ທ້າວ Geoffrey Kirui ຈາກ Kenya ໄດ້ຊະນະການແລ່ນມາລາທອນ ຢູ່ນະຄອນ
Boston ຄັ້ງທີ 121 ໃນວັນຈັນວານນີ້ ນຳພາປະເທດຂອງທ່ານ ໃນການຄວ້າເອົາ
ໄຊຊະນະທັງປະເພດຊາຍແລະຍິງມາຄອບຄອງ.
ທ້າວ Kirui ໄດ້ແລ່ນອອກໜ້າ ທ້າວ Galen Rupp ນັກກິລາໂອລິມປິກສະ ຫະລັດ
ສາມສະໄໝໃນໄລຍະ 3 ກິໂລແມັດຂອງໄລຍະທາງທັງໝົດ 42 ກິໂລແມັດ ເພື່ອຄວ້າ
ເອົາຕຳແໜ່ງມາຄອງ ໃນເວລາ 2 ຊົ່ວໂມງ 9 ນາທີກັບ 37 ວິນາທີ. ທ້າວ Rupp ໄດ້
ນຳຫລັງມາ 21 ວິນາທີ ແລະ ທ້າວ Suguru Osako ຈາກຍີ່ປຸ່ນ ໄດ້ເປັນທີສາມ 51
ວິນາທີ ຢູ່ຫລັງຂອງຜູ້ຊະນະເລີດ.
ທ້າວ Kirui ອາຍຸ 25 ປີ ເຂົ້າແຂ່ງຂັນແລ່ນມາລາທອນ ພຽງແຕ່ເປັນເທື່ອທີສາມ ກ່າວ
ວ່າ “ໃນຈິດໃຈຂ້າພະເຈົ້າແລ້ວ ຂ້າພະເຈົ້າເຊື່ອແນ່ວ່າ ວັນນຶ່ງຂ້າພະເຈົ້າຈະໄດ້ຊະນະ.
ມານະຄອນ Boston ທີ່ນີ້ ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າຈະປະເຊີນໜ້າກັບບັນດາຄູ່ແຂ່ງ
ຂັນຕ່າງໆ ຜູ້ທີ່ໄດ້ແລ່ນຢູ່ທີ່ນີ້ຫລາຍຄັ້ງ. ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າຈະຖືກທ້າທາຍ
ຈາກແຊມປຽນຈຳນວນນຶ່ງ ຜູ້ທີ່ໄດ້ເຂົ້າແຂ່ງ ຂັນຢູ່ທີ່ນີ້.”
ນາງ Edna Kipagat ໄດ້ຊະນະການແຂ່ງຂັນເພດຍິງ ໂດຍໃຊ້ເວລາ 2 ຊົ່ວໂມງ 21
ນາທີກັບ 52 ວິນາທີ ໃຫ້ແກ່ເຄນຢາ. ນາງ Rose Chemilo ຈາກ Bahrain ໄດ້ເປັນ
ທີສອງ ນຳຫລັງມາ 59 ວິນາທີ ແລະ ຄົນອາເມຣິກັນ ເຊື້ອສາຍຈໍແດນ Hasay ນຳ
ຫລັງມາເກົ້າວິນາທີ ເພື່ອຄວ້າເອົາທີສາມ.