ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນຜູ້ເສຍຊີວິດ ຂອງສະມາຊິກສາສະໜາ ໃນເຄັນຢາ ເພິ່ມຂຶ້ນເປັນ 47 ຄົນ


ແຜນທີ່ທີ່ຕັ້ງຂອງປະເທດເຄັນຢາ
ແຜນທີ່ທີ່ຕັ້ງຂອງປະເທດເຄັນຢາ

ເຈົ້າໜ້າທີ່ຕຳຫຼວດ​ເຄັນ​ຢາ​ກ່າວ​ວ່າ ສະມາຊິກ​ສາສະໜາ 47 ຄົນ ທີ່ເຊື່ອ​ຟັງ ອາ​ຈານສອນ​ຂອງພວກເຂົາເຈົ້າວ່າ ພວກ​ເຂົາ​ເຈົ້າ​ຈະ​ໄດ້​ພົບ​ພະ​ເຍຊູ ຖ້າພວກ​ເຂົາ​ເຈົ້າອົດອາຫານຈົນຕາຍ.

ທີມຄົ້ນຫາໄດ້ພົບເຫັນ 26 ສົບຢູ່ໃນຂຸມຝັງສົບຕື້ນໆ ໃນວັນອາທິດນີ້ ໃນເມືອງຊາຍຝັ່ງ ມາລິນດີ (Malindi), ເຊິ່ງຢູ່ໃນບໍ​ລິ​ເວນ​ດິນຂອງອາ​ຈານ​ສອນ​ສາ​ສະ​ໜາຂອງພວກເຂົາເຈົ້າ ເຮັດໃຫ້ຈໍານວນຂອງຜູ້ເສຍຊີວິດເພີ້ມຂຶ້ນຈາກການຄົ້ນພົບໃນອາທິດທີ່ຜ່ານມາ.

ຜູ້ນໍາຂອງສາສະຫນາຂ່າວປະເສີດສາກົນ ພອລ ມາເກນຊີ ເອັນເທີນຈ໌ (Paul Makenzie Nthenge), ບອກສະມາຊິກຂອງລາວວ່າ ເຂົາເຈົ້າສາມາດພົບພະເຢຊູ, ຖ້າພວກເຂົາອົດອາຫານຈົນຕາຍ ແລະບາງຄົນກໍເຊື່ຶອລາວ.

ຕໍາຫລວດໄດ້ຮັບຄໍາແນະນໍາວ່າ ໜ້າຈະມີຜູ້ຖືກເຄາະຮ້າຍຫຼາຍກວ່ານີ້ ຢູ່ໃນບໍ​ລິ​ເວນ​ດິນຂອງ​ອາ​ຈານ. ເມື່ອ​ຕຳ ຫຼວດ​ເຂົ້າຄົ້ນ​ສະຖານ​ທີ່​ດັ່ງກ່າວ, ​ພວກເຂົາໄດ້​ພົບ​ເຫັນຄົນທີ່ຈ່ອຍຜອມ 15 ຄົນ, ເຊິ່ງ 4 ຄົນ ​ໄດ້​ເສຍ​ຊີ​ວິດ​ແລ້ວ​.

ເຈົ້າ​ໜ້າ​ທີ່​ຢ້ານ​ວ່າ​ສະ​ມາ​ຊິກ​ຄົນ​ອື່ນໆ​ຂອງ​ສາດ​ສະ​ໜາ​ດັ່ງ​ກ່າວ​ອາດ​ຈະເຊື່ອງໂຕຈາກ​ເຈົ້າ​ໜ້າ​ທີ່.

ແລະ ອາ​ຈານ​ສອນ​ສາສະ​ໜາ​ຄົນ​ນີ້ໄດ້ຖືກຄວບຄຸມໂຕໄວ້.

Kenyan police say 47 cult members who were convinced by their minister that they would meet Jesus if they starved themselves have died.

Search teams found 26 bodies in shallow graves Sunday in the coastal town of Malindi, on their minister’s property, increasing the death toll from last week’s discovery.

Paul Makenzie Nthenge, the leader of the Good News International Church, told his members they could meet Jesus if they starved themselves to death and some believed him.

Police received tips that there were likely more victims on the minister’s property. When police raided the location, they found 15 emaciated people. Four of them have since died.

Officials fear other members of the church may be hiding from authorities.

The minister is in custody.

XS
SM
MD
LG