາດຊາວ ເຄັນຢາ ນາງ ກລາດີສ ເຈໂຣໂນ ໄດ້ແລ່ນຕາມຫຼັງລາວ
ເຂົ້າເສັ້ນໄຊພຽງສອງສາມນາທີ, ເປັນການຊະນະການແຂ່ງຂັນປະເພດແມ່ຍິງ ດ້ວຍ
ການສ້າງສະຖິຕິໃໝ່ຂອງສະໜາມແຂ່ງຂັນ ແລະ ເປັນເວລາທີ່ດີທີ່ສຸດຂອງປີ ດ້ວຍເວ
ລາ 2 ຊົ່ວໂມງ, 18 ນາທີ ກັບ 10 ວິນາທີ.