ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຄວາມຮຸນແຮງ ຢູ່ເຄນຢາ ຂົ່ມຂູ່ ການປ່ອນບັດ ໃນເດືອນໜ້າ


ບັນດາ​ກຸ່ມ​ຕ່າງໆ​​ໃນເຄນຢາ ພວມພາກັນຕິດປະກອບ​ອາ​ວຸດ​ໃຫ້​ແກ່​ເຂົາ​ເຈົ້າ​ເອງ ​​ເພື່ອ​ຕຽມ​ພ້ອມ​ຮັບ​ມື​ກັບການ​ປະ​ທະ​ກັນ
ບັນດາ​ກຸ່ມ​ຕ່າງໆ​​ໃນເຄນຢາ ພວມພາກັນຕິດປະກອບ​ອາ​ວຸດ​ໃຫ້​ແກ່​ເຂົາ​ເຈົ້າ​ເອງ ​​ເພື່ອ​ຕຽມ​ພ້ອມ​ຮັບ​ມື​ກັບການ​ປະ​ທະ​ກັນ
ກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Rights Watch ຮຽກຮ້ອງ​
ໃຫ້ເຄນຢາ ປາບ​ປາມ​ການ​ລ່ວງ​ລະ​ເມີດ​ສິດທິ​ມະນຸດແລະ​ທຳ​
ການ​ປະຕິ​ຮູບທາງ ດ້ານ​ການ​ເມືອງ​ ຕາມ​ທີ່​ໄດ້​ໃຫ້ສັນຍາ​ໄວ້
ກ່ອນ​ໜ້າການ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ຊຶ່ງ​ຈະ​ມີ​ຂຶ້ນໃນ​ເດືອນ​ມີນານີ້.

ຢູ່​ໃນ​ລາຍ​ງານສະບັບ​ນຶ່ງ​ທີ່ພິມ​ເຜີຍແຜ່​ໃນ​ວັນ​ສຸກ​ມື້​ນີ້ ກຸ່ມປົກ​
ປ້ອງ​ສິດທິມະນຸດ ​Human Rights Watch ທີ່​ມີ​ຫ້ອງການ​ຢູ່​
ນະຄອນ​ນິວຢອກ ​ເຕືອນ​ວ່າຄວາມເຄັ່ງ​ຕຶງທີ່​ເພີ້ມທະວີ​ຂຶ້ນ​ໃນ
ທົ່ວ​ປະ​ເທດ​ນັ້ນອາດຈະ​ກໍ່​ໃຫ້ ​ເກີດຄວາມຮຸນ​ແຮງ ​ແລະເປັນ​
ໄພ​ຂົ່ມຂູ່​ຕໍ່​ການປ່ອນ​ບັດ​ລົງ​ຄະ​ແນ​ນສຽງ.

ການ​ປ່ອນ​ບັດທີ່​ວ່າ​ນີ້​ແມ່ນ​ເປັນ​ຄັ້ງ​ທໍາ​ອິດ ພາຍ​ໃຕ້​ລັດຖະທໍາ​ມະນູນສະ ບັບໃໝ່ຂອງ​ເຄນ​ຢາ​ ທີ່​ຮ່າງ​ຂຶ້ນ​ໃນ​ປີ 2010. ລຸນ​ຫຼັງການ​ລົງ​ຄະ​ແນນ​ສຽງ​ແຫ່ງ​ຊາດ​ເທື່ອ​ແລ້ວ​ໃນ​ປີ 2007 ​ໄດ້ມີ​ການ​ປະ​ທະ​ກັນ​ຕາຍ​ປະມານ 1,300 ຄົນ ​ແລະ​ເຮັດ​ໃຫ້​ຢ່າງ​ໜ້ອຍ 650,000 ຄົນ​ບໍ່​ມີ​ທີ່ຢູ່​ອາໄສ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າວ​ວ່າ ​ເວລາ​ນີ້ຍັງ​ມີ​ວີ່​ແວວ​ຂອງ​ຄວາມ​ຄຽດ​ຊັງຢູ່ ​ຈາກ​ຄວາມ​ຮຸນ​ແຮງເມື່ອ​ຫ້າ​ປີ​ກ່ອນ ​ແລະ​ກໍ​ເຕືອນ​ວ່າ ບັນດາ​ກຸ່ມ​ຕ່າງໆໃນທົ່ວ​ປະ​ເທດ ພວມພາກັນຕິດປະກອບ​ອາ​ວຸດ​ໃຫ້​ແກ່​ເຂົາ​ເຈົ້າ​ເອງ ເພື່ອ​ຕຽມ​ພ້ອມ​ຮັບ​ມື​ກັບການ​ປະ​ທະ​ກັນ ທີ່ອາດຈະ​ເກີດຂຶ້ນ ​ໃນ​ລະຫວ່າງ​ທີ່​ມີ​ການ​ປ່ອນ​ບັດໃນ​ເດືອນ​ມີ​ນາ​.
XS
SM
MD
LG