ບັນດາອົງການ ປະຊາສັງຄົມຕ່າງໆ ທີ່ຄັດຄ້ານຕໍ່ການຂື້ນເງິນ
ເດືອນ ໃຫ້ແກ່ບັນດາສະມາຊິກສະ ພາແຫ່ງຊາດ ທີ່ເປັນບັນຫາ
ຖົກຖຽງໂຕ້ແຍ້ງນັ້ນ.
ບັນດາຜູ້ແທນສະພາຂອງເຄັນຢາຊຶ່ງຈັດຢູ່ໃນກຸ່ມທີ່ໄດ້ຮັບເງິນ
ເດືອນສູງທີ່ສຸດໃນໂລກນັ້ນໄດ້ພາກັນລົງຄະແນນສຽງຢ່າງເປັນ
ເອກກະສັນ ໃນອາທິດນີ້ ເພື່ອຂື້ນເງິນເດືອນໃຫ້ແກ່ຕົນເອງ ທີ່
ເທົ່າກັບປະມານ $10,000 ໂດລາຕໍ່ເດືອນ.
ການລົງຄະແນນສຽງດັ່ງກ່າວ ໄດ້ຕ່າວປີ້ນການຕັດສິນໃຈກ່ອນ
ໜ້ານີ້ ໂດຍຄະ ນະກໍາມະການຕັ້ງເງິນເດືອນ ທີ່ຕັດເງິນເດືອນຂອງສະມາຊິກສະພາ ລົງ
ຈາກ 126,000 ມາເປັນ 78,000 ຕໍ່ປີ ອັນເປັນພາກສ່ວນນຶ່ງໃນຄວາມພະຍາຍາມ ເພື່ອຕັດການໃຊ້ຈ່າຍກ່ຽວກັບເງິນເດືອນຂອງລັດຖະບານລົງ.
ທ່ານ Appolo Mboya ເປັນຫົວໜ້າສະມາຄົມກົດໝາຍເຄັນຢາ ຊຶ່ງເປັນນຶ່ງໃນບັນດາ
ກຸ່ມທ້າທາຍ ກ່ຽວກັບການຕັດສິນໃຈຂອງສະມາຊິກສະພາ. ທ່ານກ່າວຕໍ່ ວີໂອເອວ່າ ລັດຖະທໍາມະນູນຂອງເຄັນຢາ ບໍ່ໄດ້ອະນຸຍາດໃຫ້ບັນດາສະມາຊິກສະພາ ຕັ້ງເງິນເດືອນ ຂອງຕົນເອງ.