ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໑ ເມສາ ໒໐໒໓

13 ຄົນໄດ້ຮັບບາດເຈັບ ຈາກການແກວ່ງລະເບີດມື ໂຈມຕີທີ່ເຄັນຢາ


ນາຍ Charles Mwaura ເຈົ້າຂອງໄນຄລັບ ກໍາລັງສັງເກດເບິ່ງພື້ນໄນຄລັບ ຂອງລາວທີ່ເຕັມໄປດ້ວຍເລືອດ ບ່ອນທີ່ມີການແກວ່ງລະເບີດມືໂຈມຕີນັ້ນ, ວັນທີ 24 ຕຸລາ 2011

ທີ່​ປະ​ເທດ​ເຄັນ​ຢາ ຕໍາຫລວດ​ໃນ​ນະຄອນຫລວງ​ໄນ​ໂຮ​ບີກ່າວ​ວ່າ​ ການ​ແກວ່ງ​ລະ​ເບີດ​ມື​ໂຈມ​ຕີ​ໄນ​ຄລັບ​ແຫ່ງ​ນຶ່ງ ​ໄດ້​ເຮັດໃຫ້​ປະຊາຊົນຢ່າງ​ນ້ອຍ 13 ຄົນ​ໄດ້​ຮັບ​ບາດ​ເຈັບ.

ເຈົ້າໜ້າ​ທີ່​ເວົ້າ​ວ່າ ​ໃຜ​ຜູ້​ນຶ່ງ​ໄດ້​ແກ່ວ​ງລະ​ເບີດ​ມື​ເຂົ້າ​ໃສ່​ໄນ​ຄລັບ​ແຫ່ງ​ນັ້ນໃນ​ຕອນເຊົ້າ​ມືດວັນ​ຈັນ​ມື້​ນີ້ ສອງ​ມື້​ຫລັງ​ຈາກ​ທີ່​ສະຖານທູດ​ສະຫະ​ລັດໃນເຄັນ​ຢາ ​ໄດ້​ອອກ​ຄໍາ​ເຕືອນ​ວ່າ ຈະ​ມີ​ການໂຈມ​ຕີໂດຍ​ພວກ​ກໍ່​ການ​ຮ້າຍເກີດ​ຂຶ້ນ ໃນ​ປະ​ເທດ​ດັ່ງກ່າວໃນ​ໄວໆ​ນີ້.

ສະຫະລັດ​ບໍ່​ໄດ້​ບອກ​ຢ່າງ​ເຈາະ​ຈົງ​ວ່າ ແມ່ນພວກ​ໃດ​ຫລືກຸ່ມ​ໃດທີ່​ອາດ​ຈະ​ທໍາ​ການ​ໂຈມ​ຕີ​ ​ແຕ່​ກ່າວ​ວ່າ ​ພວກສະຖານ​ທີ່​ທີ່​ອາດ​ຈະ​ຕົກ​ເປັນ​ເປົ້າ​ໝາຍນັ້ນ​ຈະ​ຮວມທັງ​ບ່ອນຕ່າງໆ​ທີ່ພວກ​ຊາວ​ຕ່າງ​ປະ​ເທດມັກ​ໄປ​ໂຮມ​ຊຸມນຸມກັນ ຮວມທັງ​ພວກ​ສູນ​ການ​ຄ້າ​ແລະໄນ​ຄລັບ.

ຍັງ​ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ສໍາລັບ​ການ​ໂຈມ​ຕີຄັ້ງ​ນີ້​ເທື່ອ ​ແຕ່​ຕໍາຫລວດ​ກ່າວ​ໃນມື້​ນີ້ວ່າ ພວກ​ຕົນ​ກໍາລັງ​ສືບສວນ​ວ່າມັນ​ພົວພັນ​ກັນ​ຫລື​ບໍ່?

ການ​ລະ​ເບີດ​ໄດ້ເກີດຂຶ້ນ​ໃນເວລາ​ນຶ່ງ​ສັບປະດາ​ ຫລັງ​ຈາກເຄັນ​ຢາ​ໄດ້​ສົ່ງທະຫານ​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ປະຕິບັດ​ງານ​ໃນ​ພາກ​ໃຕ້​ຂອງໂຊ​ມາ​ເລຍ​ ເພື່ອ​ທໍາ​ການ​ໂຈມ​ຕີ​ພວກ​ຫົວຮຸນ​ແຮງ al-Shabab ຫລັງ​ຈາກ​ທີ່​ມີ​ການ​ລັກພາ​ໂຕຊາວ​ຕ່າງປະ​ເທດໄປເປັນ​ໂຕ​ປະກັນຕິດ​ຕໍ່​ກັນຫລາຍ​ຄົນ​ ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້ຢູ່​ໃນ​ເຄັນ​ຢາ​ນັ້ນ.

XS
SM
MD
LG