ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີ ເຄນຢາ ສາບານໂຕ ເຂົ້າຮັບຕໍາແໜ່ງ (ສະໄລດ໌/ວີດິໂອ)


ທ່ານ Uhuru Kenyatta ປະທານາທິບໍດີຂອງເຄນຢາ (ກາງ) ຈັບງ້າວພິເສດທີ່ທ່ານ Mwai Kibaki (ທີ 2 ຈາກຊ້າຍ L) ປະທານາທິບໍດີຄົນກ່ອນ ມອບໃຫ້ແກ່ທ່ານ
ເພື່ອເປັນເຄື່ອງມືສະແດງເຖິງພະລັງ ແລະສິດອໍານາດແກ່ທ່ານນັ້ນ ຍົກຂຶ້ນໃຫ້ຄົນເບິ່ງ ຫລັງໄດ້ທໍາການສາບານຕົວແລ້ວ
ທ່ານ Uhuru Kenyatta ປະທານາທິບໍດີຂອງເຄນຢາ (ກາງ) ຈັບງ້າວພິເສດທີ່ທ່ານ Mwai Kibaki (ທີ 2 ຈາກຊ້າຍ L) ປະທານາທິບໍດີຄົນກ່ອນ ມອບໃຫ້ແກ່ທ່ານ ເພື່ອເປັນເຄື່ອງມືສະແດງເຖິງພະລັງ ແລະສິດອໍານາດແກ່ທ່ານນັ້ນ ຍົກຂຶ້ນໃຫ້ຄົນເບິ່ງ ຫລັງໄດ້ທໍາການສາບານຕົວແລ້ວ
ທ່ານ Uhuru Kenyatta ປະທານາທິບໍດີຂອງເຄນຢາ ໄດ້ສາ
ບານຕົວເຂົ້າ ຮັບຕໍາແໜ່ງ​ ​ໃນພິທີທີ່ມີຜູ້ຊົມເປັນພັນໆຄົນ ພາ
ກັນຮ້ອງເຊຍ ແລະໂບກທຸງຊົມເຊີຍ ໃນນະຄອນຫລວງໄນໂຣບີ.

ພິທີການດັ່ງກ່າວແມ່ນຈຸດ​ສຳຄັນສຸດ ຂອງການເລືອກຕັ້ງຢ່າງ
ສັນຕິ ໃນເດືອນມີນາທີ່ຜ່ານມາຊຶ່ງທ່ານ Kenyatta ໄດ້ຊະນະ
ທ່ານ Raila Odinga ນາຍົກ ລັດຖະມົນຕີທີ່ກໍາລັງຈະພົ້ນຕໍາ
ແໜ່ງໄປ. ປະທານາທິບໍດີຄົນໃໝ່ໃຫ້ຄໍາໝັ້ນສັນຍາວ່າ ຈະທໍາ ງານເພື່ອປັບປຸງຊີວິດການເປັນຢູ່ ຂອງປະຊາຊົນເຄນຢາທັງໝົດ ​
ໃຫ້​ດີ​ຂຶ້ນ.

ບັນດາຜູ້ນໍາປະເທດໃນອາຟຣິກາຈຳນວນ​ນຶ່ງ ​ໄດ້ເຂົ້າຮ່ວມໃນພິທີດັ່ງກ່າວ. ປະເທດຕາເວັນ
ຕົກບາງປະເທດ ໄດ້ສົ່ງເອກອັກຄະລັດຖະທູດຂອງຕົນເຂົ້າຮ່ວມ ໃນຂະນະທີ່ປະເທດ
ເຫລົ່ານັ້ນຈຳກັດການຕິດຕໍ່ພົວພັນກັບລັດຖະບານ ໃໝ່ ຍ້ອນວ່າສານອາຍານາໆຊາດຫລື
ICC ກຳລັງຟ້ອງປະທານາທິບໍດີ​ທີ່​ຖືກ ​ເລືອກ​ໃໝ່​ຂອງ​ເຄນ​ຢາ​ຢູ່.


ທ່ານ Kenyatta ຖືກກ່າວຫາວ່າ ກໍ່ອາດຊະຍາກໍາຕ້ານມະນຸດຊາດ ຍ້ອນໄດ້ຊ່ວຍຈັດຕັ້ງ
ການກໍ່ຄວາມຮຸນແຮງລະຫວ່າງຊົນເຜົ່າ ລຸນຫລັງການເລືອກຕັ້ງໃນປີ 2007 ຜ່ານມາ ທີ່ໄດ້
ສັງຫານຫລາຍກວ່າ 1,100 ຄົນ ແລະເຮັດໃຫ້ອີກ 6 ແສນຄົນຕ້ອງໄດ້ອົບພະຍົບໜີຈາກ
ບ້ານເຮືອນຂອງຕົນ. ການດໍາເນີນຄະດີຕໍ່ ທ່ານ ຈະເລີ້ມຕົ້ນຂຶ້ນໃນເດືອນກໍລະກົດທີ່ຈະ
ມາເຖິງນີ້.

ທ່ານ William Ruto ຜູ້ຮອງຂອງທ່ານ Kenyatta ກໍ​ມີ​ກຳນົດ​ທີ່​ຈະຖືກດໍາ ເນີນຄະດີທີ່
ສານ​ອາຍາ​ນາໆ​ຊາດໃນເດືອນໜ້ານີ້ ຍ້ອນມີສ່ວນພົວພັນກັບການຄວາມຮຸນແຮງດັ່ງກ່າວ.
ທັງສອງທ່ານໄດ້ປະຕິເສດຕໍ່ການກ່າວຫາຕ່າງໆເຫລົ່າ ນີ້.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:


ເບິ່ງວີດີໂອ ກ່ຽວກັບທ່ານ Kenyatta:

XS
SM
MD
LG