ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກ​​ກູ້​ໄພ​​​​ ພົບ​ເຮ​ລິ​ຄອບ​ເຕີ້ ອູການດາ 2 ລຳ ທີ່ປະສົບ ອຸບປະຕິເຫດຕົກ ​ໃນ​ເຄັນ​ຍາ


Chris Kasaija, ນັກ​ບິນອະ​ວຸ​ໂສ​ຂອງ​ກອງທັບ Ugandan ຖືກ​ຊ່ອຍ​ກູ້​​ໄພ​ຈາກ​ອຸບ​ປະຕິ​ເຫດ
Chris Kasaija, ນັກ​ບິນອະ​ວຸ​ໂສ​ຂອງ​ກອງທັບ Ugandan ຖືກ​ຊ່ອຍ​ກູ້​​ໄພ​ຈາກ​ອຸບ​ປະຕິ​ເຫດ

ພວກ​ນັກ​ກູ້​ໄພໃນ​ພາກ​ກາງຂອງ​ເຄັນ​ຢາຍັງ​ສືບ​ຕໍ່​ພະຍາຍາມ​ເພື່ອຊອກ​ຫາ​ຊ່ອງ ທາງ​ໃຫ້​ເຂົ້າ​ໄປ​ເຖິງ​ເຮືອບິນ​ເຮ​ລິ​ຄອບ​ເຕີຂອງກອງທັບອູ​ການ​ດາ 2 ລໍາ ທີ່​ໄດ້​ປະສົບ​ອຸບປະ​ຕິ​ເຫດ ຕົກ​ໃນ​ບໍລິ​ເວນ​ພູເຄັນ​ຢາ.

​ເຈົ້າ​ໜ້າ​ທີ່​ທາງ​ທະຫານຂອງ​ເຄັນ​ຢາ​ ​ໄດ້​ກ່າວ​ໃນ​ວັນ​ອັງຄານ​ມື້ນີ້ວ່າ​ ​ໄດ້​ມີ​ການ ​ແນມ​ເຫັນ​ຊາກ​ຂອງເຮືອບິນ​ເຮ​ລິ​ຄອບ​ເຕີຈາກເທິງອາກາດ ​ແຕ່ຍັງ​ບໍ່​ຊາບ​ເຖິງຊະຕາ​ກຳ​ຂອງ​ພະນັກງານເຮືອບິນ​ເຮ​ລິ​ຄອບ​ເຕີທັງ​ສອງ.

​ໃນ​ວັນ​ຈັນ​ວານ​ນີ້ ພວກ​ນັກ​ກູ້​ໄພ​ໄດ້​ພົບເຮືອບິນ​ເຮ​ລິ​ຄອບ​ເຕີລໍາທີ 3 ທີ່​ໄດ້ລົງ​ຈອດສຸກ​ເສີນ​ ຢູ່ພູເຄັນ​ຢາ ​ແລະໄດ້ໃຫ້ການ​ຊ່ອຍ​ເຫຼືອ​ແກ່ຜູ້​ຮ່ວມ​ເດີນທາງ​ແລະ​ພະນັກງານທັງ​ໝົດ 7 ຄົນ​ຢູ່​ໃນ​ເຮືອບິນ​ລຳ​ດັ່ງກ່າວ.​

​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ສືບ​ສວນ​ສອບ​ສວນ​ໄດ້ສົງ​ໄສວ່າ ສະພາບດິນ​ຟ້າອາ ກາດປັ່ນ​ປ່ວນ ​ອາດ​ເປັນສາ​ເຫດ​ທີ່​ພາ​ໃຫ້ເກີດ​ອຸບ​ປະຕິ​ເຫ​ດດັ່ງກ່າວ.

ໄດ້​ມີ​ລາຍງານ​ທີ່​ຍັງ​ມີ​ການ​ຂັດ​ແຍ້​ງກັນ​ນັບຕັ້ງ​ແຕ່ວັນ​ຈັນ​ວານ​ນີ້ ກ່ຽວ​ກັບ​ຊະຕາກໍາ​ຂອງພວກເຮືອບິນ​ເຮ​ລິ​ຄອບ​ເຕີເຫຼົ່າ​ນັ້ນ​. ລາຍ​ງານ​ກ່ອນ​ໜ້າ​ນີ້​ແຈ້ງວ່າ ​ພວກ​ກູ້​ໄພ ໄດ້​ເຂົ້າ​ໄປ​ຮອດ​ໄປ​ເຖິງເຮືອບິນ​ເຮ​ລິ​ຄອບ​ເຕີແລະ​ໃຫ້ການ​ຊ່ອຍ​ເຫຼືອ​ພວກ​ເຂົາ​ເຈົ້າ ທັງ​ໝົດ​ແລ້ວ.

ບັນດາເຮືອບິນ​ເຮ​ລິ​ຄອບ​ເຕີຂອງອູ​ການ​ດາ​ເຫຼົ່ານີ້ ແມ່ນ​ກໍາລັງ​ຢູ່​ໃນລະຫວ່າງ​ການ​ເດີນທາງ​ໄປ​ຍັງໂຊ​ມາ​ເລຍ ​ເພື່ອ​ຮ່ວມ​ການ​ປະຕິບັດ​ງານ​ ຂອງກຳລັງ​ຮັກສາ​ສັນຕິ ພາບ​ສະຫະພາບອາ​ຟຣິກາ ​ຕໍ່​ສູ້ກັບກຳລັງ​ຂອງ​ກຸ່ມ​ຫົວ​ຮຸ​ນ​ແຮງ al-Shabab.

ເຮືອບິນ​ເຮ​ລິ​ຄອບ​ເຕີລໍາທີ 4 ທີ່ບິນໄປພ້ອ​ມກັນ​ນັ້ນ ​ໄດ້​ລົງ​ຈອດ​ຢ່າງ​ປອດ​ໄພ​ໃນ​ພາກຕາ​ເວັນ​ອອກສຽງເໜືອຂອງເຄັນ​ຢາ.

XS
SM
MD
LG