ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ເຄັນຢາ ກ່າວວ່າ ປະເທດຕົນ ແມ່ນມີຄວາມປອດໄພດີ


ຕຳຫຼວດ ເຄັນຢາພວມຍ່າງ ໃນລະຫວ່າງການປະທະກັນ
ກັບພວກສະໜັບສະໜູນຜູ້ນຳພັກຝ່າຍຄ້ານ ທ່ານ Raila
Odinga, ໃນເຂດຊຸມຊົນແອອັດ Kibera, ນະຄອນຫຼວງ ໄນໂຣບີ, ເຄັນຢາ. 12 ສິງຫາ, 2017.
ຕຳຫຼວດ ເຄັນຢາພວມຍ່າງ ໃນລະຫວ່າງການປະທະກັນ ກັບພວກສະໜັບສະໜູນຜູ້ນຳພັກຝ່າຍຄ້ານ ທ່ານ Raila Odinga, ໃນເຂດຊຸມຊົນແອອັດ Kibera, ນະຄອນຫຼວງ ໄນໂຣບີ, ເຄັນຢາ. 12 ສິງຫາ, 2017.

ຫຼັງຈາກລະດູການໂຄສະນາຫາສຽງທີ່ໃຊ້ເວລາດົນນານໄດ້ຈົບລົງ, ປະ ຊາຊົນ ເຄັນຢາ ສ່ວນໃຫຍ່ໄດ້ກັບຄືນສູ່ຊີວິດທີ່ “ປົກກະຕິ” ຫຼັງຈາກ ໄດ້ມີການປະກາດໃນຕອນຄໍ່າຂອງ
ວັນສຸກທີ່ຜ່ານມາວ່າ ປະທານາທິບໍດີ Uruhu Kenyatta ໄດ້ຖືກເລືອກໃຫ້ດຳລົງຕຳ
ແໜ່ງຄືນເປັນສະໄໝທີ ສອງ. ທ່ານໄດ້ເອົາຊະນະຄູ່ແຂ່ງຈາກພັກຝ່າຍຄ້ານ ທີ່ແຂ່ງຂັນ
ກັນມາ ດົນນານທ່ານ Raila Odinga.

ໄດ້ມີການສະເຫຼີມສະຫຼອງ ແລະ ປະທ້ວງເກີດຂຶ້ນ ຕາມມາພາຍຫຼັງ ການເລືອກຕັ້ງ, ເຊິ່ງ
ບາງບ່ອນໄດ້ແກ່ຍາວຈົນຮອດວັນເສົາວານນີ້.

ທັງໝົດນັ້ນ ບໍ່ໄດ້ເກີດຂຶ້ນໂດຍບໍ່ມີເຫດການຫຍັງ. ມີລາຍງານວ່າ ຜູ້ຊາຍ 9 ຄົນໄດ້ຖືກ
ຍິງ ແລະ ເສຍຊີວິດໃນຊຸມຊົນແອອັດ Manthare ຂອງ ນະຄອນຫຼວງ ໄນໂຣບີ ເມື່ອ
ຂ້າມຄືນທີ່ຜ່ານມາ.

Police Break Up Protests in Kenya After Kenyatta Declared Winner
please wait

No media source currently available

0:00 0:00:52 0:00

ຜູ້ເປັນພໍ່ຄົນໜຶ່ງໄດ້ກ່າວຕໍ່ອົງການຂ່າວ AP ວ່າ ລູກສາວຂອງລາວ ໄດ້ຖືກຂ້າຕາຍດ້ວຍ
ລູກຫຼົງໃນຊຸມຊົນ Manthare ໃນເວລາ ທີ່ລາວກຳລັງຫຼິ້ນກັບໝູ່ຢູ່. ປະຊາຊົນ 2 ຄົນກໍ
ໄດ້ຖືກຍິງ ແລະ ເສຍຊີວິດໂດຍຕຳຫຼວດໃນລະຫວ່າງ ການກໍ່ຈະລາຈົນ ຢູ່ນອກເຂດທີ່
ໝັ້ນ ຂອງພັກຝ່າຍຄ້ານໃນເມືອງ Kisumu, ເຊິ່ງຕັ້ງຢູ່ພາກຕາເວັນຕົກ ຂອງ ປະເທດ.

ທ່ານ James Orengo ສະມາຊິກພັນທະມິດ NASA ຂອງພັກຝ່າຍ ຄ້ານ ແລະ ສະມາ
ຊິກສະພາສູງຂອງເມືອງ Siaya ໄດ້ກ່າວວ່າ “ສະນັ້ນຄວາມຮຸນແຮງນີ້, ສະຖານະການ
ທີ່ເປັນຕາຢ້ານນີ້, ຈຶ່ງໄດ້ຖືກດຳເນີນການ ລຸນຫຼັງການກະກຽມທີ່ພິຖີພິຖັນຫຼາຍ. ມັນເປັນ
ຄືວ່າ ພວກເຂົາຮູ້ວ່າ ພວກເຂົາຈະເຮັດຫຍັງ, ພວກເຂົາຮູ້ວ່າ ພວກເຂົາຈະສໍ້ໂກງການ
ເລືອກຕັ້ງ, ພວກເຂົາຮູ້ວ່າປະຊາຊົນຈະເສຍໃຈ ແລະ ດັ່ງນັ້ນ, ທຸກໆວິທີການຂອງ
ຄວາມຮຸນແຮງຈຶ່ງໄດ້ເກີດຂຶ້ນ.”

ທ່ານ Orengo ໄດ້ກ່າວເນັ້ນ ໃນວັນເສົາວານນີ້ວ່າ “ທຸກຢ່າງທີ່ເຮົາສາມາດເວົ້າໄດ້ກໍ
ແມ່ນໃຫ້ຮັກສາຄວາມສະຫງົບໄວ້, ຢູ່ຫ່າງຈາກຄວາມຮຸນແຮງ.”

ແນວໃດກໍຕາມ, ທ່ານ Fred Matiangi, ວ່າການຜູ້ຊີ້ນຳລັດຖະບານ ສຳລັບກະຊວງ
ພາຍໃນຂອງ ເຄັນຢາ ໄດ້ກ່າວຕໍ່ປະຊາຊົນ ເຄັນຢາ ວ່າ ຕຳຫຼວດ “ມັກຈະປະຕິບັດການ
ອີງຕາມກົດໝາຍ,”
ແລະ ທ່ານ ໄດ້ກ່າວເວົ້າວ່າ ການປະທ້ວງທີ່ສະຫງົບແມ່ນຖືກຕ້ອງ
ຕາມກົດໝາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Uhuru Kenyatta Declared Winner of Kenya Election
please wait

No media source currently available

0:00 0:01:03 0:00

XS
SM
MD
LG