ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ກຸ່ມຫົວຮຸນແຮງ Al-Shabab ສັງຫານ ຜູ້ໂດຍສານ ລົດເມ 28 ຄົນ ໃນເຄັນຢາ


ແຜນທີ່ປະເທດເຄັນຢາ
ແຜນທີ່ປະເທດເຄັນຢາ

ຕຳຫລວດໃນພາກຕາເວັນອອກຂອງເຄັນຢາ ກ່າວວ່າ ມືປືນ
ຂອງກຸ່ມຫົວຮຸນແຮງ al-Shabab ໄດ້ດັກສະກັດ ໂຈມຕີລົດ
ໂດຍສານຄັນນຶ່ງ ແລະສັງຫານ ພວກທີ່ບໍ່ໄດ້ຖືສາສະໜາອິສ
ລາມ 28 ຄົນທີ່ຖືກລະບຸໂຕຈາກຜູ້ໂດຍສານທັງໝົດ 60 ຄົນ.

ກຸ່ມຫົວຮຸນແຮງອິສລາມ al-Shabab ໃນໂຊມາເລຍໄດ້ອ້າງ
ເອົາຄວາມຮັບຜິດຊອບ ກ່ຽວກັບການໂຈມຕີ ໃນຄັ້ງນີ້ ໂດຍ
ເວົ້າວ່າ ເພື່ອເປັນການຕອບໂຕ້ຕໍ່ການໂຈມຕີຂອງກຳລັງຮັກ
ສາຄວາມສະຫງົບເຄັນຢາເມື່ອໄວໆມານີ້ທີ່ວັດສາສະໜາອິສ
ລາມແຫ່ງນຶ່ງໃນເມືອງ Mombasa.

ເຈົ້າໜ້າທີ່ເວົ້າວ່າ ກຸ່ມຫົວຮຸນແຮງດັ່ງກ່າວ ໄດ້ຍຶດລົດໂດຍສານ ໃນວັນເສົາມື້ນີ້ 50 ຫລັກ ກິໂລແມັດຫ່າງຈາກເມືອງ Mandera ທີ່ຕັ້ງຢູ່ໃນເຂດຊາຍແດນເຄັນຢາຕິດກັບໂຊມາເລຍ.

ເຄັນຢາ ໄດ້ຖືກໂຈມຕີດ້ວຍອາວຸດ ແລະລະເບີດເປັນລຳດັບມາ ທີ່ມີການຖິ້ມໂທດ ໃສ່ກຸ່ມ ຫົວຮຸນແຮງ al-Shabab ຂອງໂຊມາເລຍທີ່ເປັນເຄືອຂ່າຍຂອງພວກກໍ່ການຮ້າຍອາລກາ ອີດາ ນັບແຕ່ເຄັນຢາໄດ້ສົ່ງທະຫານເຂົ້າໄປໃນໂຊມາເລຍເມື່ອ ປີ 2011.

ທະຫານເຄັນຢາ ແມ່ນເປັນພາກສ່ວນນຶ່ງ ຂອງກຳລັງສະຫະພາບອາຟຣິກາໃນໂຊມາເລຍ ເພື່ອໃຫ້ການສະໜັບສະໜຸນຕໍ່ລັດຖະບານໂຊມາເລຍ ທີ່ຍັງມີຄວາມອ່ອນແອ ແລະໄດ້ຮັບ ການໜຸນຫລັງຈາກສະຫະປະຊາຊາດ ເພື່ອຮັບມືກັບການກໍ່ກະບົດຂອງກຸ່ມ al-Shabab.

KENYA VIOLENCE SOTVO
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG